ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮອງປະທານາທິບໍດີ ສຫລ ມີແຜນ ໄປຢ້ຽມຢາມ ຂົງເຂດເອເຊຍຕາເວັນອອກສຽງໃຕ້ເພື່ອປັບປຸງສາຍພົວພັນທີ່ສໍາຄັນ


ຮອງປະທານາທິບໍດີສະຫະລັດ, ທ່ານນາງ ຄາມາລາ ແຮຣີສ ກ່າວຄໍາປາໄສກ່ຽວກັບຮ່າງກົດໝາຍໃຊ້ຈ່າຍໃນໂຄງລ່າງພື້ນຖານ ທີ່ທໍານຽບຂາວ, ວັນທີ 10, ສິງຫາ 2021 (ພາບໂດຍ AP Photo/Susan Walsh)
ຮອງປະທານາທິບໍດີສະຫະລັດ, ທ່ານນາງ ຄາມາລາ ແຮຣີສ ກ່າວຄໍາປາໄສກ່ຽວກັບຮ່າງກົດໝາຍໃຊ້ຈ່າຍໃນໂຄງລ່າງພື້ນຖານ ທີ່ທໍານຽບຂາວ, ວັນທີ 10, ສິງຫາ 2021 (ພາບໂດຍ AP Photo/Susan Walsh)

ແຜນການໄປຢ້ຽມຢາມຂົງເຂດເອເຊຍຕາເວັນອອກສຽງໃຕ້ຂອງຮອງປະທານາທິບໍດີສະຫະລັດ, ທ່ານນາງ ຄາມາລາ ແຮຣີສ (Kamala Harris) ໃນອາທິດໜ້າ, ຫຼັງຈາກມີການທາບທາມທາງການທູດອື່ນໆຈາກວໍຊິງຕັນ ຈະຊ່ວຍໃຫ້ປະ ທານາທິບໍດີໂຈ ໄບເດັນ ແຂ່ງຂັນກັບຈີນ ເພື່ອສ້າງອິດທິພົນ ຢູ່ໃນຂົງເຂດທີ່ສຳ ຄັນ ແຕ່ຕ້ອງໄດ້ລະມັດລະວັງທີ່ມີປະຊາຊົນ 660 ລ້ານຄົນແຫ່ງນັ້ນໄດ້.

ໂຄສົກປະຈໍາທຳນຽບຂາວກ່າວວ່າ ທ່ານນາງແຮຣີສ ຈະເດີນທາງໄປສິງກະໂປ ຊຶ່ງເປັນສູນການເງິນໃນພາກພື້ນດັ່ງກ່າວ ແລະຫວຽດນາມ, ອະດີດສັດຕູຂອງສະຫະລັດໃນປາງສົງຄາມ. ໂຄສົກໄຊມອນ ແຊນເດີສ໌ (Symone Sanders) ກ່າວວ່າ ທ່ານນາງແຮຣີສຈະໂອ້ລົມກັບລັດຖະບານ ຂອງທັງສອງປະເທດດັ່ງ ກ່າວກ່ຽວກັບຄວາມປອດໄພ, ການປ່ຽນແປງຂອງດິນຟ້າອາກາດ, ໂຣກລະບາດແລະ “ຄວາມພະຍາຍາມຮ່ວມກັນ ເພື່ອສົ່ງເສີມຄວາມເປັນລະບຽບຮຽບຮ້ອຍຂອງສາກົນ”.
ການຢ້ຽມຢາມຂອງທ່ານນາງ ຈະມີຂຶ້ນພາຍຫລັງການເດີນທາງທ້າຍເດືອນກໍລະ ກົດຜ່ານມາ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ລອຍ ອອສຕິນ (Lloyd Austin) ໄປຍັງທັງສອງປະເທດ ແຫ່ງດຽວກັນນັ້ນ ບວກກັບຟີລິບປິນ ແລະລັດຖະມົນຕີການຕ່າງປະເທດ, ທ່ານແອນໂທນີ ບລິງເກັນ (Antony Blinken) ພົບປະກັບຄູ່ຮ່ວມພາຄີຈາກສະມາຄົມປະຊາຊາດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື ອາຊຽນ ທີ່ມີ 10 ປະເທດຢູ່ໃນກອງປະຊຸມສຸດຍອດປະຈໍາປີທາງອອນລາຍໃນວັນທີ 4 ສິງຫາຜ່ານມາ.

ເຫດການປະເພດນີ້ມີ “ບົດບາດສໍາຄັນ” ໃນ “ວິໄສທັດຂອງສະຫະລັດຕໍ່ຂົງເຂດອິນໂດ-ປາຊີຟິກ ທີ່ເສລີແລະເປີດກວ້າງ,” ນັ້ນຄືຄໍາເວົ້າຂອງຫ້ອງການຂອງສະຫະລັດປະຈໍາອາຊຽນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ.

ໂດຍປົກກະຕິແລ້ວເຈົ້າໜ້າທີ່ສະຫະລັດໃຊ້ຄຳວ່າ “ລໍາດັບສາກົນອີງຕາມລະບຽບການ” ແລະ “ອິນໂດ-ປາຊີຟິກທີ່ເສລີແລະເປີດກວ້າງ” ເພື່ອສະແຫວງຫາການສະໜັບສະໜູນໃນການທັບມ້າງສິ່ງກີດຂວາງທາງເຂົ້າເຖິງຂອງສາກົນໃນທະເລຈີນໃຕ້ທີ່ມີການຂັດແຍ້ງກັນນັ້ນ. ຈີນອ້າງເອົາກໍາມະສິດໃນປະມານ 90 ເປີເຊັນ ຂອງເສັ້ນທາງເດີນເຮືອຊຶ່ງກວມເອົາເຂດເສດຖະກິດທາງທະເລຂອງບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ບຣູໄນ, ມາເລເຊຍ, ຟິລິບປິນແລະຫວຽດນາມ. ປັກກິ່ງໄດ້ເຮັດໃຫ້ປະເທດອື່ນທີ່ອ້າງເອົາກໍາມະສິດເປັນຫ່ວງໂດຍການສ້າງເກາະທຽມຂຶ້ນມາເພື່ອໃຊ້ທາງການທະຫານ ແລະສົ່ງກໍາປັ່ນໄປຜ່ານເສັ້ນທາງທີ່ຂັດແຍ້ງກັນໃນທະເລແຫ່ງນັ້ນ.

ການທູດຂອງທ່ານໄບເດັນແມ່ນ “ມີຈຸດປະສົງເພື່ອປະສານສົມທົບດ້ານນະໂຍ ບາຍໃນທາງທີ່ວ່າ ເພື່ອໃຫ້ແນ່ໃຈວ່າມັນສອດຄ່ອງກັບນະໂຍບາຍຂອງສະຫະ ລັດຢູ່ໃນພາກພື້ນ, ອິນໂດປາຊີຟິກທີ່ເສລີແລະເປີດກວ້າງ, ສິ່ງຕ່າງໆໃນທໍານອງນັ້ນ, ລໍາດັບສາກົນທີ່ອີງຕາມລະບຽບການ, ແລະການຄົ້ນຄວ້າເບິ່ງຂົງເຂດການຮ່ວມມືເພີ້ມອີກໃນຕໍ່ໜ້າ,” ນັ້ນຄືຄໍາເວົ້າຂອງທ່ານແອຣອນ ຣາເບນາ (Aaron Rabena), ນັກຄົ້ນຄ້ວາທີ່ມູນນິທິ Asia-Pacific Pathways to Progress ໃນນະຄອນຫລວງມະນີລາ.

ທ່ານ Rabena ກ່າວວ່າ ວໍຊິງຕັນແມ່ນ “ມີຄວາມເຂົ້າໃຈໂດຍພື້ນຖານແລ້ວ” ໃນການເຂົ້າໃຈວ່າ ເປັນຫຍັງມັນຄວນຈະເປັນເງົາຕໍ່ການເຄື່ອນໄຫວທາງການທູດຂອງຈີນ “ແບບຕອບໂຕ້ເທົ່າທຽມກັນ”.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG