ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດຍື່ນໜັງສືປະທ້ວງ ຕໍ່ຫວຽດນາມ


ຄຸນພໍ່ Thadeus Nguyen Van Ly ທີ່ເຄື່ອນໄຫວ ຄັດຄ້ານລັດຖະບານຫວຽດນາມ (ຂວາ) ຖືກຕຳຫຼວດຄວບຄຸມໂຕ ໄປຂຶ້ນສານ ທີ່ເມືອງເຫວ້ ໃນປີ 2007.
ຄຸນພໍ່ Thadeus Nguyen Van Ly ທີ່ເຄື່ອນໄຫວ ຄັດຄ້ານລັດຖະບານຫວຽດນາມ (ຂວາ) ຖືກຕຳຫຼວດຄວບຄຸມໂຕ ໄປຂຶ້ນສານ ທີ່ເມືອງເຫວ້ ໃນປີ 2007.

ເຈົ້າໜ້າທີ່ສະຫະລັດໃນຫວຽດນາມກ່າວວ່າຕົນໄດ້ຍື່ນໜັງສື
ປະທ້ວງຢ່າງເປັນທາງການ ຫຼັງຈາກເຈົ້າໜ້າທີ່ຮັກສາຄວາມ
ສະຫງົບຂອງຫວຽດນາມ ໄດ້ປະຕິບັດຢ່າງຮຸນແຮງ ຕໍ່ນັກ
ການທູດອະເມຣິກັນທ່ານນຶ່ງ ຂະນະທີ່ທ່ານພະຍາຍາມຈະ
ໄປຢ້ຽມ ຜູ້ຄັດຄ້ານລັດຖະບານທີ່ມີຊື່ສຽງຄົນນຶ່ງ.

ເຈົ້າໜ້າທີ່ສະຖານທູດສະຫະລັດກ່າວໃນວັນພະຫັດມື້ນີ້ວ່າ
ການປະຕິບັດທີ່ບໍ່ຖືກຕ້ອງດັ່ງກ່າວ ແມ່ນເປັນການລະເມີດ
ຢ່າງຈະແຈ້ງ ຕໍ່ສັນຍາເຈນີວາ ທີ່ໃຫ້ການປົກປ້ອງຄຸ້ມຄອງ
ພວກນັກການທູດຢູ່ໃນຕ່າງປະເທດ.

ພວກເຈົ້າໜ້າທີ່ສະຫະລັດບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບເຫດການຊຶ່ງໄດ້ເກີດຂຶ້ນທີ່​ເມືອງ
Hue ໃນມື້ວັນພຸດວານນີ້. ແຕ່ລາຍງານຂ່າວ​ເວົ້າວ່າເຈົ້າໜ້າທີ່ກຳກັບນຳເລື່ອງສິດທິມະນຸດ
ຂອງສະຖານທູດ ທ່ານ Christian Marchant ໄດ້ເດີນທາງໄປຍັງ​ເມືອງ Hue ໃນພາກ
ກາງຂອງຫວຽດນາມ ເພື່ອໄປຢ້ຽມຢາມຄຸນພໍ່ຫງຽນ-ວັນ-ລີຊຶ່ງເປັນພະຂອງສາສະໜາໂຣມັນ
ກາໂຕລິກທີ່ໄດ້ຖືກປ່ອຍອອກຈາກຄຸກເປັນການຊົ່ວຄາວຍ້ອນເຫດຜົນທາງດ້ານການແພດ.

ລາຍງານເວົ້າວ່າ ຕໍາຫຼວດໄດ້ຢຸດທ່ານ Marchant ຢູ່ນອກເຮືອນຂອງຄຸນພໍ່ແລະໄດ້ປໍ້າເພິ່ນ
ລົງພື້ນດິນ ກ່ອນທີ່ຈະນຳເອົາທ່ານ ຂຶ້ນລົດຕຳຫຼວດໄປ.

ໂຄສົກຄົນນຶ່ງຂອງກະຊວງການຕ່າງປະເທດສະຫະລັດທີ່ກຸງວໍຊິງຕັນກ່າວຕໍ່ VOA ວ່າ ນອກ
ນັ້ນຍັງໄດ້ມີການຍື່ນໜັງສືປະທ້ວງຢ່າງເປັນທາງການໄປຍັງທ່ານ Le Cong Phung ເອກ
ອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດ.

XS
SM
MD
LG