ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະຊວງຕ່າງປະເທດ ສຫລ ປະກາດຜົນ Visa Lottery ຜິດພາດ


ກະຊວງຕ່າງປະເທດ ສຫລ ປະກາດຜົນ Visa Lottery ຜິດພາດ
ກະຊວງຕ່າງປະເທດ ສຫລ ປະກາດຜົນ Visa Lottery ຜິດພາດ

ກາກະຊວງການຕາງປະເທດສະຫະລັດ
ກາກະຊວງການຕາງປະເທດສະຫະລັດ

ຊາວຕ່າງດ້າວ ທີ່ອາດ​ໄດ້ມີສິດ​ໃຫ້ເຂົ້າມາຢູ່
ໃນສະຫະລັດຢ່າງຖືກຕ້ອງຕາມກົດໝາຍ
ຈາກຫລາຍກວ່າ 20 ປະເທດ ໄດ້ຍື່ນຟ້ອງ
ກະຊວງຕ່າງປະເທດສະຫະລັດ ຫລັງຈາກ
ມີການແຈ້ງບອກ​ເຂົາ​ເຈົ້າຢ່າງຜິດພາດວ່າ
ພວກເຂົາເຈົ້າໄດ້​ຖືກເລືອກ​ໃນ​ການຈົກສະ
ຫລາກ​ເອົາວິຊ່າ ເຂົ້າມາຢູ່ໃນສະຫະລັດ ຫລື Visa Lottery ນັ້ນ.

ພວກຮ້ອງທຸກດັ່ງກ່າວແມ່ນຢູ່ໃນກຸ່ມປະຊາຊົນ ຈໍານວນ 22,000 ຄົນ ທີ່ຖືກກະຊວງຕ່າງ ປະເທດສະຫະລັດແຈ້ງໃຫ້ຊາບໃນຕົ້ນປີນີ້ ວ່າພວກເຂົາເຈົ້າໄດ້ຖືກເລືອກ​ໃນ​ການຈົກສະ
ຫລາກຂອງໂຄງການຈົກສະຫລາກວິຊ່າປະຈໍາ ປີ 2012 ແຕ່ພາຍຫລັງຕໍ່ມາ ກະຊວງຕ່າງ
ປະເທດສະຫະລັດເວົ້າວ່າ ໄດ້​ເກີດຄວາມຜິດພາດທາງລະບົບຄອມພິວເຕີ ທີ່​ເຮັດ​ໃຫ້ເກືອບ
ວ່າທັງໝົດຂອງພວກມີຊື່​ໄດ້​ຖືກ​ເລືອກ​ໃນ​ການຈົກສະຫລາກນັ້ນ ມາຈາກກຸ່ມພວກທີ່ໄດ້ຍື່ນ
ໃບສະໝັກໃນໄລຍະສອງມື້ທໍາອິດ ຂອງໄລຍະເລີ່ມຍື່ນໃບສະໝັກເທົ່ານັ້ນ ແທນທີ່ຈະຖືກ
ສຸ່ມເລືອກເອົາຈາກຈໍານວນຜູ້ສະໝັກທັງໝົດ 15 ລ້ານຄົນນັ້ນ.

ກະຊວງຕ່າງປະເທດສະຫະລັດໄດ້ອອກມາຂໍໂທດໃນເລຶ່ອງນີ້ ແລະກ່າວວ່າຈະດໍາເນີນການ ຄັດເລືອກຄືນໃໝ່.​ ແຕ່ບັນດາ​ທະນາຍຄວາມ​ຂອງ​ພວກໂຈດ ກ່າວ​ວ່າ ລັດຖະບານ​ສະຫະລັດ​ບໍ່​ໄດ້​ປະຕິບັດ​ຕາມ​ພັນທະ​ທີ່​ໄດ້​ໃຫ້​ໄວ້​ເປັນ​ລາຍ​ລັກ​ອັກສອນ ​ໃນ​ຕອນ​ທີ່​ກ່າວ​ວ່າ​ຈະ​ເລີ້ມ​ຂັ້ນ​ຕອນ​ການ​ຄັດ​ເລືອກ​ໃໝ່​ນັ້ນ. ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ​ລູກ​ຄວາມ​ຂອງ​ເຂົາ​ເຈົ້າ​ໄດ້​ວາງ​ແຜນຈະ​ຍົກຍ້າຍຄອບຄົວໝົດ​ແລ້ວ ຫລັງ​ຈາກ​ໄດ້​ຮັບ​ແຈ້ງວ່າຕົນ​ໄດ້​ຖືກ​ຄັດ​ເລືອກ.

XS
SM
MD
LG