ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ສຫລ ຈະສົ່ງກໍ່າປັນ ຕັດນໍ້າກ້ອນ ໄປຊ່ວຍ ກໍ່າປັ່ນ ຣັດເຊຍ ແລະຈີນ ຢູ່ຂົ້ວໂລກໃຕ້ (ວີດີໂອ)


ກໍ່າປັ່ນ MV Akademik Shokalskiy ຂອງ ຣັດເຊຍ ທີ່ຕິດຄາ ແຜ່ນນໍ້າກ້ອນ ຢູ່ຂົ້ວໂລກໃຕ້
ໜ່ວຍ​ຍາມ​ຝັ່ງ​ສະຫະລັດ​ ເວົ້າ​ວ່າ ກໍ່າ​ປັ່ນ​ຂອງ​ຕົນ​ລໍາ​ນຶ່ງ​ ກໍາລັງ​ຕອບ​ສະໜອງ ຕາມ​ຄໍາ​ຮ້ອງ​ຂໍ​ຂອງ​ອອສ​ເຕຣ​ເລຍ ຣັດ​ເຊຍ ​ແລະ​ຈີນ ​ເພື່ອ​ຊ່ວຍກູ້ເອົາ​ກໍ່າ​ປັ່ນ​ສອງ​ລໍາ​ທີ່​ຕິດຄາ​ຢູ່ແຜ່ນ​ນໍ້າກ້ອນ​ໃນ ເຂດ​ຂົ້ວ​ໂລກ​ໃຕ້ນັ້ນ.

ໜ່ວຍ​ຍາມ​ຝັ່ງ​ເວົ້າ​ເມື່ອ​ວັນເສົາ​ວານ​ນີ້​ວ່າ ກໍ່າ​ປັ່ນ​ Polar Star ຊຶ່ງ​ເປັນ ກໍ່າ​ປັ່ນ​ຕັດ​ນໍ້າ​ແຂງຂອງ​ຕົນ ​ໄດ້​ຕັດ​ເວລາ​ລົງ​ໃນແຜນການ ຢຸດ​ແວ່​ຢູ່ເມືອງ ທ່າ Sydney ປະ​ເທດ​ອອສ​ເຕຣເລ​ຍ ​ເພື່ອ​ຊ່ວຍ​ກໍ່າ​ປັ່ນ​ສໍາຫຼວດ Akademik Shokalskiy ຂອງຣັດ​ເຊຍ ​ແລະ​ກໍ່າ​ປັ່ນຕັດນໍ້າ​ກ້ອນມັງກອນ ຫິມະ ​ຫລື Snow Dragon ຂອງ​ຈີນ.

​ໃນ​ຖະ​ແຫຼງການສະບັບນຶ່ງ​ນັ້ນ ນາຍ​ທະຫານ​ສະຫະລັດ ທ່ານ Paul Zukunft ​ເວົ້າ​ວ່າ ພາລະກິດສຳຄັນສຸດ​ຂອງ​ໜ່ວຍ​ຍາມ​ຝັ່ງ​ນັ້ນ ກໍ​ຄື​ຄວາມ​ປອດ​ໄພ​ຂອງ​ຊີວິດ​ຢູ່ໃນທ້ອງ​ທະ​ເລ. ທ່ານ​ພອລ ​ເວົ້າ​ວ່າ ນັ້ນ​ຄື​ເຫດຜົນ ທີ່ໜ່ວຍ​ຍາມ​ຝັ່ງ ທີ່​ຈະ​ຊ່ວຍ​ຕັດ​ນໍ້າກ້ອນ ອອກ​ຈາກ​ເສັ້ນທາງ​ເດີນ​ເຮືອ​ ສຳ ລັບ​ກໍ່າ​ປັ່ນ​ທັງ​ສອງ​ລໍາ ທີ່​ຕິດ​ຄ້າງດັ່ງກ່າວ​ນັ້ນ​.

ກໍ່າ​ປັ່ນ​ສໍາຫຼວດ Akademik Shokalskiy ຂອງ​ຣັດ​ເຊຍ ​ໄດ້​ຕິດ​ຄາ​ນໍ້າກ້ອນ ຢູ່​ເຂດ​ຂົ້ວ​ໂລກ​ໃຕ້​ ມາ​ຕັ້ງ​ແຕ່​ວັນ​ທີ 24 ​ເດືອນທັນວາ ຜ່ານ​ມາ​ນີ້. ​ເຮືອບິນ Helicopter ລໍາ​ນຶ່ງ​ຈາກ​ກໍ່າ​ປັ່ນ Snow Dragon ​ໄດ້​ຊ່ວຍ​ ກູ້ ເອົາຜູ້​ໂດຍສານ 52 ຄົນ ຈາກ​ ກໍ່າ​ປັ່ນຣັດ​ເຊຍ ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ໄປ​ສົ່ງໃຫ້ກໍ່​າປັ່ນຕັດນໍ້າ​ກ້ອນ Aurora Australis ຂອງ​ ອອສ​ເຕຣ​ເລຍແລ້ວ​.

​ແຕ່​ກໍ່າ​ປັ່ນ Snow Dragon ຂອງ​ຈີນ ກໍ​ໄດ້​ຕິດ​ຄາ​ນໍ້າ​ກ້ອນ​ເຊັ່ນ​ກັນ.

Antarctica Ship
please wait
Embed

No media source currently available

0:00 0:00:44 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG