ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານຫວຽດນາມຕັດສິນໂທດ ຈຳຄຸກ 3 ຄົນ


ຕຳຫຼວດຫວຽດນາມ 2 ຄົນ ຢືນຍາມທາງ ຢູ່ນອກສານແຫ່ງນຶ່ງ ທີ່ດຳເນີນຄະດີ ນັກຄັດຄ້ານລັດຖະບານ ທີ່ແຂວງ Thai Binh.
ຕຳຫຼວດຫວຽດນາມ 2 ຄົນ ຢືນຍາມທາງ ຢູ່ນອກສານແຫ່ງນຶ່ງ ທີ່ດຳເນີນຄະດີ ນັກຄັດຄ້ານລັດຖະບານ ທີ່ແຂວງ Thai Binh.

ສານແຫ່ງນຶ່ງຂອງຫວຽດນາມໄດ້ຕັດສິນໂທດຈຳຄຸກຜູ້ຊາຍ 3 ຄົນ ດົນເຖິງ 9 ປີໃນຄວາມ
ຜິດຖານຈັດແຈງໃຫ້ມີການນັດຢຸດງານຂອງພວກກຳມະກອນ ແລະແຈກຢາຍໃບປິວຕໍ່ຕ້ານ ລັດຖະບານ.

ຂະນະດຽວກັນ ສະມາຊິກລັດຖະສະພາແລະຄະນະກຳມາທິການທີ່ເປັນອິດສະຫຼະຂອງລັດ
ຖະບານສະຫະລັດ ກໍໄດ້ພາກັນປະທ້ວງ ຕໍ່ການດຳເນີນຄະດີໃນວັນພຸດມື້ນີ້ ພວກທີ່ນັບຖື
ສາສະໜາກາໂຕລິກ 6 ຄົນທີ່ຖືກກ່າວຫາວ່າ ທຳພິທີຝັງສົບແບບຝ່າຝືນຕໍ່ຄຳສັ່ງຫ້າມຂອງ ລັດຖະບານ.

ຄະດີດັ່ງກ່າວ ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງປະວັດໃນການນັບຖືສິດທິມະນຸດຂອງຫວຽດນາມ ຂະນະ
ທີ່ພວກຜູ້ນຳຂອງປະເທດຕ່າງໆຈາກເຂດເອເຊຍປາຊີຟິກ ເດີນທາງໄປເຖິງນະຄອນຫຼວງຮ່າ
ໂນ່ຍ ເພື່ອເຂົ້າຮ່ວມກອງປະຊຸມລະດັບສູງ.

ນຶ່ງໃນບັນດາພວກນັກເຄື່ອນໄຫວ ທາງດ້ານແຮງງານກຸ່ມນີ້ ໄດ້ຖືກຕັດສິນຈຳຄຸກເປັນເວລາ
9 ປີແລະອີກ 2 ຄົນຖືກຕັດສິນຈຳຄຸກ 7 ປີ. ນຶ່ງໃນນັ້ນແມ່ນຜູ້ກໍ່ຕັ້ງອົງການສາມັກຄີກຳມະ
ກອນ-ພໍ່ນາຂອງຫວຽດນາມ ຊຶ່ງເປັນກຳມະບານທີ່ບໍ່ໄດ້ຮັບການອະນຸມັດຈາກທາງການ ທີ່
ເຮັດ​ວຽກຮ່ວມກັບ ພວກພໍ່ນາຊາວ​ໄຮ່​ຊາວສວນ ທີ່ຖືກພວກເຈົ້າໜ້າທີ່ ຢຶດເອົາທີ່ດິນໄປ.

XS
SM
MD
LG