ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປີນີ້ ສະຫະລັດໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຫລາຍທີ່ສຸດ ໃນຮອບ 25 ປີຜ່ານມາ ໃນດ້ານຂຸດຄົ້ນລະເບີດບໍ່ທັນແຕກ


ກະສອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ທີ່ໄດ້ຖືກເກັບມາທ້ອນໄວ້ຫລັງຈາກຖືກທໍາລາຍແລ້ວ
ກະສອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ທີ່ໄດ້ຖືກເກັບມາທ້ອນໄວ້ຫລັງຈາກຖືກທໍາລາຍແລ້ວ

ສະຫະລັດໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ 40 ລ້ານໂດລາໃນດ້ານ ການຂຸດຄົ້ນລະເບີດບໍ່ທັນແຕກ ຫລື UXO ສໍາລັບປີ 2021 ນີ້ ຊຶ່ງເປັນເງິນທຶນ ຊ່ວຍເຫລືອສູງຢ່າງເປັນປະຫວັດການຂອງສະຫະລັດໃຫ້ແກ່ລາວ ໃນດ້ານນີ້ ອີງຕາມທ່ານນາງ ສຸຣະພິນ ຫລື ເຊຣາ ກຸຫລາບດາຣາ, ຫົວໜ້າຜູ້ບໍລິຫານ ອົງການ Legacies of War ທີ່ເປັນອົງການບໍ່ຂຶ້ນກັບລັດຖະບານຕັ້ງຢູ່ໃນນະຄອນຫລວງວໍຊິງຕັນ. ທ່ານນາງໄດ້ ໄດ້ນໍາເອົາຂ່າວດີດັ່ງກ່າວມາເວົ້າສູ່ ຟັງດ້ວຍຄວາມຕື່ນເຕັ້ນ ທີ່ໄດ້ມີການຊ່ວຍເຫລືອດັ່ງກ່າວ ທີ່ສູງແບບບໍ່ເຄີຍມີ ມາກ່ອນ ໃນການໃຫ້ສໍາພາດກັບໂອເອ ເມື່ອມໍ່ໆມານີ້ວ່າ:

ທ.ນ. ເຊຣາ ກຸຫລາຍດາຣາ, ຫົວໜ້າຜູ້ບໍລິຫານອົງການ Legacies of War ອະທິບາຍກ່ຽວກັບວຽກງານເກັບກູ້ລະເບີດ ຢູ່ກອງປະຊຸມຕອນນຶ່ງ
ທ.ນ. ເຊຣາ ກຸຫລາຍດາຣາ, ຫົວໜ້າຜູ້ບໍລິຫານອົງການ Legacies of War ອະທິບາຍກ່ຽວກັບວຽກງານເກັບກູ້ລະເບີດ ຢູ່ກອງປະຊຸມຕອນນຶ່ງ

"ສະຫະລັດເປັນປະເທດທີ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຫລາຍທີ່ສຸດ ໃນ ດ້ານການຂຸດຄົ້ນລະເບີດບໍ່ທັນແຕກ ໂດຍໄດ້ໃຫ້ທຶນທັງໝົດ 230 ລ້ານໂດລາ ນັບແຕ່ປີ 1995 ເປັນຕົ້ນມາ.” ນັ້ນຄືຄໍາເວົ້າຂອງທ່ານນາງອາເລັກສ໌ ໄຮນິເກີ (Alex Hiniker) ປະທານຄະນະກໍາມະການຂອງອົງການ Legacies of War ທີ່ຕອບຄໍາຖາມຂອງວີໂອເອຜ່ານທາງອີເມລ, ໂດຍອ້າງອີງເຖິງຄໍາເວົ້າ ໃນຖະແຫລງການຕອນນຶ່ງຂອງດຣ. ປີເຕີ້ ເຮມ໋ອນ (Peter Haymond), ເອກອັກຄະລັດຖະຂອງສະຫະລັດປະຈໍາລາວ.

ອ່ານສະຫລຸລຫຍໍ້ກ່ຽວກັບຂ່າວນີ້:

The U.S. Granted $40 Million Fund for UXO Clearance in Laos

The U.S. granted a historical high aid of $40 million for the clearance of unexploded ordnance (UXO) in Laos, said Sera Koulabdara, Executive Director of Legacies of War, Washington-based non-profit organization. "The United States is the largest donor to the UXO sector in Lao PDR, having contributed more than $230 million since 1995," wrote Alex Hiniker, Chairwoman of Legacies of War Board, citing a statement of U.S. Ambassador Peter Haymond to Laos.

XS
SM
MD
LG