ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເລີ່ມໂຄງການ ທໍາຄວາມສະອາດ ກໍາຈັດສານພິດ ສີໝາກກ້ຽງ ຢູ່ຫວຽດນາມ


ແຜນທີ່ປະເທດຫວຽດນາມ
ແຜນທີ່ປະເທດຫວຽດນາມ

ສະຫະລັດ​ໄດ້​ເລີ່​ມທໍາ​ຄວາມ​ສະອາດ​ສິ່ງ​ເປື້ອນ​ເປິ​ຈາກ​ສານ​ເຄມີ​ເຮັດ​ໃຫ້​ໃບ​ໄມ້ຫຼົ່ນສີ​ໝາກກ້ຽງ​ ທີ່ກອງທັບ​ສະຫະລັດໄດ້​ພົ່ນ​ລົງ​ໃສ່ ໃນ​ລະຫວ່າງປາງ​ສົງຄາມ​ສະຫະລັດກັບຫວຽດນາມ ປະມານ​ເກືອບ​ສີ່​ສີ​ບປີ​ ຫຼັງຈາກ​ສົງຄາມ ດັ່ງກ່າວ​ສິ້ນ​ສຸດ​ລົງ.

ບັນດາ​ເຈົ້າໜ້າ​ທີ່​ຫວຽດນາມ​ແລະ​ສະຫະລັດ​ໄດ້​ລິ​ເລີ່​ມ​ໂຄງການ​ດັ່ງກ່າວໃນ ວັນ​ພະຫັດ​ມື້​ນີ້​ເພື່ອ​ທໍາ​ຄວາມ​ສະອາດສານພິດ​ dioxin ທີ່​ອະດີດ​ຖານ​ທັບ ສະຫະລັດ​ແຫ່ງ​ນຶ່ງ​ທີ່​ເມືອງ​ດາ​ນັງ ບ່ອນ​ທີ່​ສານເຄມີ​ສີໝາກກ້ຽງ​ ໄດ້ຖືກ ເກັບ​ໄວ້ ​ແລະ​ນໍາ​ອອ​ກ​ໃຊ້​ໃນ​ລະຫວ່າງ​ສົງຄາມ.

​ໃນ​ລະຫວ່າງ​ສົງຄາມ​ຫວຽດນາມ ​ທີ່​ດໍາ​ເນີນ​ໄປ​ຢ່າງ​ດຸ​ເດືອດ​ ໃນ​ເວລາ​ນັ້ນ ສະຫະລັດ​ໄດ້​ພົ່ນ ​ສານ​ເຄມີ​ສີໝາກກ້ຽງ ໃນ​ປະລິມານຫຼາຍລ້ານ​ລິດ ລົງ​ໃສ່​ບໍລິ​ເວນ​ປ່າຕຶບດົງ​ໜາເພື່ອເຮັດ​ໃຫ້​ໃບ​ໄມ້ຫຼົ່ນ​ໃນ​ຄວາມ​ພະຍາຍາມຊອກ​ຫາ​ກໍາລັງ​ຄອມ​ມີ​ວນີສຫວຽດນາມ​ນັ້ນ.

​ແຕ່​ສານເຄມີ​ສີໝາກກ້ຽງດັ່ງກ່າວ ​ນອກຈາກ​ຈະເຮັດ​ໃຫ້​ໃບ​ໄມ້​ຫຼົ່ນໃນ​ເນື້ອ​ທີ່ຫຼາຍລ້ານເຮັກຕາ​ແລ້ວ​ນັ້ນ ມັນຍັງໄດ້​ພາ​ໃຫ້​ເກີດຜົນ​ຮ້າຍ​ຕາມ​ມາ​ຢ່າງ​ບໍ່​ໄດ້​ເຈດ​ຕະນານໍາ ​ເຊັ່ນ​ການ​ຖືກ​ສໍາຜັດ​ກັບ​ສານພິດ​ດັ່ງກ່າວ ມີ​ສ່ວນເຊື່ອມ​ໂຍງ​ກັບການ​ເປັນ​ໂຣກ​ມະ​ເຮັງ​ໃນລະບົບ​ຫາຍ​ໃຈ ​ເບົາຫວານ ​ແລະ​ລູກ​ເກີດ​ມາ​ບໍ່​ສົມປະກອບ ​ເປັນ​ຕົ້ນ.

ທ່ານ David Shear ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ຫວຽດນາມ ກ່າວໃນ​ພິທີ​ເປີດ​ໂຄງການ​ດັ່ງກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້ວ່າ ໂຄງການ​ຮ່ວມ ທໍາ​ຄວາມ​ສະອາດນີ້ ​ຖື​ວ່າ​ມີ​ຄວາມ​ສຳຄັນປະວັດ​ສາດ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ ຮ່າ​ໂນ່ຍແລະ​ວໍ​ຊິງ​ຕັນ ກໍາລັງ​ພາກັນ​ເອົາ​ບາດກ້າວ ​ເທື່ອທໍາອິ​ດເພື່ອ​ກໍາຈັດ​ມູນ​ເຊື້ອ​ສົງຄາມ​ໃນ​ອະດີດ​ຂອງ​ພວກ​ເຮົາ​ໃຫ້​ໝົດໄປ.

ຄວາມ​ພະຍາຍາມ​ເພື່ອ​ທໍາຄວາມ​ສະອາດ​ສານ​ພິດ​ເຄມີ​ເປື້ອນ​ເປີ​ນີ້ ຊຶ່ງ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ປີ 2016 ພາກ​ປະຕິບັດ​ກໍ​ມີ​ໂຮມ​ທັງການກວດການທົດ​ລອງ ​ແລະ​ເກັບ​ກໍາ​ຕົວຢ່າງ​ດິນ​ ໃນ​ພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະທົບ ​ປະມານ 73,000 ​ແມັດ​ກ້ອນ ​ແລະ​ໃຊ້​ຄວາມ​ຮ້ອນ​ສູງ​ເພື່ອເຜົາໄໝ້​ສານພິດ​ທີ່​ຍັງ ຕົກ​ຄ້າງ​ຢູ່​ນັ້ນ ​ໃຫ້​ໝົດ​ສິ້ນ​ຫຼືໝົດ​ລິດໄປ.

XS
SM
MD
LG