ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຖານທູດ ອາເມຣິກາ ຖືກສັ່ງ ໃຫ້ກວດກາ ຄົນຂໍວີຊາເຂົ້າ ສຫລ ເຄັ່ງຄັດຂຶ້ນກວ່າເກົ່າ


ນັກສຶກສາຈີນລໍຖ້າຢູ່ນອກສະຖານທູດອາເມຣິກາ ໃນນະຄອນຫລວງປັກກິ່ງ ເພື່ອເຂົ້າສໍາພາດ ຂໍວີຊາເຂົ້າສະຫະລັດ
ນັກສຶກສາຈີນລໍຖ້າຢູ່ນອກສະຖານທູດອາເມຣິກາ ໃນນະຄອນຫລວງປັກກິ່ງ ເພື່ອເຂົ້າສໍາພາດ ຂໍວີຊາເຂົ້າສະຫະລັດ

ກະຊວງການຕ່າງປະເທດສະຫະລັດ ​ໄດ້​ສັ່ງ​ໃຫ້​ສະຖານທູດ​ແລະ​ສະຖານກົງສຸນອາ​ເມຣິກາທັງຫລາຍ ທີ່​ປະ​ຈໍາ​ຢູ່​ທົ່ວ​ໂລກ​ ໃຫ້​ລະບຸ​ຊື່ກຸ່ມຕ່າງໆທີ່​ຄວນ​ໄດ້​ຮັບ​ການກວດ
​ສອບ​ຢ່າງ​ລະອຽດ​ຂຶ້ນ​ເປັນ​ພິ​ເສດ ​ເວລາ​ທີ່​ເຂົາ​ເຈົ້າ​ໄປຂໍ​ວີຊາ​ເຂົ້າມາສະ​ຫະລັດນັ້ນ.

ຄໍາ​ສັ່ງ​ດັ່ງກ່າວນີ້ ຍັງ​ບອກສະຖານທູດ​ ຫລື​ສະຖານກົງສຸນ​ຂອງ​ສະຫະລັດປະ​ຈໍາ​ຢູ່​ຕ່າງ
ປະ​ເທດ​ ໃຫ້​ກວດຄືນບັນຊີສື່​ສັງຄົ​ມອອນ​ລາຍ ຂອງ​ຜູ້​ຂໍ​ວີຊາ ທີ່​ສົງ​ໄສ​ວ່າ​ ມີ​ການ​ພົວ
ພັນ​ກັບ ຫລື ເຄີຍໄດ້​ໄປ​ໃນ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ລັດອິສລາມ ຫລື IS ນັ້ນ.

​ໂທລະ​ເລກທາງການທູດທີ່​ສົ່ງ​ອອກ​ໄປ​ໂດຍທ່ານ Rex Tillerson, ລັດຖະມົນຕີກະຊວງ ການຕ່າງປະເທດສະຫະລັດ, ​ໄດ້​ອອກ​ຄໍາ​ສັ່ງ​ ໃຫ້​ບັນດາ​ສະຖານທູດ ​ເຮັດ​ວຽກຮ່​ວມກັບ ກຸ່ມ​ປະຕິບັດ​ງານ​ ດ້ານການ​ຮັກສາ​ຄວາມໝັ້ນຄົງ​ແລະ​ສືບ​ລັບ ​ເພື່ອເຮັດ “ບັນ​ຊີລາຍການ
ຂອງ​ຫລັກ​ເກນ​ໃຊ້​ໃນ​ການ​ກໍານົດ​ກຸ່ມ ​ຜູ້​ທີ່ຂໍ​ວີ​ຊາຢູ່​ໃນ​ສະຖານ​ທູດ ຫລື​ກົງ​ສຸນ​ດັ່ງກ່າວ ທີ່​ຕ້ອງ​ໄດ້​ຮັບ​ການກວດ​ສອບລະອຽດເພີ້ມຂຶ້ນຕື່ມ​ອີກ​.”

​ຜູ້​ຂໍ​ວີ​ຊາ​ຊຶ່ງຕາມ​ປົກກະຕິ​ແລ້ວ​ແມ່ນ​ມີ​ຄວາມ​ເໝາະສົມ​ໄດ້​ຮັບ​ວີ​ຊາ ​ແຕ່​ຜັດ​ມີ​ຂໍ້​ທີ່ຄົບ​
ຖ້ວນ​ຕາມ​ຫລັກ​ເກນ​ດັ່ງກ່າວ ຈະ​ຕ້ອງ​ໄດ້​ມີ​ການກວດ​ສອບ​ລະອຽດ​ເພີ້ມອີກ ​ແລະ​ອາດ​
ຈະ​ຖືກ​ປະຕິ​ເສດ​ບໍ່​ໃຫ້​ວີ​ຊາ.

ມັນ​ເປັນ​ຫລັກ​ຖານ​ທໍາ​ອິດໃນ​ການ “ກວດ​ສອບ​ຢ່າງ​ເຄັ່ງ​ຄັດສຸດ” ຕໍ່ຄົນ​ຕ່າງປະ​ເທດ​ທີ່​ເຂົ້າ
ມາ​ໃນ​ສະຫະລັດ ທີ່​ປະທາ​ນາ​ທິບໍດີ Donald Trump ​ໄດ້​ໃຫ້​ຄໍາໝັ້ນສັນຍາຢູ່​ໃນ​ຕອນ​ທີ່
​ທ່ານ​ຫາ​ສຽງນັ້ນ.

ບັດ​ນີ້ ອີງ​ຕາມ​ໂທລະ​ເລກ 4 ສະບັບ ທີ່​ສົ່ງ​ໄປ​ໃນ​ໄລຍະ​ວັນ​ທີ 10 ຫາ 17 ມີນາ ນັ້ນ ​ເຈົ້າ
ໜ້າທີ່​ສະຖານທູດ ຕ້ອງ​ໄດ້​ທໍາ​ການກວດ​ສອບຜູ້​ຂໍ​ວີ​ຊາ​ໃນ​ຈໍານວນ​ທີ່​ຫລາຍຂຶ້ນກວ່າ​ເກົ່າ
ໃຫ້​ລະອຽດ​ເພື່ອ​ຈະ​ກໍານົດ​ໄດ້​ວ່າພວກ​ເຂົາ​ເຈົ້າ ຈະ​ເປັນ​ໄພ​ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພ ຕໍ່ສະຫະລັດຫລືບໍ່.

ຄໍ​າສັ່ງ​ດັ່ງກ່າວ ຊຶ່ງ​ມີ​ການ​ລາຍ​ງານ​ເປັນ​ເທື່ອທໍາ​ອິດ ​ໂດຍ​ອົງການຂ່າວ Reuters ໄດ້
​ຖືກ​ຕິຕຽນຢ່າງ​ໄວວາ ຈາກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ​ອື່ນໆ ທີ່ກ່າວ​ຫາ​ທ່ານ Trump
ວ່າ ທໍາ​ການ​ຈໍາ​ແນ​ກປະຕິບັດ​ຕໍ່ຊາວ​ມຸສລິມ ​ໂດຍ​ໃຊ້​ການຫ້າມ​ເດີນທາງ ສໍາລັບຄົນ​ຈາກ
6 ປະ​ເທດ ​ທີ່​ປະຊາ​ຊົນ​ສ່ວນ​ໃຫຍ່ເປັນ​ຊາວມຸສລິມເຂົ້າມາສະ​ຫະລັດ ຊຶ່ງ​ປັດຈຸບັນ​ຂໍ້​ຫ້າມ​
ນີ້ ກໍາລັງ​ຖືກ​ສັ່ງ​ໃຫ້​ໂຈະ​ໃນ​ການຈັດຕັ້ງປະຕິບັດ.

ອ່ືນຂ່າວນີ້ເພີ້ມອີກເປັນພາສາອັງກິດ

XS
SM
MD
LG