ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ຄລິນ​ຕັນ ຢ້ຽມຢາມ ຫວຽດນາມ


ທ່ານ​ນາງ ຄລິນ​ຕັນ (ຊ້າຍ) ກັບນາຍົກ​ລັດ​ຖະມົນຕີຫວຽດນາມ ທ່ານ Nguyrn Tan Dung
ທ່ານ​ນາງ ຄລິນ​ຕັນ (ຊ້າຍ) ກັບນາຍົກ​ລັດ​ຖະມົນຕີຫວຽດນາມ ທ່ານ Nguyrn Tan Dung

ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ ຮິລ​ລາຣີ ຄລິນ​ຕັນ ກໍາລັງ​ຢ້ຽມຢາມ​ຫວຽດນາມໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ແລ​ະສົນທະນາ​ຫາລື​ກ່ຽວ​ກັບ​ເລື່ອງການຄ້າ.

ທ່ານ​ນາງ​ມີ​ກຳນົດ​ທີ່​ຈະໂອ້​ລົມ​ກັບລັດຖະມົນ​ຕີ​ການ​ຕ່າງປະ​ເທດຫວຽດນາມ ທ່ານ Pham Binh Mihn ​ແລະນາຍົກ​ລັດ​ຖະມົນຕີ Nguyrn Tan Dung ພ້ອມ​ທັງ​ພວກ​ຜູ້​ນໍາ​ທຸລະ​ກິດ​ອາ​ເມຣິກັນ​ແລະຫວຽດນາມ​ອີກ​ນໍາ.

ກະຊວງການ​ຕ່າງປະ​ເທດສະຫະລັດກ່າວ​ວ່າ ທ່ານ​ນາງ Clinton ຍັງ​ຈະ​ເປັນ​ສັກຂີ​ພິຍານ​ໃນ​ການ​ລົງ​ນາມ​ ກ່ຽວ​ກັບ​ການ​ແລກປ່ຽນ​ດ້ານການ​ສຶກສາ​ແລະສັນຍາ​ດ້ານ​ການ​ຄ້າຈຳນວນ​ນຶ່ງ ຂະນະ​ທີ່ຢູ່ໃນຫວຽດນາມ.

ການຢ້ຽມຢາມ​ດັ່ງກ່າວ​ນີ້​ ແມ່ນ​ສ່ວນ​ນຶ່ງຂອງ​ການ​ຢ້ຽມຢາມຂົງ​ເຂດເອ​ເຊຍ ຊຶ່ງ​ທ່ານ​ນາງ​ໄດ້​ແຫ​ວ່ຢ້ຽມຢາມ​ຍີ່ປຸ່ນ​ ​ແລະມົງ​ໂກ​ເລຍ​ແລ້ວ. ທ່ານ​ນາງ​ຍັງ​ຈະຢ້ຽມ ຢາມ ສປປ ລາວ ​ແລະ​ກໍາ​ປູ​ເຈຍ ​ໃນ​ອາທິດ​ນີ້.

XS
SM
MD
LG