ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະຫະລັດ ​ຍັງ​ບໍ່​ທັນ​​ໄດ້ ຕັດສິນ​ໃຈ​​ເທື່ອ​ວ່າ ຈະ​ຮັບຮູ້​ ຜູ້ນໍາຄົນໃໝ່​ຂອງ ເວເນຊູເອລາ


ທ່ານ Nicolas Maduro ສະແດງໃບຢັ້ງຢືນ ຜົນການເລືອກຕັ້ງ
ທ່ານ Nicolas Maduro ສະແດງໃບຢັ້ງຢືນ ຜົນການເລືອກຕັ້ງ
ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ສະຫະລັດ​ຍັງ​ບໍ່​ທັນໄດ້ຕັດສິນ​ໃຈເທື່ອ​ວ່າ ຈະ​ຮັບຮູ້​ປະທາ​ນາ​ທິບໍດີ​ໃໝ່​ຂອງ Venezuala ​ທ່ານ Nicolas Maduro ນັ້ນ​ຫລື​ຍັງ.

ທ່ານ Kerry ​ໄດ້ໄປ​ໃຫ້ການ​ຕໍ່​ກໍາມະການ​ສະພາ​ຕໍ່າຄະນະ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ​ແຄຣີ​ເວົ້າ​ວ່າ “ພວກ​ເຮົາ​ຄິດ​ວ່າ ໜ້າ​ຈະ​ມີ​ການ​ນັບ​ບັດຄະ​ແນນ​ເລືອກ​ຕັ້ງໃໝ່. ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ມັນ​ຈະ​ມີ​ຂຶ້ນ​ໃນ​2-3ວັນ​ຂ້າງ​ໜ້າ​ນີ້ຫລື​ບໍ່. ພວກ​ຂະ​ເຈົ້າເວົ້າ​ກັນ​ວ່າ ຈະ​ມີ​ພິທີ ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງໃນ​ວັນ​ສຸກນີ້. ​ແນ່ນ​ແນ​ວ່າ ຖ້າ​ຫາກ​ວ່າມັນ​ມີ​ສິ່ງ​ທີ່​ບໍ່​ຖືກ​ບໍ່​ຕ້ອງ​ຢ່າງ​ຫລວງຫລາຍ ພວກ​ເຮົາກໍຈະ​ມີ​ຄວາມ​ບໍ່​ແນ່​ໃຈ​ຢ່າງ​ໜັກ ກ່ຽວ​ກັບ​ຄວາມ​ຖືກຕ້ອງ​ຊອບ​ທໍາ ຂອງ​ລັດຖະບານ​ຊຸດ​ນີ້.”

ໄຊຊະນະແບບໝິ່ນໆໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ເມື່ອ​ວັນ​ອາທິດ​ຜ່ານ​ມາ ຂອງທ່ານ Nicolas Maduro ຜູ້​ທີ່​ມື້​ລາງປະທານາທິບໍດີຫົວ​ສັງຄົມ​ນິຍົມ ທ່ານ Hugo Chavez ໄດ້​ເລືອກ​ໃຫ້​ເປັນ​ຜູ້​ສືບ​ຕໍາ​ແໜ່​ງ​ແທນທ່ານນັ້ນ ໄດ້​ຖືກ​ປະຕິ​ເສດ​ໂດຍ​ຄູ່​ແຂ່ງຈາກຝ່າຍ​ຄ້ານ ​ທ່ານ Henrique Capriles ຊຶ່ງ​ທາງ​ຝ່າ​ຍຄ້ານ​ນັ້ນກ່າວ​ຫາ​ວ່າ ມີ​ການ​ສໍ້​ໂກງ​ບັດ​ຄະ​ແນນ​ສຽງ​ ແລະໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ນັບຄະ​ແນນ​ສຽງຄືນ​ໃໝ່.

ແຕ່​ທາງ​ສານ​ສູງ​ຂອງ Venezuela ຖະເເຫຼງວ່າ ການ​ນັບບັດ​ຄືນ​ໃໝ່​ດ້ວຍ​ມື​ນັ້ນ​ແມ່ນ​ເປັນ​ໄປ​ບໍ່​ໄດ້​ ເນື່ອງ​ຈາກ​ວ່າ ການ​ນັບ​ຄະ​ແນນ​ສຽງ​ນັ້ນໃຊ້​ລະບົບຄອມ​ພິວ​ເຕີ ທັງ​ໝົດ​. ທາງ​ຄະນະ​ກໍາມະການ​ເລືອກ​ຕັ້ງ​ໄດ້​ກ່າວ​ໄປ​ແລ້ວ​ວ່າ​ ຈະ​ບໍ່​ມີ​ການ​ນັບ​ຄະ​ແນນ​ສຽງ​ຄືນ​ໃໝ່.
ຄວາມ​ຮຸນ​ແຮງ​ໃນ​ການ​ປະ​ທ້ວງ​ຜົນ​ການ​ເລືອກ​ຕັ້ງ​ຂອງ​ຝ່າ​ຍຄ້ານ ໄດ້​ຍັງ​ຜົນ​ໃຫ້ມີການ​ລົ້ມ​ຕາຍ​ເຖິງ 7 ສົບ ດ້ວຍ​ກັນ​.

Venezuela
please wait
Embed

No media source currently available

0:00 0:01:46 0:00
XS
SM
MD
LG