ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ສະ​ແດ​ງ​ຄວາມ​ເປັນ​ຫ່ວງ ຕໍ່ການ​ຜັກດັ​ນ​ ດ້ານ​ການ​ສອດ​ແນມ ເພື່ອ​ຕອບ​ໂຕ້ບໍ່​ໃຫ້​ມີ​ ການ​​ສອດ​ແນມ​ໃນ​ຈີນ


ເງົາ​ກ້ອງວົງ​ຈອນ​ປິດ​ຢູ່​ທຸງ​ຊາດ ຈີນ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 3 ພະ​ຈິກ 2022.
ເງົາ​ກ້ອງວົງ​ຈອນ​ປິດ​ຢູ່​ທຸງ​ຊາດ ຈີນ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 3 ພະ​ຈິກ 2022.

ສ​ະ​ຫະ​ລັດ ໄດ້​ຕອບ​ໂຕ້ຕໍ່​ໂຄງ​ການ​ລິ​ເລີ່ມ​ຂອງ​ລັດ​ຖະ​ບານຈີນ ທີ່​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ໃນກິດ​ຈະ​ການ​ສອດ​ແນມເພື່ອຕອບ​ໂຕ້ ຕໍ່ ການສອດ​ແນມ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ສະ​ໜັບ​ສະ​ໜູນໃຫ້ພົນ​ລະ​ເມືອງ​ສອດ​ແນມ​ກັນເມ່ນ “ສິ່ງນຶ່ງ​ທີ່​ເປັນ​ບັນ​ຫາ​ທີ່​ໜ້າ​ເປັນ​ຫ່ວງຫຼາຍ.”

ອາ​ທິດນີ້, ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ແຫ່ງ​ຊາດ​ຂອງ​ຈີນ, ເຊິ່ງເປັນ​ອົງ​ການ​ຫຼັກ​ຂອງ​ເຂົາ​ເຈົ້າທີ່​ຄວບ​ຄຸມ​ການ​ສອດ​ແນມ​ຕ່າງ​ປະ​ເທດ ແລະ ຕອບ​ໂຕ້ຕໍ່ການ​ສອດ​ແນມ ໄດ້​ຂຽນຂໍ້​ຄວາມລົງ​ໃນເວັບ​ໄຊ້​ສື່​ສັງ​ຄົມຂອງຈີນ WeChat, ໂດຍ​ກ່າວ​ວ່າ​ກົດ​ໝາຍ​ຕອບ​ໂຕ້​ຕໍ່​ການ​ສອດ​ແນມ​ທີ່​ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ​ບໍ່​ໄດ້​ຮຽກ​ຮ້ອງ​ພຽງ​ແຕ່​ໃຫ້​ມັນເປັນວຽກ​ງານ​ຂອງ​ບັນ​ດາ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງຈີນ ເທົ່າ​ນັ້ນ​ແຕ່​ຍັງ​ເປັນ “ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງອີກ​ດ້ວຍ.”

ການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ໂດຍ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ລັດ​ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ຂະ​ຫຍາຍ​ກົດ​ໝາຍຕອບ​ໂຕ້ຕໍ່​ການ​ສອດ​ແນມ​ຂອງຈີນ ທີ່​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ກໍ​ລະ​ກົດ​ທີ່​ຜ່ານ​ມາ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ໃນ​ວັນ​ພຸດ​ວານນີ້​ວ່າ “ພວກ​ເຮົາ​ກຳ​ລັງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ການ​ ກ່ຽວ​ກັບກົດ​ໝາຍຕອບ​ໂຕ້ຕໍ່​ການ​ສອດ​ແນມ​ໃໝ່​ຂອງຈີນ ເຊິ່ງ, ດັ່ງ​ທີ່​ໄດ້​ຂຽນ​ນັ້ນ, ຈະ​ຂະ​ຫຍາຍ​ຂອບ​ເຂດກ່ຽວ​ກັບ ສິ່ງ​ທີ່​ກິດ​ຈະ​ກຳ​ຕ່າງ​ໆຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ການ​ສອດ​ແນມ​ຢ່າງກວ້າງ​ຂວາງ.”

ທ່ານ ມິ​ລ​ເລີ ກ່າວ​ວ່າ “ພວກ​ເຮົາ​ຍັງ​ຄົງ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມ​ສ່ຽງ​ຂອງ​ການ​ຈັບ​ກຸມ​ໂດຍ​ພາ​ລະ​ການ ແລະ ການ​ກັກ​ຂັງ​ໃນ ​ສ​ປ ຈີນ ດັ່ງ​ທີ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ຄຳ​ເຕືອນ​ການ​ເດີນ​ທາງທີ່​ຈັດ​ຢູ່​ໃນ​ລະ​ດັບ​ສາມ​ຂອງ​ພວກ​ເຮົາ. ແລະ​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ຕື່ມ​ວ່າ ​ທັງ​ໝົດ​ນີ້​ແມ່​ນ​ບັນ​ຫາ​ທີ່​ທ່ານ​ລັດ​ຖະ​ມົນ​ຕີ​ໄດ້​ຍົກ​ຂຶ້ນ​ມາ​ໃນ​ການ​ປະ​ຊຸມ​ຂອງ​ທ່ານ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຈີນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG