ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານາທິບໍດີ Biden ຍັງບໍ່ແນ່ໃຈ ທີ່ຈະສະໝັກ ເປັນປະທານາທິບໍດີ


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden.

ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວ​ຢູ່​ໃນ​
ໃຫ້ການ​ສຳພາດ ທີ່​ສະເທືອນຈິດ​ໃຈ​ວ່າ ທ່ານ​ບໍ່​ແນ່​ໃຈ​ວ່າ ທ່ານ
​ພ້ອມແລ້ວ​ທີ່​ຈະ​ເລີ້​ມການໂຄສະນາ ​ຫາ​ສຽງ ເລືອກຕັ້ງປະທາ
ນາທິບໍດີ ຫລັງ​ຈາກ​ການ​ເສຍ​ຊີວິດ​ລູກ​ຊາຍ​ຂອງ​ທ່ານ ຫວ່າງ​
ມໍ່ໆ​ມາ​ນີ້.

ທ່ານ Biden ​ໄດ້​ປາກົດ​ໂຕ​ ​ໃນລາຍການ The Late Night
Show
ຂອງ ໂທລະພາບ CBS ກັບທ່ານ Stephen Colbert
​ໃນ​ແລງ​ວັນ​ພະຫັດ​ວານ​ນີ້.

ທ່ານ Biden​ ໄດ້ກ່າວ​ຕໍ່ເຈົ້າຂອງ​ລາຍການຄົນໃໝ່​ວ່າ ຜູ້ໃດ​ຜູ້​
ນຶ່ງ​ທີ່ລົງສະໝັກ ເປັນປະ​ທາ​ນາ​ທິບໍດີ ຕ້ອງ​ອຸທິດຕົນຢ່າງ​ສຸດ​ອົກ​ສຸກ​ໃຈ ພ້ອມດ້ວຍຈິດ
ວິນຍານ ເຫື່ອ​ແຮງ ​ແລະ​ຄວາມຢາກ​ເຮັດ​ຢາກ​ທຳ​ຕໍ່ໜ້າ​ວຽກ.

ທ່ານ Biden ກ່າວຕໍ່ ທ່ານ Colbert ວ່າ “ຂ້າພະ​ເຈົ້າ ຈະ​ເວົ້າ​ຕົວະ ຖ້າ​ຫາກ ຂ້າພະ​ເຈົ້າ
​ເວົ້າ​ວ່າ ຂ້າພ​ະ​ເຈົ້າຮູ້ວ່າຂ້າພະເຈົ້າໄປຮອດທີ່​ນັ້ນແລ້ວ".

ລູກ​ຊາຍທ່ານ Biden ຊື່ວ່າ Beau ຜູ້​ທີ່​ໄດ້​ຊັກ​ຊວນ​ໃຫ້​ພໍ່​ຂອງ​ທ່ານ ​ລົງສະໝັກ ​ເປັນ
ປະທານາທິບໍດີ ​ໄດ້​ເສຍ​ຊີວິດ​ໃນ​ເດືອນ​ພຶດສະພາທີ່​ຜ່ານ​ມາຈາກ ​ຍ້ອນໂຣກ ມະເຮັງ
ໃນ​ສະໝອງ.

ຮອງ​ປະທານາທິບໍດີ ກ່າວ​ວ່າ ທ່ານ "​ໄດ້​ສູນ​ເສຍ" ຫວ່າງ​ມໍ່ໆ​ມາ​ນີ້ ​ເວລາ​ທ່ານ ຮັບ​ຕ້ອນ​ບັນດາ​ສະມາຊິກ​ທະຫານ ​ແລະ​ຄອ​ບຄົວ​ຂອງ​ເຂົາ​ເຈົ້າ​ໃ ນນະຄອນ Denver ລັດ
Colorado ​ເວລາ​ສະມາຊິກ​ທະຫານ​ຄົນ​ນຶ່ງ ​ກ່າວ​ວ່າ ລາວ​ໄດ້​ຮ່ວມປະຕິບັດງານ​ກັບທ່ານ
Beau ຢູ່​ໃນ​ອີຣັກ​. “ຂ້າພະ​ເຈົ້າ ບໍ່ຄວນ​ເວົ້າ​ດັ່ງ​ນີ້: ທ່ານເຮັດ​ຢ່າງ​ນັ້ນ​ບໍ່​ໄດ້" ທ່ານ Biden
ໄດ້​ກ່າວ ທີ່​ອ້າງ​ເຖີງການ​ຮ້ອງ​ໃຫ້​ແລະ​ຄວາມ​ເປັນໄປ​ໄດ້​ຂອງ​ການລົງສະໝັກແຂ່ງຂັນ
ເປັນປະ​ທາ​ນາ​ທິບໍດີ.

​ໃນ​ເດືອນ​ທັນວາ ປີ 1972 ທ່ານ Biden ​ໄດ້​ເສຍ​ພັນ​ລະ​ຍາ ​ແລະ​ລູກ​ສາວ ຍ້ອນ​ອຸບັດ​ເຫດ
​ລົດ​ຕຳ​ກັນ ທີ່​ເຮັດ​ໃຫ້​ທ່ານ Beau ​ແລະ ລູກ​ຊາຍ​ອີກ​ຄົນ​ນຶ່ງ ທ່ານ Hunter ໄດ້ຮັບບາດ
ເຈັບນັ້ນ. ​

US Politics Biden
please wait
Embed

No media source currently available

0:00 0:00:42 0:00

ກ່ຽວຂ້ອງກັນ

XS
SM
MD
LG