ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຫລ ຮຽກຮ້ອງບໍ່ໃຫ້ຫວຽດນາມ ສົ່ງຄຸນພໍ່ Ly ກັບຄືນເຂົ້າຄຸກ


ຄຸນພໍ່ Thadeus Nguyen Van Ly ຖືກຕຳຫຼວດຫວຽດນາມ ຄວບຄຸມໂຕໄປຂຶ້ນສານ
ຄຸນພໍ່ Thadeus Nguyen Van Ly ຖືກຕຳຫຼວດຫວຽດນາມ ຄວບຄຸມໂຕໄປຂຶ້ນສານ

ສະມາຊິກສະພາສູງສະຫະລັດ ທີ່ມາຈາກທັງສອງພັກ
ການເມືອງກຸ່ມນຶ່ງຮຽກຮ້ອງໃຫ້ລັດຖະບານຫວຽດນາມ
ບໍ່ໃຫ້ສົ່ງຄຸນພໍ່ Thadeus Nguyen Van Ly ກັບ
ຄືນໄປເຂົ້າຄຸກອີກເວລາໝາຍກຳນົດໃນການອະນຸຍາດ
ໃຫ້ເພິ່ນອອກຈາກຄຸກຊົ່ວຄາວ ໝົດອາຍຸລົງໃນອາທິດ
ໜ້າ.

ກຸ່ມດັ່ງກ່າວ ຊຶ່ງຢູ່ພາຍໃຕ້ການນຳພາ ຂອງທ່ານນາງ
Barbara Boxer ສະມາຊິກສະພາສູງຈາກລັດກາລີ
ຟໍເນຍເວົ້າວ່າສຸກຂະພາບຂອງຄຸນພໍ່ Ly ໄດ້ຊຸດໂຊມ
ລົງຫຼັງຈາກເພິ່ນໄດ້ເປັນລົມສາລະບາດ 2 ເທື່ອຢູ່ໃນ
ຄຸກແລະກ່າວຕື່ມວ່າ ການສົ່ງຄຸນພໍ່ Ly ກັບຄືນໄປ
ເຂົ້າຄຸກຕື່ມອີກນັ້ນ ອາດເຮັດໃຫ້ຊີວິດຂອງເພິ່ນຕົກ
ຢູ່ໃນອັນຕະລາຍ.

ຄຸນພໍ່ Ly ໄດ້ຖືກປ່ອຍຊົ່ວຄາວ ຍ້ອນເຫດຜົນທາງ
ດ້ານການແພດໃນປີກາຍນີ້ເພື່ອຮັບການປິ່ນປົວຍ້ອນເປັນເນື້ອງອກຢູ່ໃນສະໝອງ ແລະຖືກ
ສັ່ງໃຫ້ກັກບໍລິເວນ.

ຄຸນພໍ່ Ly ໄດ້ຮຽກຮ້ອງສະໜັບສະໜຸນໃຫ້ມີອິດສະຫຼະພາບໃນການປາກເວົ້າແລະປະຊາທິ
ປະໄຕຢູ່ ໃນປະເທດຫວຽດນາມນັບແຕ່ຊຸມປີ 1970 ເປັນຕົ້ນມາ.

ພວກເຈົ້າໜ້າທີ່ຄອມມູນິດໃນຫວຽດນາມ ໄດ້ຈັບກຸມຄຸມຂັງແລະຮາວີລົບກວນພວກຄັດຄ້ານ
ລັດຖະບານຢູ່ເປັນປະຈຳພາຍໃຕ້ກົດໝາຍທີ່ເຮັດໃຫ້ການຕຳໜິຕິຕຽນລັດຖະບານເປັນການ
ກະທຳທີ່ຜິດກົດໝາຍນັ້ນ.

ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກໃຫ້ລັດຖະບານຫວຽດນາມ ປ່ອຍ
ພວກນັກໂທດຈິດສຳນຶກທັງໝົດ.

XS
SM
MD
LG