ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະຫວຽດນາມ ເສັດສນການຊອກຄນ ທາງທະເລ


USNS BOWDITCH
USNS BOWDITCH

ສະຫະລັດ​ແລະ​ຫວຽດນາມ​ຖະ​ແຫລ​ງວ່າ ພວກ​ຕົນ​ໄດ້ເສັດ​ສີ້​ນການ​ຊອກຄົ້ນຢູ່​ໃຕ້​ນໍ້າທະ​ເລ​ ​ຫາພວກທະຫານ​ອະ​ເມ​ຣິ​ກັນ​ທີ່​ຫາຍ​ສາບ​ສູນ ​ໃນ​ປາງ​ສົງ​ຄາມ​ຫວຽດ ນາມ​ນັ້ນແລ້ວ.

ກໍາ​ປັ່ນ​ສໍາ​ຫລວດ​ພື້ນທີ່ທະ​ເລ Bowditch ຂອງ​ກອງທັບເຮືອສະຫະລັດ ​ໄດ້​ປະກອບ​ສ່ວນໃນການຄົ້ນ​ຊອກ​ຫາ​ ​ເປັນ​ເວລາ 4 ອາທິດ ທີ່ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ຈັນ​ມື້​ນີ້​ ຊຶ່ງ​ນັບ​ວ່າ​ເປັນ​ຄັ້ງ​ທີ່ 2 ​ເທົ່າ​ນັ້ນ ທີ່​ກໍາ​ປັ່ນ​ຂອງ​ສະຫະລັດ​ໄດ້​ເຂົ້າ​ຮ່ວມໃນການ ຊອກ​ຄົ້ນ​ຫາ ທີ່​ໄດ້​ມີ​ມາ​ແລ້ວ​ທັງ​ໝົດ 103 ຄັ້ງ ລະຫວ່າງສະຫະລັດ​ແລະ​ທາງການ​ຫວຽດນາມ​ນັ້ນ.

ສະຖານ​ທູດສະຫະລັດ​ປະ​ຈໍາ​ຫວຽດນາມໃນນະຄອນຫລວງ​ຮາ​ໂນ່ຍກ່າວ​ວ່າ ກໍາປັ່ນ
Bowdicth ຊຶ່ງ​ພວກ​ລູກເຮືອ​ເປັນ​ພົນລະ​ເຮືອນທັງ​ໝົດ​ນັ້ນ​ ແມ່ນ​ເປັນ​ພາຫະ​ນະ​ທີ່​ເໝາະ​ສົມ
ທີ່​ສຸດ ສໍາລັບ​ທໍາການ​ຄົ້ນຫາ​ຊາກ​ຫັກ​ພັງ​ຂອງເຮືອ​ບິນ​ທີ່​ຕົກ​ລົງ​ໄປໃນ​ທ້ອງທະ​ເລ.​
ທາງສະຖານ​ທູດກ່າວວ່າ​ ຍັງມີ​ເຮືອບິນ​ຂອງ​ສະຫະລັດ ຈໍານວນ ຫລາຍ​ຮ້ອຍ​ລໍາ ພ້ອມ​ກັບ
ລູກ​ເຮືອ​ ​ຍັງ​ຫາຍ​ສາບ​ສູນຢູ່​ໃນ​ທະເລນ​ອກຝັ່ງ​ຂອງ​ຫວຽດນາມນັ້ນ.

ທາງສະຖານ​ທູດສະຫະລັດບໍ່​ໄດ້​ກ່າວ​ເຖິງ​ວ່າ ໄດ້ມີ​ການ​ຄົ້ນ​ພົບເຮືອບິນ​ຫລື​ບໍ່ ໃນ​ການ​ຄົ້ນ​ຫາ
ເທື່ອຫລ້າ​ສຸດນີ້.

XS
SM
MD
LG