ຮູບຖ່າຍຈາກດາວທຽມຂອງເກາະໄທຣຕັນ (Triton) ເຜີຍໃຫ້ເຫັນການກໍ່ສ້າງໃໝ່ ທີ່ພວກນັກຊ່ຽວຊານເຊື່ອວ່າເປັນສ່ວນນຶ່ງໃນການຂະຫຍາຍການຕັ້ງຄ້າຍທະຫານຂອງຈີນ ເພື່ອສະໜັບສະໜຸນການອ້າງເອົາກຳມະສິດໃນທະເລຈີນໃຕ້. ຮູບພາບເຫຼົ່ານີ້ພາໃຫ້ເກີດມີການປະທ້ວງຈາກສະຫະລັດ ຫວຽດນາມ ແລະໄຕ້ຫວັນ.
ເກາະໄທຣຕັນ ຊຶ່ງສ່ວນນຶ່ງຂອງໝູ່ເກາະພາຣາແຊລ ໄດ້ກາຍເປັນຈຸດລະເບີດຫຼ້າສຸດ ຢູ່ໃນຂົງເຂດ ທີ່ມີການຂັດແຍ້ງກັນ.
ຈີນໄດ້ອ້າງເອົາກຳມະສິດເອົາໃນໝູ່ເກາະພາຣາແຊລ ແລະໝູ່ເກາະສະແປຣັດລີທີ່ຕັ້ງຢູ່ໃກ້ຄຽງ ວ່າເປັນດິນແດນທາງທະເລຂອງຕົນ ແລະກໍໄດ້ຂະຫຍາຍການຕັ້ງຄ້າຍທະຫານຂອງຕົນ ໄປຍັງເກາະອື່ນໆອີກ.
ຫວຽດນາມ ແລະໄຕ້ຫວັນກໍໄດ້ອ້າງກຳມະສິດເອົາໝູ່ເກາະພາຣາແຊລ ແລະໝູ່ເກາະສະແປຣັດລີ ວ່າເປັນໝູ່ເກາະຂອງຕົນ. ປະເທດທັງສອງພ້ອມດ້ວຍສະຫະລັດ ກຳລັງຕ້ານຢັນການຂະຫຍາຍໂຕທາງທະເລຂອງປັກກິ່ງ ຢູ່ໃນຂົງເຂດ ຊຶ່ງໃນເວລານີ້ ພວມມີການກໍ່ສ້າງໃໝ່ ຂຶ້ນຢ່າງວ່ອງໄວ ຢູ່ທີ່ເກາະໄທຣຕັນ.
ຮູບຖ່າຍຈາກດຽວທຽມ ຂອງເກາະໄທຣຕັນ ເມື່ອເດືອນສິງຫາ ໂດຍອົງການບໍລິການຮູບພາບ Planet Labs PBC ທີ່ວີໂອເອ ພະແນກພາສາເກົາຫຼີໄດ້ຮັບມາ ໃນອາທິດແລ້ວ ສະແດງໃຫ້ເຫັນໃນອັນທີ່ປາກົດວ່າເປັນທາງແລ່ນເຮືອບິນທີ່ຍາວຍື່ນໄປທາງທິດຕາເວັນອອກ. ການກໍ່ສ້າງດັ່ງກ່າວນີ້ ບໍ່ໄດ້ເຫັນໃນຮູບທີ່ຖ່າຍເມື່ອເດືອນມີນາຜ່ານມາ.