ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະດີລັກລອບຂໍ້ມູນນິວເຄລຍ


ນັກວິທະຍາສາດຄົນນຶ່ງແລະພັນ ລະຍາຂອງຜູ້ກ່ຽວ ຊຶ່ງທັງສອງ ຕ່າງກໍເຮັດວຽກ ຢູ່ທີ່ສູນກາງຄົ້ນ ຄວ້າ ທາງດ້ານນິວເຄລຍຂອງ ສະຫະລັດ ໄດ້ຖືກຈັບແລະຖືກ ກ່າວຫາວ່າພະຍາຍາມຈະຂາຍ ຄວາມລັບ ໃນການສ້າງອາວຸດ ນິວເຄລຍ ໃຫ້ແກ່ຄົນໆນຶ່ງ ທີ່ພວກເຂົາເຈົ້າຄິດວ່າ ເປັນເຈົ້າໜ້າທີ່ ຂອງເວເນຊູເອລາ.

ກະຊວງຍຸດຕິທຳຂອງສະຫະລັດກ່າວວ່າ ທ່ານ Pedro Leonardo Mascheroni ຄົນອະ ເມຣິກັນເຊື້ອສາຍອາເຈັນຕິນາແລະພັນລະຍາຂອງທ່ານນາງ Majorie Roxby Masche- roni ໄດ້ຖືກຈັບ ໃນມື້ວັນສຸກວານນີ້ ແລະໄດ້ໄປປາກົດໂຕ ທີ່ສານຂອງລັດຖະບານກາງສະ ຫະລັດ ຢູ່ເມືອງ Albuquerque ໃນລັດນິວເມັກຊິໂກ. ບຸກຄົນທັງສອງ ເຄີຍເປັນອະດີດພະ ນັກງານ ສັນຍາຈ້າງ ທີ່ສູນກາງຄົ້ນຄວ້າແຫ່ງຊາດ Los Alamos ຂອງສະຫະລັດ.

ສຳນວນຟ້ອງບໍ່ໄດ້ກ່າວຫາເວເນຊູເອລາຫຼືບຸກຄົນໃດບຸກຄົນນຶ່ງທີ່ດຳເນີນການ ໃນນາມຂອງ ປະເທດດັ່ງກ່າວ ຊອກສະແຫວງຫາ ຫຼືໄດ້ຮັບ ຂໍ້ມູນລັບໃດໆ.

ຄະນະໄອຍະການ ໄດ້ຟ້ອງຮ້ອງໃນຄວາມຜິດ 22 ກະທົງ ທີ່ທ່ານ Mascheroni ໄດ້ກ່າວ ຕໍ່ສາຍລັບຂອງອົງການສັນຕິບານກາງ FBI ຂອງສະຫະລັດ ທີ່ວ່າ ທ່ານສາມາດຊ່ອຍເວເນ ຊູເອລາໄດ້ ໃນການສ້າງອາວຸດນິວເຄລຍ ພາຍໃນເວລາ 10 ປີ.

XS
SM
MD
LG