ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດກົດ​ດັນຫວຽດນາມ​ ເລື້ອງ​ສິດທິ​ມະ​ນຸດ


ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton
ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton

ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ກົດ​ດັນຫວຽດນາມ​
ໃນ​ດ້ານ​ສິດທິ​ມະ​ນຸດ ໃນ​ຂະນະ​ທີ່​ທໍາ​ການ​ພົບ​ປະ​ກັບ ລັດຖະມົນຕີການຕ່າງປະ​ເທດຫວຽດນາມ ທ່ານ Pham Binh Minh.

ເຈົ້າໜ້າທີ່ອະວຸໂສ​ຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ​ໄດ້​ກ່າວ​ວ່າ ທ່ານ​ນາງ Clinton ​ໄດ້​ກ່າວເນັ້ນ​ເຖິງ​ຄວາມ​ສໍາຄັນ​ຂອງ​ການ​ພົບ​ປະກັນລະດັບສູງ​ຄັ້ງຈະມາ ລະຫວ່າງສະຫະລັດແລະ​ຫວຽດນາມໃນ​ເລື່ອງສິດທິ​ມະ​ນຸດ ເວລາ​ທ່ານ​ນາງໄດ້​ພົບປະ​ກັບ​ທ່ານ Minh ​ໃນ​ວັນ​ຈັນ​ວານ​ນີ້​ ຢູ່ຂ້າງ​ນອກກອງ​ປະຊຸມ​ຊະມັດ​ຊາ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນະຄອນນິວຢອກ​ນັ້ນ.

ເຈົ້າໜ້າທີ່ໆຂໍສະຫງວນຊື່​ກ່າ​ວວ່າ ທ່ານ​ນາງ Clinton ​ໄດ້​ຂໍ​ຮ້ອງເປັນການສະເພາະ​ຕໍ່ຄູ່​ຕຳແໜ່ງຝ່າຍ​ຫວຽດນາມ ໃຫ້​ພິຈາລະນາເບິ່ງບັນຫາທີ່ພົວພັນ ກັບການປະຕິບັດຕໍ່ພວກນັກສອນສາສະໜາແລະວັດຕ່າງໆຂອງສາສະໜາ ຄຣິສຕ໌ໃນຫວຽດນາມ.

ກະຊວງ​ການ​ຕ່າງປະ​ເທດຂອງ​ສະຫະລັດໄດ້ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ທັງ 2 ຍັງ ໄດ້​ໂອ້​ລົມ​ກັນກ່ຽວກັບບັນຫາ​ຕ່າງໆ​ ຊຶ່ງ​ຮວມທັງ​ບັນຫາ​ຂັດແຍ້ງກ່ຽວກັບເລື່ອງເຂດ​ນໍ້າ​ແດນ​ດິນ​ໃນທະ​ເລ​ຈີນ​ໃຕ້ ການ​ໃຫ້ຄວາມຊ່ອຍ​ເຫຼືອທາງ​ດ້ານ​ມະນຸດ ສະ​ທໍາ​ເພື່ອ​ຕໍ່ຕ້ານໂຣກ AIDS ຂອງສະຫະລັດຢູ່ໃນຫວຽດນາມ ແລະການຮ່ວມມືລະຫວ່າງປະເທດທັງສອງ ໃນດ້ານວິທະຍາສາດແລະການສຶກສານັ້ນນໍາ.

XS
SM
MD
LG