ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງປະທານາທິບໍດີ ​ສ​ຫລ ມຸ່ງໜ້າສູ່ກອງປະຊຸມສຸດຍອດອາຊຽນ ໃນຂະນະທີ່ຄວາມເຄັ່ງຕຶງໃນພາກພື້ນ ເພີ່ມສູງຂຶ້ນ


ແຟ້ມພາບ - ຮອງປະທານາທິບໍດີ ທ່່ານນາງຄາມາລາ ແຮຣິສ (Kamala Harris), ຂວາ, ຖັດຈາກລັດຖະມົນຕີກະຊວງຂົນສົ່ງສະຫະລັດ ທ່ານພີທ ບຸທຕິເຈຈ (Pete Buttigieg), ກ່າວຄຳປາໄສໃນລະຫວ່າງກອງປະຊຸມສຸດຍອດສະຫະລັດ - ອາຊຽນ, ວັນທີ 13 ພຶດສະພາ 2022 ຢູ່ທີ່ກະຊວງການຕ່າງປະເທດ ໃນວໍຊິງຕັນ.
ແຟ້ມພາບ - ຮອງປະທານາທິບໍດີ ທ່່ານນາງຄາມາລາ ແຮຣິສ (Kamala Harris), ຂວາ, ຖັດຈາກລັດຖະມົນຕີກະຊວງຂົນສົ່ງສະຫະລັດ ທ່ານພີທ ບຸທຕິເຈຈ (Pete Buttigieg), ກ່າວຄຳປາໄສໃນລະຫວ່າງກອງປະຊຸມສຸດຍອດສະຫະລັດ - ອາຊຽນ, ວັນທີ 13 ພຶດສະພາ 2022 ຢູ່ທີ່ກະຊວງການຕ່າງປະເທດ ໃນວໍຊິງຕັນ.

ຮອງປະທານາທິບໍດີ ຄາມາລາ ແຮຣິສ (Kamala Harris) ຢຸດແວ່ຢູ່ລັດອາລາສກາ (Alaska) ໃນວັນຈັນວານນີ້ ເພື່ອຕື່ມນໍ້າມັນ ໃນລະຫວ່າງການເດີນ ທາງໄປນະຄອນຫຼວງຈາກາຕາ ເພື່ອພົບປະກັບບັນດາຜູ້ນຳຂອງສະມາຄົມບັນ ດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ໃນກອງປະຊຸມສຸດຍອດທີ່ອິນໂດເນເຊຍ ເປັນເຈົ້າພາບ, ເຊິ່ງເປັນປະທານຂອງກຸ່ມ 10 ຊາດທີ່ກຳລັງຈະພົ້ນຈາກຕໍາແໜ່ງ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ແມ່ນ​ມີ​ຂຶ້ນ​ໃນຊ່ວງ​ເວ​ລາ​ທີ່​ຄວາມ​ເຄັ່ງ​ຕຶງເພີ່ມສູງ​ຂຶ້ນ ໃນ​ພາກ​ພື້ນນີ້ ​ໃນ​ຂະ​ນະ​ທີ່​ຈີນ​ໄດ້​ເປີດ​ເຜີຍ​ແຜນ​ທີ່​ເຂດ​ດິນ​ແດນ​ທີ່​ມີ​ຄວາມຂັດ​ແຍ້ງກັນ ທີ່​ໄດ້​ສ້າງຄວາມບໍ່ພໍໃຈໃຫ້ແກ່​ອິນ​ເດຍ, ຫວຽດ​ນາມ, ໄຕ້​ຫວັນ, ມາ​ເລ​ເຊຍ ແລະ ຟີ​ລິບ​ປິນ. ທ່ານນາງແຮຣິສ (Harris) ໄດ້ຖືກຄາດຫວັງໃຫ້ຍົກບັນຫາ​ໃນ​ອັນ​ທີ່​ຝ່າຍ​ບໍລິຫານ​ເອີ້ນ​ວ່າ ການ​ກ້າວອ້າງ​ເອົາ​ກຳມະ ສິດ​ທາງ​ທະ​ເລ​ ທີ່​ບໍ່​ຖືກຕ້ອງ​ຂອງ​ປັກ​ກິ່ງ ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ຜູ້ນຳ​ອາ​ຊຽນ.

"ທ່ານນາງຈະບໍ່ອາຍທີ່ຈະເວົ້າກ່ຽວກັບຄວາມຮັບຜິດຊອບຂອງພວກເຮົາໃນຖາ ນະເປັນມະຫາອຳນາດໃນປາຊີຟິກ" ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ (John Kirby) ໄດ້ກ່າວຕໍ່ວີໂອເອ ໃນການໃຫ້ສໍາພາດໃນວັນສຸກທີ່ຜ່ານມາ. "5 ໃນ 7 ພັນທະມິດຕາມສົນທິສັນຍາຂອງພວກເຮົາ ແມ່ນຢູ່ໃນພາກພື້ນອິນໂດ - ປາຊີຟິກ, ແລະດັ່ງນັ້ນ, ຮອງປະທານາທິບໍດີ ແນ່ນອນວ່າຈະເຮັດໃຫ້ມັນຈະແຈ້ງວ່າສະຫະລັດໃຫ້ຄວາມສຳຄັນກັບຄວາມຮັບຜິດຊອບເຫຼົ່ານັ້ນຢ່າງຈິງຈັງ."

ເຖິງແມ່ນວ່າທ່ານນາງແຮຣິສ (Harris) ໄດ້ຢູ່ໃນພາກພື້ນນີ້ຫຼາຍຄັ້ງ ນັບຕັ້ງແຕ່ໄດ້ຮັບຕໍາແໜ່ງ, ນີ້ແມ່ນຄັ້ງທໍາອິດຂອງທ່ານນາງ ໄປອິນໂດເນເຊຍ, ເຊິ່ງເປັນ "ຄູ່ຮ່ວມມືຍຸດທະສາດ" ຂອງສະຫະລັດນັບຕັ້ງແຕ່ປີ 2015 ແລະ ເປັນຜູ້ມີບົດ ບາດຄົນສໍາຄັນໃນຍຸດທະສາດອິນໂດ-ປາຊີຟິກ ຂອງຝ່າຍບໍລິຫານຂອງທ່ານໄບເດັນ (Biden). ໃນອາທິດທີ່ຜ່ານມາ, ປະເທດດັ່ງກ່າວໄດ້ເປັນເຈົ້າພາບ ຊ້ອມລົບດ້ວຍລູກປືນແທ້ ຊູເປີ ກາຣູດາ ຊີລ (Super Garuda Shield) ປະຈຳປີຄັ້ງໃຫຍ່ກັບສະຫະລັດ, ອອສເຕຣເລຍ, ຍີ່ປຸ່ນ, ສິງກະໂປ, ອັງກິດ ແລະຝຣັ່ງ.

XS
SM
MD
LG