ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສ​ຫລ ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ ທາງ​ດ້ານ​ທະ​ຫານ ທີ່​ມີ​ເພີ້ມ​ຂຶ້ນ​ຂອງ​ໂປ​ແລນ


​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ (ຂວາ) ຢືນ​ຢູ່​ກັບ ລັດ​ຖະ​ມົນ​ຕີ​ປ້ອ​ງ​ກັນ​ປະ​ເທດ​ໂປ​ແລນ ທ່ານມາຣີອຸສ ບລາສແຊັກ (ຊ້າຍ) ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 20 ເມ​ສາ 2022.
​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ (ຂວາ) ຢືນ​ຢູ່​ກັບ ລັດ​ຖະ​ມົນ​ຕີ​ປ້ອ​ງ​ກັນ​ປະ​ເທດ​ໂປ​ແລນ ທ່ານມາຣີອຸສ ບລາສແຊັກ (ຊ້າຍ) ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 20 ເມ​ສາ 2022.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໂປ​ແລນ ທ່ານ​ມາ​ຣີ​ອຸ​ສ ບ​ລາ​ສ​ແຊັກ (Mariusz Blaszczak) ໄດ້​ກ່າວ​ຢ້ຳ​ເຖິງ​ແຜນ​ການ​ທີ່​ປະ​ເທດ​ຂອງ​ທ່ານ​ຈະ​ເພີ້ມ​ຄວາມ​ສາ​ມາດ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ພຸດ​ແລ້ວນີ້ ບ່ອນ​ທີ່​ທ່ານ​ໄດ້​ຖືກ​ຕ້ອນ​ຮັບ​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ທີ 3.

ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່​ທຳ​ນຽບ​ຫ້າ​ແຈນັ້ນ ທ່ານອອ​ສ​ຕິນ​ໄດ້​ກ່າວ​ຊົມ​ເຊີຍປະ​ເທດ​ໂປ​ແລນ ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ດ້ານ​ທະ​ຫານ​ ແກ່​ປະ​ເທດ​ຢູ​ເຄ​ຣນ ໂດຍ​ເວົ້າ​ວ່າ ມັນ​ບໍ່​ພຽງ​ແຕ່​ສະ​ໜອງ “ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ຊຶ່ງ​ເປັນ​ທີ່​ຕ້ອງ​ການ​ຫຼາຍ​ທີ່​ສຸດ ສຳ​ລັບ​ພວກ​ທະ​ຫານ​ຢູ​ເຄ​ຣນ ເພື່ອ​ຈະ​ສືບ​ຕໍ່​ຕ້ານ​ຄືນ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ​ຣັດ​ເຊຍ ເທົ່າ​ນັ້ນ.” ​ທ່ານ​ກ່າວ​ຕື່ມ​ວ່າ ມັນ​ຍັງ​ເປັນ​ການ​ເຮັດ​ໜ້າ​ທີ່ “ໃນ​ການ​ເອົາ​ບົດ​ບາດ ທີ່​ມີ​ຄວາມ​ຈຳ​ເປັນ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຈັດ​ສົ່ງ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຈາກ​ສະ​ຫະ​ລັດ ແລະ​ປະ​ເທດ​ພັນ​ທະ​ມິດ​ອົງ​ການ​ເນ​ໂຕ້​ອື່ນໆ ແລະ​ພາ​ຄີ​ຈາກ​ທົ່ວ​ໂລກ ໄປ​ໃຫ້​ປະ​ເທດ​ຢູ​ເຄ​ຣນ.”

ທ່ານອອ​ສ​ຕິນ ກ່າວ​ໃນ​ການ​ຕ້ອນ​ຮັບ​ທ່ານ​ບ​ລັ​ສ​ແຊັກ​ວ່າ “ບາງ​ທີ ສິ່ງ​ສຳ​ຄັນ​ທີ່​ສຸດ ປະ​ຊາ​ຊົນ​ຊາວ​ໂປ​ແລນ​ໄດ້​ເປີດ​ໃຈ ແລະ​ເປີດ​ບ້ານ​ເຮືອນ​ເຂົາ​ເຈົ້າ ຕ້ອນ​ຮັບ​ຊາວ​ຢູ​ເຄ​ຣນ​ຫຼາຍໆ​ລ້ານ​ຄົນ ທີ່​ຫລົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ ແລະ​ພວກ​ທ່ານ​ໄດ້​ເຮັດ​ສິ່ງນັ້ນ​ດ້ວຍ​ຄວາມ​ສະ​ຫງ່າ​ງາມ.”

ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ ໄດ້​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ປະ​ມານ 2 ເດືອນຜ່ານ​ມານັ້ນມີ​ຊາວ​ຢູ​ເຄ​ຣນ​ເກືອບ 3 ລ້ານ​ຄົນ​ໄຫ​ດ້​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ໃນ​ປະ​ເທດ​ໂປ​ແລນ.

ທ່ານບ​ລາ​ສ​ແຊັກ​ກ່າວ​ຢູ່​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ວ່າ ປະ​ເທດ​ຂອງ​ທ່ານ​ພວມ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ລັດ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ນຳ​ພານັ້ນ​ວ່າ ມີ​ຄວາມ​ສຳ​ຄັນ ແລະ​ປະ​ເທດ​ໂປ​ແລນ​ “ມີ​ຄວາມ​ພູມ​ໃຈ​ທີ່​ໄດ້​ຕ້ອນ​ຮັບ​ທະ​ຫານ​ອາ​ເມ​ຣິ​ກັນ” ແລະ​ຢາກ​ຈະ “ສືບ​ຕໍ່​ຮັກ​ສາ​ໂອ​ກາດ​ດັ່ງ​ກ່າວນີ້.” ທ່ານ​ກ່າວ​ຕື່ມ​ວ່າ ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ ທັງ​ທາງ​ດ້ານ​ການ​ເມືອງ​ແລະ​ການ​ທະ​ຫານ ຈະ​ໃຫ້​ໝາກ​ຜົນ​ແກ່​ພາກ​ສ່ວນ​ອຸດ​ສາ​ຫະ​ກຳ ແລະ​ເສດ​ຖະ​ກິດ.

ນັບ​ຕັ້ງ​ແຕ່​ສົງ​ຄາມ​ໃນ​ຢູ​ເຄ​ຣນ​ເລີ້ມ​ຂຶ້ນ ສະ​ຫະ​ລັດ​ໄດ້​ສົ່ງ​ກຳ​ລັງ​ທະ​ຫານ​ຕື່ມ​ອີກ 5,000 ຄົນ​ໄປ​ຍັງ​ໂປ​ແລນ ເພີ້​ມ​ໃສ່​ທະ​ຫານ​ອີກ 5,000 ຄົນ ທີ່​ພັດ​ປ່ຽນ​ການ​ໄປ​ປະ​ຈຳ​ການ​ຢູ່​ທີ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG