ທຸກໆປີໃດ ລັດຖະບານສະຫະລັດຈະອອກວິຊ້າເຂົ້າມາຢູ່ໃນສະຫະລັດຢ່າງຖາວອນຖືກຕ້ອງ
ຕາມກົດໝາຍ ຈໍານວນ 50,000 ວິຊ້າ ໃຫ້ແກ່ປະຊາຊົນຂອງພວກປະເທດທີ່ມີອັດຕາເຂົ້າ
ມາຢູ່ຖາວອນໃນສະຫະລັດຕໍ່າ ຮວມທັງ ສປປ ລາວ ນໍາ. ໂຄງການຈົກສະຫລາກເອົາວິຊ້າ
Diversity Visa Lottery ເອີ້ນຫຍໍ້ວ່າ DV ຫລືເອີ້ນໃນອີກຊື່ນຶ່ງວ່າໂຄງການຈົກສະຫລາກ
ເອົາບັດຂຽວ ຫື Green Card Lottery ນັ້ນແມ່ນເຮັດຕາມຄໍາສັ່ງຂອງສະພາຄອງແກຣສ
ແລະຈັດຕັ້ງປະຕິບັດໂດຍກະຊວງຕ່າງປະເທດສະຫະລັດ. ບຸກຄົນໃດກໍຕາມທີ່ອາໃສຢູ່ໃນ
ພວກປະເທດທີ່ກ່າວມານີ້ ແລະສົນໃຈຢາກຈະຍົກຍ້າຍເຂົ້າໄປຕັ້ງຖິ່ນຖານຢ່າງຖາວອນຢູ່ໃນ
ສະຫະລັດ ໂດຍຜ່ານໂຄງການ ດີວີ ນີ້ ຄວນຈະເຂົ້າໄປເບິ່ງລາຍລະອຽດໄດ້ໃນເວບໄຊ້ທ໌: www.dvlottery.state.gov.
ການຍື່ນໃບສະໝັກເຂົ້າຮ່ວມໃນປີນີ້ ແມ່ນສໍາລັບການຈົກສະຫລາກເອົາວີຊ້າ ສໍາລັບປີ
2013 ຊຶ່ງໄດ້ເປີດຮັບ ມາຕັ້ງແຕ່ວັນອັງຄານ ທີ່ 4 ເດືອນຕຸລານີ້ ເວລາ 16 ໂມງ ຕາມ
ເວລາສາກົນ ແລະຈະປິດລົງໃນວັນເສົາ ທີ່ 5 ພະຈິກ ເດືອນໜ້າ ໃນເວລາດຽວກັນ ຄື
16 ໂມງ ຕາມເວລາ ສາກົນ.
ທ່ານ David Donahue ຮອງລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະລັດ ຮັບຜິດ
ຊອບພະແນກບໍລິການວິຊ້າ ກ່າວວ່າໂຄງການດີວີສໍາລັບປີນີ້ ມີການປ່ຽນແປງຢູ່ສອງສາມ
ຢ່າງ ຄືນຶ່ງ ປະເທດຊູດານໃຕ້ແລະ ປະເທດໂປແລນ ໄດ້ມາເຂົ້າຮ່ວມໃນໂຄງການສໍາລັບປີ
2013 ທີ່ຈະມີ ການຈົກສະຫລາກໃນປີນີ້ນໍາ. ແຕ່ວ່າປະເທດບັງກລາເດສທີ່ມີປະຊາຊົນເຂົ້າ
ໄປຕັ້ງຖິ່ນຖານຖາວອນຢູ່ໃນສະຫະລັດ ໃນອັດຕາທີ່ສູງແລ້ວ ຈະບໍ່ມີສິດອີກຕໍ່ໄປ ແລະດັ່ງ
ນັ້ນ ກໍບໍ່ມີສິດເຂົ້າຮ່ວມໃນໂຄງການປີນີ້.
ໃບສະໝັກທັງໝົດ ຈະຕ້ອງສົ່ງໄປທາງອິນເທີເນັທ ທີ່ເວັບໄຊ້ www.dvlottery.state.gov ຂັ້ນຕອນການຈົກສະຫລາກທັງໝົດຈະໃຊ້ ລະບົບອິນເທີເນັດ ນັບຕັ້ງແຕ່ການລົງທະບຽນ
ຍື່ນໃບສະໝັກ ໄປຈົນເຖິງການນັດສໍາພາດ. ມັນເປັນການສໍາຄັນຫລາຍ ທີ່ພວກຍື່ນໃບ
ສະໝັກຈະຕ້ອງເກັບຮັກສາໝາຍເລກຮັບຮອງ ຫລືເລກລົງທະບຽນຂອງຕົນ ໄວ້ໃຫ້ດີ.
ພວກຍື່ນໃບສະໝັກທັງຫລາຍ ສາມາດຈະເຂົ້າໄປຕິດຕາມເບິ່ງຄວາມຄືບໜ້າໃນການສະໝັກ
ຂອງຕົນ ວ່າໄປເຖິງຂັ້ນໃດແລ້ວນັ້ນໄດ້ ໂດຍຜ່ານເວບ ໄຊ້ www.dvlotterly.state.gov
ເທົ່ານັ້ນ. ຮອງລັດຖະມົນຕີຊ່ວຍ Donahue ກ່າວຕື່ມວ່າ ຖ້າຫາກວ່າຜູ້ໃດຖືກຄັດເລືອກຫລື
ຖືກຈົກສະຫລາກໄດ້ ມັນກໍຈະອອກຢູ່ຕາມເວບໄຊ້ທ໌ ທີ່ກ່າວມານັ້ນ ຊຶ່ງຜູ້ກ່ຽວສາມາດເຂົ້າ
ໄປຕິດຕາມເບິ່ງໄດ້ ກ່ຽວກັບ ວັນ ເວລາ ແລະສະຖານທີ່ບ່ອນຈະໄປສໍາພາດນັ້ນ. ທ່ານ
Donahue ອະທິບາຍວ່າ:
“ເຫດຜົນທີ່ຕ້ອງໄດ້ກະທໍາໃນລະບົບດັ່ງກ່າວນີ້ ກໍແມ່ນເພື່ອປ້ອງກັນບໍ່ໃຫ້ມີການ
ປອມແປງໃດໆ. ໂດຍການນໍາໃຊ້ຂັ້ນຕອນໃນການແຈ້ງໃຫ້ຊາບຜ່ານທາງອິນ
ເທີເນັດເທົ່ານັ້ນ ແມ່ນພວກເຮົາທໍາການຄວບຄຸມຂໍ້ມູນໃຫ້ໄປຕົກເຖິງມືຜູ້ສະໝັກ
ທີ່ແທ້ຈິງເທົ່ານັ້ນ. ຜູ້ສະມັກທີ່ເກັບມ້ຽນໝາຍເລກຮັບຮອງຂອງຕົນໄວ້ ກໍແມ່ນ
ຈະເປັນຜູ້ຄວບຄຸມຂັ້ນຕອນການສະໝັກດ້ວຍຕົນເອງ ແຕ່ຕົ້ນຈົນຈົບ.”
ອີເມລໃດໆ ທີ່ສົ່ງມາຫາຜູ້ສະໝັກແລະຮຽກຮ້ອງເອົາເງິນຄ່າທໍານຽມນັ້ນ ແມ່ນເປັນການ
ຫລອກລວງຫລືປອມແປງ ເພາະວ່າການສະໝັກຂໍເຂົ້າຮ່ວມຈົກສະຫລາກວິຊ້ານີ້ ບໍ່ຄິດຄ່າ
ທໍານຽມ. ແລະຜູ້ທີ່ຈົກສະຫລາກໄດ້ ກໍຈະຕ້ອງຈ່າຍຄ່າທໍານຽມວິຊ້າ ຢູ່ທີ່ສະຖານທູດ ຫລື
ສະຖານກົງສຸນສະຫະລັດເທົ່ານັ້ນ. ສ່ວນພວກທີ່ຈົກໄດ້ ທີ່ອາໄສຢູ່ໃນສະຫະລັດແລ້ວ ແລະ
ຢື່ນໃບຄໍາຮ້ອງຂໍປ່ຽນສະຖານະພາບນັ້ນ ແມ່ຈະໄດ້ຮັບໜັງສືແນະນໍາຕ່າງຫາກ ຈາກທາງ
ຫ້ອງການຄວບຄຸມວິຊ້າ ກ່ຽວກັບວ່າຈະສົ່ງຄ່າທໍານຽມວິຊ້າ ໄປຍັງທະນາຄານໃດ ຢູ່ໃນ
ສະຫະລັດ.
ຜູ້ສະໝັກທຸກໆຄົນຈະຕ້ອງຮູ້ໄວ້ວ່າ ເວລາກອກໃບສະໝັກບໍ່ຄົບຖ້ວນ ຫລື ຂໍ້ມູນຂາດຕົກ ໂດຍສະເພາະລາຍຊື່ພວກລູກເມຍຫລືຜົວນັ້ນ ອາດສົ່ງຜົນກະທົບໃຫ້ຜູ້ສະໝັກໝົດສິດໄດ້.
ອີກຄັ້ງນຶ່ງ…ນີ້ຄືເວບໄຊ້ທີ່ທ່ານສາມາດເຂົ້າໄປເບິ່ງລາຍລະອຽດທຸກຢ່າງໄດ້: