ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີິ ປາແລສໄຕນ໌ ຮ້ອງຂໍ ເຂົ້າເປັນສະມາຊິກ ສານອາຍານາໆຊາດ


ປະທານາທິບໍດີ Mahmoud Abbas (ກາງ) ກ່າວຄຳປາໄສ ໃນຂະນະທີ່ນາຍົກລັດຖະມົນຕີປາແລສໄຕນ໌ ທ່ານ Rami Hamdullah (ຂວາ) ຕົບມື້ ໃນລະຫວ່າງພິທີສະຫລອງ ຄົບຮອບ 50 ປີ ຂອງການສ້າງຕັ້ງຂະບວນການຟ້າຕ້າ (31 ທັນວາ 2014)
ປະທານາທິບໍດີ Mahmoud Abbas (ກາງ) ກ່າວຄຳປາໄສ ໃນຂະນະທີ່ນາຍົກລັດຖະມົນຕີປາແລສໄຕນ໌ ທ່ານ Rami Hamdullah (ຂວາ) ຕົບມື້ ໃນລະຫວ່າງພິທີສະຫລອງ ຄົບຮອບ 50 ປີ ຂອງການສ້າງຕັ້ງຂະບວນການຟ້າຕ້າ (31 ທັນວາ 2014)

ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ໄດ້
ຮ້ອງຂໍຢ່າງເປັນທາງການເພື່ອເຂົ້າຮ່ວມສານອາຍານາໆຊາດ
ຫຼື ICC ໃນອັນທີ່ປາກົດວ່າເປັນຄວາມຕັ້ງໃຈເພື່ອຈະຟ້ອງອິສ ຣາແອລໃນຂໍ້ຫາກໍ່ອາຊະຍາກຳສົງຄາມ.

ທ່ານ Abbas ໄດ້ລົງນາມໃນຂໍ້ຕົກລົງ ຮັບຮູ້ສານດັ່ງກ່າວ ໃນ
ວັນພຸດວານນີ້. ທ່ານເວົ້າວ່າ ສະພາຄວາມໝັ້ນຄົງ ສະຫະປະ
ຊາຊາດ ເຮັດໃຫ້ຊາວປາແລສໄຕນ໌ຜິດຫວັງເວລາສະພາດັ່ງ
ກ່າວປະຕິເສດຕໍ່ຮ່າງຍັດຕິການຕັ້ງລັດເອກກະລາດປາແລສ
ໄຕນ໌ ນຶ່ງມື້ກ່ອນນີ້.

PALESTINIAN ICC VO
please wait
Embed

No media source currently available

0:00 0:00:39 0:00

ທ່ານ Abbas ກ່າວວ່າ ຊາວປາແລສໄຕນ໌ ຕ້ອງການຢາກຮ້ອງທຸກ ກ່ຽວກັບອັນທີ່ທ່ານ ເອີ້ນວ່າ ການຮຸກຮານຕໍ່ພວກເຂົາເຈົ້າ ແລະດິນແດນເຂົາເຈົ້າ.

ທ່ານ Benjamin Netanyahu ນາຍົກລັດຖະມົນຕີຂອງອິສຣາແອລ ໄດ້ຂົ່ມຂູ່ທີ່ຈະທຳ ການຕອບໂຕ້ຕໍ່ການຮ້ອງຂໍເຂົ້າຮ່ວມສານອາຍານາໆຊາດດັ່ງກ່າວແຕ່ບໍ່ໄດ້ລະບຸວ່າຈະ​ຕອບ​ໂຕ້​ແບບ​ໃດ.

ທ່ານ Jeff Rathke ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດຮູ້ ສຶກກັງວົນໃຈເປັນທີ່ສຸດ ນຳການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ຂອງຝ່າຍປາແລສໄຕນ໌ ໃນມື້ວັນ ພຸດວານນີ້. ທ່ານເວົ້າວ່າ ມັນເປັນເລື່ອງທີ່ບໍ່ສ້າງສັນແລະບໍ່ໄດ້ສົ່ງເສີມຫຍັງຕື່ມກ່ຽວກັບ ຄວາມໄຝ່ຝັນຢາກເປັນປະເທດເອກກະລາດ ຂອງຊາວປາແລສໄຕນ໌.

Palestinians Vow to Pursue Israel at ICC After UN Statehood Bid Fails
please wait

No media source currently available

0:00 0:02:52 0:00

XS
SM
MD
LG