ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ໂຈະໃຫ້ເງິນ ໃນການຊອກຄົ້ນຫາ ທະຫານຫວຽດນາມ ທີ່ຫາຍສາບສູນ


ທ່ານ Jim Webb ປະທານອະນຸກຳມະການ ຮັບຜິດຊອບກ່ຽວກັບກິດຈະການເອເຊຍຕາເວັນອອກແລະຍ່ານມະ ຫາສະມຸດປາຊີຟິກ ຂອງສະພາສູງສະຫະລັດ.
ທ່ານ Jim Webb ປະທານອະນຸກຳມະການ ຮັບຜິດຊອບກ່ຽວກັບກິດຈະການເອເຊຍຕາເວັນອອກແລະຍ່ານມະ ຫາສະມຸດປາຊີຟິກ ຂອງສະພາສູງສະຫະລັດ.

ສະມາຊິກສະພາສູງຂອງສະຫະລັດທ່ານນຶ່ງກ່າວວ່າ ກະຊວງການຕ່າງປະເທດສະຫະລັດໄດ້
ຕົກລົງທີ່ຈະຍຸຕິການໃຫ້ເງິນສະໜັບສະໜຸນ ໃນການຊອກຄົ້ນຫາທະຫານຫວຽດນາມທີ່ຫາຍ
ສາບສູນໃນປາງສົງຄາມຫວຽດນາມ ຈົນກວ່າຫວຽດນາມ ຈະຕົກລົງໃຊ້ເງິນດັ່ງກ່າວນີ້ ຊອກ
ຫາທະຫານຫວຽດນາມໃຕ້ທີ່ເສຍຊີວິດໃນປາງສົງຄາມດ່ັງກ່າວນຳດ້ວຍ.

ສະມາຊິກສະພາສູງ Jim Webb ປະທານອະນຸກຳມະການຮັບຜິດຊອບ ກ່ຽວກັບກິດຈະ
ການເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ ກ່າວໃນຖະແຫຼງຂ່າວສະບັບນຶ່ງ
ທີ່ນຳອອກເຜີຍແຜ່ ໃນວັນພະຫັດວານນີ້ວ່າ ລັດຖະສະພາສະຫະລັດ ໄດ້ອະນຸມັດເງິນ 1
ລ້ານໂດລາສຳລັບຊອກຄົ້ນຫາ ແລະເກັບກູ້ຊາກກະດູກທະຫານຫວຽດນາມ ຂອງທັງສອງ ຝ່າຍທີ່ຢູ່ໃນບັນຫາຂັດແຍ້ງ.

ແຕ່ອົງການຢູເສດ ຊຶ່ງເປັນຜູ້ກຳກັບນຳໂຄງການດັ່ງກ່າວເວົ້າວ່າ ລັດຖະບານຫວຽດນາມ
ສະແດງໃຫ້ວ່າເງິນຈຳນວນນີ້ຈະບໍ່ນຳໃຊ້ໃນການຊອກຫາເກັບກູ້ຊາກກະດູກຂອງທະຫານ ສາທາລະນະລັດຫວຽດນາມຫຼືຫວຽດນາມໃຕ້ທີ່ເສຍຊີວິດໄປນັ້ນແຕ່ປະການໃດ.

ໃນສັບປະດາແລ້ວນີ້ ທ່ານ Webb ຮຽກຮ້ອງໃຫ້ອົງການຢູເສດໂຈະໂຄງການດັ່ງກ່າວໄວ້
ຈົນກວ່າຫວຽດນາມຕົກລົງທີ່ຈະນຳໃຊ້ເງິນຈຳນວນທີ່ວ່ານີ້ສຳລັບທະຫານຫວຽດນາມເໜືອ
ພວກຫວຽດກົງ ແລະທະຫານຫວຽດນາມໃຕ້ ທີ່ເສຍຊີວິດ.

ທ່ານ Webb ເຄີຍສູ້ລົບຢູ່ຫວຽດນາມໃນນາມທະຫານມາຣີນແລະໄດ້ເດີນທາງໄປຢ້ຽມ
ຢາມປະເທດດັ່ງກ່າວເປັນປະຈຳ ນັບແຕ່ປີ 1991 ເປັນຕົ້ນມາ.

XS
SM
MD
LG