ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫລ ຮຽກ​ຮ້ອງ​ໃຫ້ ສ​ປ​ຊ ລົງ​ຄະ​ແນນ​ສຽງ ອະ​ນຸ​ມັດ ໃຫ້ເປີດ​ດ່ານ​ຂ້າມ​ເຂົ້າ​ ຊີ​ເຣຍ ຜ່ານ​ເທີ​ກີ ເພີ້ມ​ຂຶ້ນ


ພວກ​ຜູ້​ຊາຍກວດ​ລົດ​ບັນ​ທຸກເຄື່ອງຊ່ວຍ​ເຫລືອ ຂອງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ຫລັງ​ຈາກ​ແຜ່ນ​ດິນ​ໄຫວ ຢູ່​ທີ່​ຊາຍ​ແດນ​ Bab al-Hawa ຂອງຊີ​ເຣຍ ຕິດ​ກັບ​ເທີ​ກີ, ແຂວງ Idlib, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ, ວັນ​ທີ 12 ກຸມ​ພາ, 2023.
ພວກ​ຜູ້​ຊາຍກວດ​ລົດ​ບັນ​ທຸກເຄື່ອງຊ່ວຍ​ເຫລືອ ຂອງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ຫລັງ​ຈາກ​ແຜ່ນ​ດິນ​ໄຫວ ຢູ່​ທີ່​ຊາຍ​ແດນ​ Bab al-Hawa ຂອງຊີ​ເຣຍ ຕິດ​ກັບ​ເທີ​ກີ, ແຂວງ Idlib, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ, ວັນ​ທີ 12 ກຸມ​ພາ, 2023.

ສະຫະລັດ ​ໃນ​ວັນ​ອາທິດ​ວານ​ນີ້ ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ “ລົງ​ຄະ​ແນນ​ສຽງ​ໃນ​ທັນທີ” ​ເພື່ອ​ອະນຸຍາດ​ໃຫ້ສົ່ງເຄືຶຶ່ອງຊ່ວຍ​ເຫລືອ​ຂອງ ສະຫະ​ປະຊາ​ຊາດ ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ​ໂດຍ​ຜ່ານ​ດ່ານ​ຊາຍ​ແດນ​ເທີ​ກີ ເພີ້ມ​ຂຶ້ນອີກ ຫລັງ​ຈາກ​ໄດ້​ເກີດ​ແຜ່ນດິນ​ໄຫວ​ໃນ​ອາທິດ​ແລ້ວ​ນີ້, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ນັບ​ແຕ່​ປີ 2014 ​ເປັນ​ຕົ້ນ​ມາ ອົງການ​ສະຫະ​ປະຊາ​ຊາດ​ສາມາດ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ລ້ານ​ຄົນ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ​ທີ່​ຖືກ​ສົງຄາມທຳ​ລາຍ ​ໂດຍ​ຜ່ານເທີກີ ​ພາຍ​ໃຕ້​ການ​ມອບ​ໝາຍ​ຂອງ​ສະພາ​ຄວາມ​ໝັ້ນຄົງ. ​ແຕ່​ວ່າ ​ປັດຈຸ​ບັນ​ນີ້ ແມ່ນຖືກ​ຈຳກັດ​ໃຫ້​ໃຊ້​ໄດ້ພຽງ​ແຕ່​ດ່ານ​ຊາຍ​ແດນ​ແຫ່ງ​ດຽວ​ເທົ່າ​ນັ້ນ.

ທ່ານນາງ​ລິນ​ດາ ​ໂທ​ມັ​ສ-ກ​ຣີນ​ຟຽວ, ເອກອັກຄະລັດຖະທູດສະຫະລັດປະຈຳ ສະຫະ ປະຊາຊາດ ກ່າວຢູ່ໃນຖະແຫຼງການສະ​ບັບ​ນຶ່ງ​ທີ່​ສົ່ງ​ໃຫ້ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ວ່າ “ດຽວນີ້, ທຸກໆ ຊົ່ວໂມງແມ່ນສຳຄັນ." "ປະຊາຊົນໃນເຂດທີ່ຖືກກະທົບແມ່ນກາງ​ຕໍ່​ເພິ່ງ​ພາພວກເຮົາ."

ທ່ານນາງກ່າວວ່າ "ພວກເຮົາບໍ່ສາມາດປ່ອຍໃຫ້ພວກເຂົາເຈົ້າ​ຜິດ​ຫວັງໄດ້ - ພວກ ເຮົາຕ້ອງລົງຄະແນນສຽງໃນທັນທີ ກ່ຽວກັບມະຕິທີ່ຈະປະຕິບັດຕາມການຮຽກຮ້ອງ ຂອງອົງ​ການສະຫະປະຊາຊາດ ໃນ​ການອະນຸຍາດ ໃຫ້ຂ້າມຊາຍແດນເພີ່ມອີກ ສໍາລັບ ການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ," ທ່ານນາງເວົ້າອີກວ່າ "ມັນເຖິງເວລາແລ້ວ ທີ່ຈະເຄື່ອນ​ໄຫວຢ່າງຮີບດ່ວນ ແລະຢ່າງຕັ້ງ​ໃຈ."

ຫົວໜ້າດ້ານການຊ່ວຍເຫຼືອຂອງສະຫະປະຊາຊາດ, ທ່ານມາ​ຕິນ ​ກ​ຣິ​ຟ​ຟິ​ສ, ທີ່ຢູ່ໃນ ເທີກີ ແລະຮອດກຳ​ນົດຈະໄປຢ້ຽມຢາມຊີເຣຍ, ກ່າວຕໍ່ອົງ​ການ​ຂ່າວ ສ​ກາຍ ນີ້ວສ໌ (Sky News) ໃນວັນເສົາຜ່ານ​ມາວ່າ ທ່ານຈະຮ້ອງຂໍສະພາຄວາມໝັ້ນຄົງ ໃຫ້ອະນຸ ຍາດມີ​ທາງ​ເຂົ້າສຳ​ລັບ ເຄື່ອງ​ຊ່ວຍ​ເຫລືອ ​ຜ່ານດ່ານຊາຍແດນໄດ້ອີກ 2 ແຫ່ງ, ໂດຍໃຫ້ເຫດຜົນວ່າ “ເປັນສະ​ພາບ​ການດ້ານມະນຸດສະທຳທີ່ຈະແຈ້ງຫຼາຍ.”

ໂຄສົກເຈນສ໌ ເລຍ​ເຄ (Jens Laerke) ກ່າວວ່າ ທ່ານ​ກ​ຣິ​ຟ​ຟິ​ສ "ກໍາລັງເນັ້ນ​ຢູ່​ໃນ​ການ​ລົມ​ທາງໂທລະສັບ ຢ່າງຫນັກແຫນ້ນ ຢູ່ດ້ານຫນ້າ , ດ້ານການທູດ, ໂດຍ​ໄດ້ລົ​ມ ກັບທຸກຄົນ ເພື່ອໃຫ້​ເປີດດ່ານຊາຍແດນ ໃຫ້​ຄົນ​ຜ່ານ​ໄດ້ຫຼາຍແຫ່ງກວ່າເກົ່າ."

​ທ່ານກ​ຣິ​ຟ​ຟິ​ສ ຈະລາຍ​ງານໂດຍຫຍໍ້ ຕໍ່ສະພາຄວາມຫມັ້ນຄົງຂອງອົງ​ການສະຫະ ປະຊາຊາດໃນວັນຈັນມື້ນີ້ ແລະຫວັງວ່າຈະໃຊ້ "ເຫດ​ຜົນ​ທີ່​ຮັດ​ກຸມ​ທີ່​ສຸດ" ກ່ຽວກັບ ຄວາມຈໍາເປັນອັນຮີບດ່ວນ ເພື່ອເອົາຊະນະການຕໍ່ຕ້ານຢ່າງ​ເປັນປະຫວັດການຈາກ ຣັດເຊຍ - ພັນທະມິດທີ່ສໍາຄັນຂອງດາ​ມັ​ສ​ກັ​ສ- ໃນການປະ​ຕິ​ບັດ​ງານ​ດ້ານການໃຫ້ ຄວາມຊ່ວຍເຫຼືອຂ້າມຊາຍແດນ.

ໃນວັນພະຫັດແລ້ວນີ້, ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ທ່ານແອນ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ ໄດ້ຊຸກຍູ້ໃຫ້ມີຊ່ອງ​ທາງເຂົ້າເຖິງ ຫຼາຍຂຶ້ນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG