ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຍ້ອງຍໍ ຄວາມສໍາພັນລະຫວ່າງ ສະຫະລັດ-ຫວຽດນາມ


Thường dân và lực lượng an ninh tại nơi có xe bom nổ ở Baghdad.
Thường dân và lực lượng an ninh tại nơi có xe bom nổ ở Baghdad.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຊົມເຊີຍຄວາມ
ສຳພັນລະຫວ່າງສະຫະລັດແລະຫວຽດນາມ ໃນສານອວຍພອນວັນຊາດ ຕໍ່ປະຊາຊົນຊາວ
ຫວຽດນາມນັ້ນ.

ຫວຽດນາມສະເຫຼີມສະຫຼອງວັນຊາດໃນວັນສຸກມື້ອື່ນ ຊຶ່ງເປັນວັນຄົບຮອບທີ່ທ່ານໂຮ່ຈິມິນ ໄດ້ປະກາດເອກກະລາດຂອງຫວຽດນາມຈາກການປົກຄອງອານານິຄົມຝຣັ່ງໃນປີ 1945.

ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນມື້ວັນພຸດວານນີ້ ທ່ານນາງ Clinton ໄດ້
ກ່າວສັນລະເສີນພະລັງການເຄື່ອນໄຫວຢ່າງວ່ອງໄວທາງດ້ານຈິດໃຈແລະຄວາມຫວັງໄປໃນ
ແງ່ດີທີ່ທ່ານນາງໄດ້ຮູ້ເຫັນເປັນພະຍານໃນລະຫວ່າງທີ່ ທ່ານນາງເດີນທາງໄປຢ້ຽມຢາມປະ
ເທດດັ່ງກ່າວ 2 ເທື່ອໃນປີ 2010. ທ່ານນາງເວົ້າວ່າ ວໍຊິງຕັນແລະຮ່າໂນ່ຍໄດ້ເພີ່ມທະວີ
ການຮ່ວມມືກ່ຽວກັບບັນຫາຈຳນວນນຶ່ງ ເຊ່ນ ເລື່ອງສິດທິມະນຸດ ການປົກປ້ອງສະພາບ
ແວດລ້ອມ ການຄ້າ ແລະຄວາມໝັ້ນຄົງທີ່ມີຮ່ວມກັນ.

ທ່ານນາງ Clinton ກ່າວວ່າ ສະຫະລັດຍັງຈະສືບຕໍ່ເປັນເພື່ອນມິດ ແລະພາຄີຂອງຫວຽດ ນາມໃນຂະນະທີ່ປະເທດທັງສອງຈັດຕັ້ງການຮ່ວມມືໃໝ່ໃນລະດັບພູມີພາກແລະລະດັບໂລກ
ໃນອະນາຄົດ.

XS
SM
MD
LG