ສົນທິສັນຍາລົດຜ່ອນກໍາລັງອາວຸດຍຸດທະສາດສະບັບໃໝ່ລະຫວ່າງສະຫະລັດແລະຣັດເຊຍ ທີ່ຈໍາກັດຈໍານວນຫົວລະເບີດນີວເຄລຍທີ່ທັງສອງປະເທດສາມາດມີຢູ່ໃນຄວາມຄອບ
ຄອງໄດ້ນັ້ນໄດ້ມີຜົນບັງຄັໃຊ້ນັບແຕ່ວັນເສົາວານນີ້ເປັນຕົ້ນ
ໄປ.
ທ່ານນາງ Hillary Clinton ລັດຖະມຸນຕີການຕ່າງປະເທດ
ສະຫະລັດ ແລະທ່ານ Sergei Lavrov ລັດຖະມຸນຕີການ
ຕ່າງປະເທດຣັດເຊຍ ໄດ້ແລກປ່ຽນເອກະສານທີ່ເຮັດໃຫ້ສົນ
ທິສັນຍາດັ່ງກ່າວ ມີຜົນບັງຄັບໃຊ້ຢ່າງເປັນທາງການກັນຢູ່
ນອກກອງປະຊຸມວ່າດ້ວຍຄວາມໝັ້ນຄົງບັ້ນນຶ່ງ ທີ່ນະຄອນ
Munich ປະເທດເຢຍຣະມັນ.
ສັນຍາສະບັບໃໝ່ຊຶ່ງຈະມີຜົນບັງຄັບໃຊ້ເປັນເວລາ 10 ປີ ລົດຜ່ອນຈໍານວນຫົວລະເບີດນີວເຄລຍຍຸດທະສາດຂອງສະຫະລັດແລະຣັດເຊຍລົງຈາກ 2200 ລົງມາເປັນ 1550 ຫົວ.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ທັງສອງຝ່າຍຈະຕ້ອງແລກປ່ຽນຂໍ້ມູນກັນກ່ຽວກັບຈໍານວນສະຖານ
ທີ່ເກັບມ້ຽນ ແລະລັກສະນະຂອງພວກອາວຸດທີ່ບົ່ງໄວ້ໃນສັນຍາສະບັບນີ້ພາຍໃນ 45 ມື້.
ທ່ານນາງຄລິນຕັນເອີ້ນຂໍ້ຕົກລົງດັ່ງກ່າວວ່າ ເປັນຄວາມຮ່ວມໄມ້ຮ່ວມມືກັນຢ່າງຈະແຈ້ງ ທີ່
ເປັນຜົນປະໂຫຍດຕໍ່ໝົດທຸກຄົນ. ສ່ວນທ່ານ Lavrov ນັ້ນ ກ່າວວ່າ ສັນຍາສະບັບນີ້ຈະຍົກ
ສູງສະຖຽນລະພາບລະຫວ່າງຊາດ.
ປະທານາທິບໍດີບາຣັກໂອບາມາ ແຫ່ງສະຫະລັດແລະປະທານາທິບໍດີ Dmitry Medvedev
ແຫ່ງຣັດເຊຍໄດ້ລົງນາມໃນສົນທິສັນຍາດັ່ງກ່າວໃນເດືອນເມສາປີແລ້ວນີ້ ທີ່ກຸງ Prague.