ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຈະປັບປຸງການອອກວິຊ່າ ແກ່ຊາວຕ່າງປະເທດ


ກາອອກວີຊ່າຊົ່ວຄາວຈໍ້າໃສ່ປັດສະປອດຫົວນຶ່ງຂອງຄົນຕ່າງປະເທດ
ກາອອກວີຊ່າຊົ່ວຄາວຈໍ້າໃສ່ປັດສະປອດຫົວນຶ່ງຂອງຄົນຕ່າງປະເທດ

ໃນເວລານີ້ ບຸກຄົນໃດກໍຕາມ ທີ່ພະຍາຍາມຈະຍື່ນຂໍວິຊ່າເຂົ້າໄປຢ້ຽມຢາມສະຫະລັດ ໃນຖາ ນະນັກສຶກສາ ນັກທຸລະກິດ ຫລືນັກທ່ອງທ່ຽວ ຮູ້ດີວ່າ ການທີ່ຈະໄດ້ຮັບວິຊ່ານັ້ນ ແມ່ນຕ້ອງ ໃຊ້ເວລາຫລາຍອາທິດ ຫລືຫລາຍເດືອນ ແລະກໍຍັງຕ້ອງໄດ້ທຽວໄປຍັງສະຖານທູດ ຫລືສະ ຖານກົງສູນຫລາຍໆຄັ້ງ ເພື່ອສອບຖາມຜົນຂອງການອອກວິຊ່າ. ພວກເຈົ້າໜ້າທີ່ສະຫະລັດ ກ່າວວ່າ ພວກເຂົາເຈົ້າຮູ້ດີເຖິງຄວາມຈໍາເປັນທີ່ຈະຕ້ອງປັບປຸງການອອກວິຊ່າ ແລະການບໍ ລິການດ້ານອື່ນໆ ໃຫ້ແກ່ພວກຈະເຂົ້າໄປຢ້ຽມຢາມສະຫະລັດ ໃຫ້ດີຂຶ້ນກວ່າເກົ່າ ແລະວ່າ ພວກເຂົາເຈົ້າກໍກໍາລັງດໍາເນີນຄວາມພະຍາຍາມຮ່ວມກັນເພື່ອໄປເຖິງຈຸດນັ້ນ. ຜູ້ສື່ຂ່າວວີໂອ ເອ Michael Bowman ປະຈໍາສະພາສູງລາຍງານວ່າ ຄວາມພະຍາຍາມເຫລົ່ານີ້ແມ່ນ ຈຸດເພັ່ງເລັງຂອງການຮັບຟັງຄໍາໃຫ້ການເມື່ອໝໍ່ໆມານີ້.

ໃນໄລຍະທີ່ການເຕີບໂຕທາງເສດຖະກິດມີຄວາມອ່ອນ
ແອແລະງົບປະມານປະຈໍາປີຖືກຕັດລົງໄປອີກນັ້ນ ທ່ານ
ນາງ Amy Klobuchar ສະມາຊິກສະພາສູງສັງກັດ
ພັກເດໂມແຄຣທຈາກລັດມິນເນໂຊຕ້າ ກ່າວວ່າ ອາເມ
ຣິກາບໍ່ຄວນຈະຖືເອົາພວກນັກທ່ອງທ່ຽວ ແລະພວກ
ຢ້ຽມຢາມຊາວຕ່າງປະເທດ ເປັນເລຶ່ອງທໍາມະດາເກີນໄປ

ສະມາຊິກສະພາສູງ Klobuchar ກ່າວວ່າ “ເລຶ່ອງນີ້
ມັນກ່ຽວກັບໜ້າວຽກ ຊາວຕ່າງປະເທດແຕ່ລະ
ຄົນທີ່ເຂົ້າມາຢ້ຽມຢາມສະຫະລັດນັ້ນແມ່ນຈະໃຊ້
ຈ່າຍເງິນໂດຍສະເລ່ຍຜູ້ລະປະມານ 4000 ໂດລາ
ເຮົາໝາຍເຖິງວ່າເປັນເງິນຈໍານວນຫລາຍສົມຄວນ.
ສະເພາະໃນປີ 2009 ປີດຽວນັ້ນ ພວກຊາວຕ່າງ
ປະເທດທີ່ເຂົ້າມາຢ້ຽມຢາມສະຫະລັດນັ້ນແມ່ນໄດ້
ເພີ່ມໜ້າວຽກໃຫ້ແກ່ ຊາວອະເມຣິກັນປະມານ
900,000 ໜ້າວຽກ ແລະໃຫ້ເງິນເດືອນ 23 ພັນລ້ານໂດລາ ແກ່ພວກຄົນງານ
ອະເມຣິກັນ”

ສະມາຊິກສະພາສູງ Klobuchar ເປັນປະທານອະນຸກໍາມະການປະຈໍາສະພາສູງກ່ຽວກັບ
ການແຂ່ງຂັນ ການປະດິດຄິດສ້າງ ແລະການສົ່ງເສີມການສົ່ງອອກກ່າວວ່າ ນັບຕັ້ງແຕ່ປີ
2000 ຫາ ປີ 2009 ນັ້ນ ຈຳນວນ ພວກນັກທ່ອງທ່ຽທີ່ເຂົ້າມາທ່ຽວໃນສະຫະລັດໄດ້ຫຼຸດ
ລົງເກືອບນຶ່ງສ່ວນສາມ ທີ່ໄດ້ເຮັດໃຫ້ສະຫະລັດຂາດລາຍໄດ້ໄປຫລາຍຮ້ອຍພັນລ້ານໂດລາ
ແລະ ສູນເສຍໜ້າວຽກອີກຫລາຍຮ້ອຍພັນໜ້າວຽກ.

ຄົນຣັດເຊຍກໍາລັງຢືນລຽນແຖວກັນເປັນຄີວຍາວ ເພື່ອຈະຍື່ນຂໍວິຊ່າທີ່ສະຖານທູດສະຫະລັດ ໃນນະຄອນຫລວງມົສກູ (AP PHOTO/Sergei Karpukhin)
ຄົນຣັດເຊຍກໍາລັງຢືນລຽນແຖວກັນເປັນຄີວຍາວ ເພື່ອຈະຍື່ນຂໍວິຊ່າທີ່ສະຖານທູດສະຫະລັດ ໃນນະຄອນຫລວງມົສກູ (AP PHOTO/Sergei Karpukhin)

ເມື່ອປີຜ່ານມາ ປະທານາທິບໍດີ
ບາຣັກ ໂອບາມາ ໄດ້ເຊັນກົດ
ໝາຍວ່າດ້ວຍການສົ່ງເສີມການ
ທ່ອງທ່ຽວ ຊຶ່ງໄດ້ຈັດຕັ້ງການເປັນ
ພາຄີກັນລະຫວ່າງ ພາກສ່ວນ
ເອກະຊົນແລະລັດຖະບານ ເພື່ອ
ດຶງດູດເອົາພວກນັກທ່ອງທ່ຽວ
ໃຫ້ມາຢ້ຽມຢາມສະຫະລັດຫລາຍ
ຂຶ້ນ ໃນການຮັບຟັງຄຳໃຫ້ການ
ເມື່ອ 2 ອາທິດຜ່ານມານີ້ ສະ
ມາຊິກສະພາສູງ Klobuchar
ກ່າວວ່າໂຄງການລິເລີ່ມດັ່ງກ່າວ
ນີ້ຈະໄດ້ຜົນ ກໍຕໍ່ເມື່ອວ່າຂັ້ນ
ຕອນໃນການອອກວິຊ່າໃຫ້
ພວກນັກທ່ອງທ່ຽວໄດ້ຮັບການ
ປັບປຸງໃຫ້ດີຂຶ້ນ.

ສະມາຊິກສະພາສູງ Klobuchar ກ່າວວ່າ: “ມັນຈະບໍ່ໄດ້ຜົນຫຍັງເລີຍ ທີ່ຈະຊຸກຍູ້
ສົ່ງເສີມສະຫະລັດ ໃຫ້ແກ່ພວກນັກທ່ອງທ່ຽວຊາວຕ່າງປະເທດ ໃນເມື່ອພວກ ນັກທ່ອງທ່ຽວຊາວຕ່າງປະເທດ ຕ້ອງໄດ້ລໍຖ້າການອອກວິຊ່າໃຫ້ພວກເຂົາເຈົ້າ
ເປັນເວລາຫລາຍເດືອນເພື່ອເຂົ້າໄປຢ້ຽມຢາມສະຫະລັດ. ຜົນການສໍາຫລວດ
ເມື່ອໝໍ່ໆມານີ້ພົບວ່າ 75 ເປີເຊັນຂອງຜູ້ຖືກສໍາພາດກ່າວວ່າ ພວກເຂົາເຈົ້າຈະ
ບໍ່ໄປຢ້ຽມຢາມສະຫະລັດ ຖ້າຫາກພວກເຂົາເຈົ້າຮູ້ວ່າຈະຕ້ອງໄດ້ລໍຖ້າດົນເຖິງ
ສອງສາມເດືອນກ່ອນຈະໄດ້ວິຊ່າ ແຕ່ກໍໜ້າເສຍໃຈຢູ່ ເພາະຢູ່ຫລາຍໆ ປະເທດ
ນັ້ນກໍຕ້ອງໄດ້ລໍຖ້າດົນສໍ່າດຽວກັນນີີ້ເຊັ່ນກັນ”

ພວກເຈົ້າໜ້າທີ່ສະຫະລັດທີ່ໃຫ້ການຢືນຢັນຕໍ່ອະນຸກໍາມະການ ໄດ້ເວົ້າເຖິງເລຶ່ອງຄວາມ ພະຍາຍາມທີ່ຈະເລັ່ງລັດການອອກວິຊ່າແລະເພີ່ມຈໍານວນພະນັກງານກົງສູນຂຶ້ນອີກ. ນອກນີ້ແລ້ວ ພວກເຈົ້າໜ້າທີ່ຍັງໄດ້ຍົກເອົາຫລາຍໆ ປະເທດ ຄືປະມານສາມສິບຫົກ
ປະເທດ ທີ່ປະກອບສ່ວນໃນໂຄງການຍົກເວັ້ນວິຊ່າ ທີ່ໄດ້ລົບລ້າງຄວາມຈໍາເປັນໃນການ
ວິຊ່າເຂົ້າສະຫະລັດສໍາລັບການເດີນທາງຫລາຍໆປະເພດນັ້ນ.

ທ່ານ David Donahue ຜູ້ຊ່ວຍຮອງລັດຖະມົນຕີຕ່າງປະເທດ ຮັບຜິດຊອບກິດຈະການ
ອອກວິຊ່າກ່າວວ່າ ຄວາມພະຍາຍາມເຫລົ່ານີ້ ແມ່ນໄດ້ຊ່ວຍຕ່າວປີ້ນຈໍານວນນັກທ່ອງທ່ຽວ
ຊາວຕ່າງປະເທດເຂົ້າມາອະເມລິກາທີ່ຫຼຸດລົງນັ້ນໃຫ້ດີຂຶ້ນ.

ທ່ານດອນນາຮິວ ກ່າວວ່າ “ໃນປີ 2010 ນັ້ນ ມີຜູ້ຢ້ຽມຢາມຊາວຕ່າງປະເທດ ຈໍາ
ນວນ 60 ລ້ານຄົນເຂົ້າມາໃນສະຫະລັດ ຊຶ່ງເພີ່ມຂຶ້ນ 17 ເປີເຊັນຈາກ ປີ 2006. ຄວາມຮຽກຮ້ອງຕ້ອງການວິຊ່ານັ້ນ ແມ່ນເພີ່ມສູງຂຶ້ນຢ່າງຫຼວງຫຼາຍຢູ່ໃນ
ພວກປະເທດທີ່ເສດຖະກິດກໍາລັງເຕີບຂຶ້ນຢ່າງໄວທີ່ສຸດນັ້ນ ໂດຍນັບຕັ້ງແຕ່່ປີ
2005 ເປັນຕົ້ນມາ ການອອກວິຊ່າຢູ່ໃນປະເທດຈີນ ແມ່ນໄດ້ເພີ່ມຂຶ້ນເປັນສອງ
ເທົ່າຕົວ ແລະໄດ້ເພີ່ມຂຶ້ນ 50 ເປີເຊັນໃນອິນເດຍ 52 ເປີເຊັນໃນຣັດເຊຍ 24
ເປີເຊັນ ໃນແມ໊ກຊິໂກ ແລະຫລາຍກວ່າ 50 ເປີເຊັນ ໃນຂົງເຂດຕາເວັນອອກ
ກາງ ແລະອາຟຣິກາເໜືອ. ສ່ວນໃນປະເທດບຣາຊິລ ການອອກວິຊ່າມີຈໍານວນ
ເພີ່ມຂຶ້ນເກືອບສາມເທົ່າຕົວ.”

ແຕ່ທ່ານໂດນາຮູກ່າວຕື່ມວ່າ ຄວາມຕ້ອງການທີ່ຢາກໃຫ້ມີການອອກວິຊ່າ ໃຫ້ໃນທັນທີນັ້ນ ແມ່ນຈະຕ້ອງໃຫ້ກໍ້າເກິ່ງສົມດຸນກັບຄວາມຕ້ອງການຂອງອະເມຣິກາເພື່ອໃຫ້ມີການກວດ
ສອບທຸກໆຄົນຢ່າງພິຖີພິຖັນທີ່ຈະເຂົ້າມາຍັງສະຫະລັດລຸນຫລັງການໂຈມຕີຂອງພວກກໍ່ການ
ຮ້າຍທີ່ນະຄອນນີວຢ໊ອກ ແລະວໍຊິງຕັນດີຊີເມື່ອປີ 2001 ນັ້ນ ຕົວຢ່າງເຊັ່ນ ທ່ານໃຫ້ຂໍ້ສັງ
ເກດວ່າ ມີບາງຄົນແນະນໍາໃຫ້ຕິດຕັ້ງການສໍາພາດວິຊ່າທາງວິດີໂອ ເພື່ອວ່າພວກເຈົ້າໜ້າທີ່
ສະຫະລັດຈະສາມາດສໍາພາດພວກສະມັກຂໍວິຊ່າວຢູ່ຫ່າງໄກໄດ້ ແທນທີ່ຈະບັງຄັບໃຫ້ພວກ
ເຂົາເຈົ້າ ຂົ້າມາສໍາພາດຢູ່ໃນສະຖານກົງສູນສະຫະລັດນັ້ນ ທ່ານໂດນາຮູ ກ່າວຕໍ່ໄປວ່າ
ເລື້ອງນີ້ຖ້າຈະເວົ້າໃນແງ່ຄວາມປອດໄພແລ້ວນັ້ນ ຄວາມຄິດນີ້ບໍ່ເໝາະສົມເລີຍ.

ທ່ານດອນນາຮີວກ່າວວ່າ “ເຫດຜົນຂອງການສໍາພາດເປັນສ່ວນບຸກຄົນນັ້ນ ແທ້ໆ
ແລ້ວເພື່ອທີ່ຈະປະເມີນ ແລະຕັດສິນໃຈໄດ້ວ່າ ຜູ້ທີ່ນັ່ງຢູ່ຕໍ່ໜ້າເຮົານັ້ນຈະຊົມໃຊ້
ວິຊ່າທີ່ອອກໃຫ້ແລ້ວນັ້ນຢ່າງຖືກຕ້ອງຫຼືບໍ່. ເວົ້າໃນແງ່ການສໍາພາດແບບສອງມິ
ຕິ ເຖິງແມ່ນຈະມີເທັກໂນໂລຈີ່ທີ່ທັນສະໄໝກໍຕາມ ພວກເຮົາກໍບໍ່ເຊື່ອວ່າພວກເຮົາ
ຈະຕັດສິນໃຈອອກວິຊ່າໃຫ້ໄດ້ ແຕ່ຖ້າຫາກມີການສໍາພາດແບບທີ່ມີໜ້າສາມຝ່າຍ
ນັ້ນແລ້ວ ພວກເຮົາຮູ້ສຶກວ່າມັນສໍາຄັນກວ່າ”

ເພື່ອຫລຸດຜ່ອນສະພາບການບໍ່ໃຫ້ຊຸດໂຊມລົງຕື່ມ ແລະການຊັກຊ້າຫລັງຈາກ ພວກມາຢ້ຽມ ຢາມໄດ້ມາຮອດມາເຖິງສະຫະລັດແລ້ວນັ້ນລັດຖະບານສະໄໝ ອະດີດປະທານາທິບໍດີບູສ
ໄດ້ຈັດຕັ້ງໂຄງການນຶ່ງຂຶ້ນມາທີ່ເອີ້ນວ່າໂຄງການ “ດ່ານເຂົ້າເມືອງຕົວຢ່າງ” ຊຶ່ງພາຍໃຕ້ໂຄງ
ການດັ່ງກ່າວນີ້ ໄດ້ຈັດສົ່ງພວກເຈົ້າໜ້າທີ່ປົກປ້ອງຊາຍແດນແລະພາສີໄປປະຈໍາຢູ່ຕາມສະ
ໜາມບິນລະດັບນານາຊາດທີ່ມີນັກທ່ອງທ່ຽວຖ້ຽວເດີນທາງຫລາຍທີ່ສຸດນັ້ນ. ເຂດກວດກາ
ເຂົ້າເມືອງແມ່ນປັບປຸງໃຫ້ດີຂຶ້ນ ເພື່ອສ້າງບັນຍາກາດໃຫ້ການຕ້ອນຮັບ ທີ່ດີຂຶ້ນ ແລະພ້ອມ
ກັບຈັດທາງອອກດ່ວນໄວ້ສໍາຫລັບການມາເຖິງຂອງພວກນັກທ່ອງທ່ຽວ ຜູ້ທີ່ຈະຕໍ່ເຮືອບິນ
ໄປຍັງປາຍທາງອື່ນໄດ້ຢ່າງສະດວກວ່ອງໄວຫລາຍຂຶ້ນ.

XS
SM
MD
LG