ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຊັນຂໍ້ຕົກລົງ ພະລັງງານ ນິວເຄລຍ ກັບ ຫວຽດນາມ


ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ພົບປະກັບທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດຫວຽດນາມ ໃນລະຫວ່າງ ກອງປະຊຸມອາຊ່ຽນ ທີ່ນະຄອນ Bandar Seri Begawan ປະເທດບຣູນາຍ (2 ກໍລະກົດ 2013)
ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ພົບປະກັບທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດຫວຽດນາມ ໃນລະຫວ່າງ ກອງປະຊຸມອາຊ່ຽນ ທີ່ນະຄອນ Bandar Seri Begawan ປະເທດບຣູນາຍ (2 ກໍລະກົດ 2013)
ທ່ານ John Kerry ລັດຖະມຸນຕີຕ່າງປະເທດສະຫະລັດແລະທ່ານ
Pham Binh Minh ລັດຖະມຸນຕີຕ່າງປະເທດຫວຽດນາມ ໄດ້ລົງ
ນາມໃນອັນທີ່ເອີ້ນວ່າ ຂໍ້ຕົກລົງ 123.

ຖ້າຫາກປະທານາທິບໍດີ ບາຣັກ ໂອບາມາ ລົງນາມແລະໃນຂັ້ນຕໍ່
ໄປ ລັດຖະສະພາສະຫະລັດ ບໍ່ກີດກັນແລ້ວ ຂໍ້ຕົກລົງດັ່ງກ່າວຈະ ປ່ອຍໃຫ້ບັນດາບໍລິສັດພະລັງປະລະມານູອາເມຣິກັນ ເຂົ້າໄປຍັງ
ຫວຽດນາມໄດ້ເພື່ອແລກປ່ຽນກັບຄຳໝັ້ນສັນຍາຂອງກຸງຮາໂນຍ ທີ່ຈະບໍ່ກັ່ນທາດຢູເຣນຽນຂອງຕົນເອງນັ້ນ.

ເຈົ້າໜ້າທີ່ອາວຸໂສ ປະຈຳກະຊວງການຕ່າງປະເທດ ສະຫະລັດ
ທ່ານນຶ່ງ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ເອົາບາດກ້າວຕ່າງໆ ໄປສູ່ການພັດທະນາໂຄງ
ລ່າງພື້ນຖານ ພາຍໃນປະເທດຢ່າງແຂງຂັນ ເພື່ອສະໜັບສະໜຸນໂຄງການຜະລິດໄຟຟ້າ ດ້ວຍນິວເຄລຍຂອງຕົນ ແລະວ່າ ຂໍ້ຕົກລົງສະບັບນີ້ “ຫວຽດນາມ ໄດ້ລົງນາມ ໃນມາດຕະ
ຖານຫ້າມແຜ່ຜາຍນິວເຄຼຍທີ່ແຂງແຮງທີ່ສຸດຂອງໂລກ.”

ໃນເວລາພຽງບໍ່ເທົ່າໃດນາທີຫຼັງຈາກການລົງນາມໃນຂໍ້ຕົກລົງດັ່ງກ່າວນີ້ແລ້ວທ່ານ John Kerry ລັດຖະມຸນຕີຕ່າງປະເທດສະຫະລັດ ກ່າວຕໍ່ທ່ານຫງຽນຕັນຈຸ້ງ ນາຍົກລັດຖະມຸນຕີ ຫວຽດນາມວ່າ “ມັນຈະສ້າງໂອກາດຕ່າງໆ ຢ່າງຫຼວງຫຼາຍ ໃຫ້ແກ່ວົງການທຸລະກິດ ຂອງ
ພວກເຮົາລະຫວ່າງທັງສອງປະເທດແລະເປັນທີ່ຈະແຈ້ງວ່າ ການຮ່ວມມືກັນທາງດ້ານນີວ ເຄລຍຂອງພວກເຮົາແມ່ນມີຄວາມສຳຄັນຫຼາຍ.”

ນອກນັ້ນທ່ານ Kerry ຍັງກ່າວຕໍ່ຜູ້ນຳຫວຽດນາມເຊັ່ນກັນວ່າທ່ານຫວັງວ່າຈະໄດ້ເດີນທາງ
ໄປຢ້ຽມຢາມຫວຽດນາມ ພາຍໃນອີກບໍ່ເທົ່າໃດເດືອນ ຂ້າງໜ້ານີ້.”
XS
SM
MD
LG