ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ພອມ​ພຽວ ກ່າວ​ວ່າ ສຫລ ຈະ​ມີຫຼັກ​ຖານ ພຽງ​ພໍ ກ່ຽວ​ກັບ ຜູ້​ສັງ​ຫານ ທ່ານ​ຄາ​ຊອກ​ກີ ໄວໆ​ນີ້


ການ​ໄຕ້​ທຽນ ໄວ້​ອາ​ໄລ​ໃຫ້​ນັກ​ຂ່າວ ຈາ​ມາ​ລ ຄາ​ຊອກ​ກີ ຢູ່​​ນອກກົງ​ສຸນ ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ
ການ​ໄຕ້​ທຽນ ໄວ້​ອາ​ໄລ​ໃຫ້​ນັກ​ຂ່າວ ຈາ​ມາ​ລ ຄາ​ຊອກ​ກີ ຢູ່​​ນອກກົງ​ສຸນ ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ “ອາດຈະ​ໃຊ້​ເວ​ລາ​ຕື່ມ​ອີກ​ຫຼາຍ​ອາ​ທິດ" ກ່ອນ​ທີ່​ສະ​ຫະ​ລັດ​ຈະ​ມີ​ຫຼັກ​ຖານ​ພຽງ​ພໍ ເພື່ອ​ລົງໂທດ​ພວກ​ທີ່​ຢູ່​ເບື້ອ​ງ​ຫຼັງ ​ການ​ສັງ​ຫານ​ນັກ​ຂ່າວ​ຊາ​ອຸດີ ອາ​ຣາ​ເບຍ ທ່ານຈາມາລ ຄາຊອກກີ.​

ທ່ານ​ພອມ​ພຽວ ໄດ້​ກ່າ​ວ​ຕໍ່​ສ​ະ​ຖາ​ນີ KMOX ທີ່​ນະ​ຄອນ​ເຊນ​ຫຼຸຍ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ “ພວມ​ສືບ​ຕໍ່​ທຳ​ຄວາມ​ເຂົ້າ​ໃຈ ​ກັບ​ເສັ້ນ​ທາງ ແຫ່ງ​ຄວາມ​ເປັນ​ຈິງ” ແລະ​ກ່າວ​ຕື່ມ​ວ່າ ຕົນ “ພວມ​ທົບ​ທວນ ​ກ່ຽວ​ກັບ​ການ​ລົງ​ໂທດ​ຕໍ່​ສ່ວນ​ບຸກ​ຄົນ ທີ່​ພວກ​ເຮົາ​ສາ​ມາດ​ລະ​ບຸ​ໂຕ​ໄດ້ ມາ​ເຖິງ​ເວ​ລານີ້ ທີ່​ພົວ​ພັນກັບ​ການ​ຄາດ​ຕະ​ກຳ​ນັ້ນ.”

ທ່ານ​ພອມ​ພຽວ​ໄດ້​ກ່າວ​ຢ້ຳ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ວ່າ ທຸກ​ຄົນທີ່​ພົວ​ພັນ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຕ່ຳ​ຊ້າ​ດັ່ງ​ກ່າວ ຕ້ອງ​ຮັບ​ເອົາຄວາມ​ຮັບ​ຜິດ​ຊອບ.

ທ່ານຈາມາລ ຄາຊອກກີ ໄດ້​ຖືກ​ຂ້າ​ຕາຍ​ເວ​ລາ​ຜູ້​ກ່ຽວ​ ຍ່າງ​ເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ ໃນ​ເດືອນ​ແລ້ວ ເພື່ອ​ໄປ​ເອົາເອກ​ກະ​ສານ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ແຕ່ງ​ງານກັບ​ຄູ່​ໝັ້ນ​ທີ່​ເປັນ​ຊາວ​ເທີ​ກີ​ຂອງ​ທ່ານ.

ເຈົ້າ​ໜ້າ​ທີ່​ເທີ​ກີ​ກ່າວ​ວ່າ ອະ​ທິ​ໄອ​ຍະ​ການ​ເອ​ແຟນ ຟີ​ດານ ບໍ່​ສາ​ມາດ​ໄດ້​ຮັບ​ຄຳ​ຕອບ​ກ່ຽວ​ກັບ​ສະ​ຖານ​ທີ່​ເກັບ​ສົບ​ທ່ານຄາຊອກກີ ແລະ​ຜູ້​ທີ່​ສັ່ງ​ໃຫ້​ສັງ​ຫານ​ທ່ານ ໃນ​ລະ​ຫວ່າງ​ການ​ສືບ​ສວນ​ຮ່ວມ​ເປັນ​ເວ​ລາ 3 ມື້ ລະ​ຫວ່າງ​ເທີ​ກີ ແລະ​ຊາ​ອຸ​ດີທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ.

ອະ​ທິ​ໄອ​ຍະ​ການ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ​ໂຊ ອາ​ລ ໂມ​ເຈັບ ກຳ​ລັງ​ຈະ​ຂຶ້ນ​ເຮືອ​ບິນ ໄປ​ນະ​ຄອນ​ອິ​ສ​ຕັນ​ບູ​ລ (ວັນ​ທີ 31 ຕຸ​ລາ 2018)
ອະ​ທິ​ໄອ​ຍະ​ການ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ​ໂຊ ອາ​ລ ໂມ​ເຈັບ ກຳ​ລັງ​ຈະ​ຂຶ້ນ​ເຮືອ​ບິນ ໄປ​ນະ​ຄອນ​ອິ​ສ​ຕັນ​ບູ​ລ (ວັນ​ທີ 31 ຕຸ​ລາ 2018)

ສະ​ຫະ​ລັດ​ຮຽກ​ຮ້ອງ​ໃຫ້​ຊາ​ອຸ​ດີ ບອກວ່າ ສົບ​ຂອງ​ທ່ານຄາຊອກກີ ຢູ່​ໃສ ແລະສົ່ງ​ສົບ​ດັ່ງ​ກ່າວ​ໃຫ້​ແກ່​ຄອບ​ຄົວ​ທ່ານ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ເພື່ອນ​ຝູງ​ແລະ​ຄອບ​ຄົວ​ທ່ານຄາຊອກກີ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ຢາກ​ເຫັນ​ສົບ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ທ່ານ ທີ່​ຢາກ​ໃຫ້​ນຳ​ສົບ​ໄປ​ຝັງ​ຢູ່​ເມືອງ​ເມ​ດີ​ນາ ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດອັນ​ດັບ​ສອງ ຂອງ​ສາ​ສະ​ໜາ​ອິ​ສ​ລາມ.

ເທີ​ກີ​ໄດ້​ພະ​ຍາ​ຍາມ ຢາກ​ໃຫ້​ສົ່ງ​ຕົວ​ຄົນ​ຮ້າຍ 18 ຄົນ​ທີ່​ກຳ​ລັງ​ຖືກ​ຄວບ​ຄຸມ​ໂຕ​ຢູ່​ຊາ​ອຸ​ດີ ອາ​ຣາ​ເບຍ​ໃຫ້​ແກ່​ຕົນເພື່ອ​ຈະ​ນຳ​ໂຕ​ຂຶ້ນ​ສານ​ຢູ່​ເທີ​ກີ. ຮວມ​ຢູ່​ໃນ​ຈຳ​ນວນຜູ້​ຕ້ອງ​ສົງ​ໄສ 15 ຄົນ ແມ່ນ​ເປັນ​ສະ​ມາ​ຊິກ​ຂອງ​ໜ່ວຍ “ສັງ​ຫານ” ທີ່​ເທີ​ກີ​ກ່າວວ່າ ໄດ້​ຖືກ​ສົ່ງ​ໄປ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ເພື່ອ​ສັງ​ຫານ​ນັກ​ຂຽນ​ບົດ​ຄວາມ​ຂອງ​ໜັງສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ທີ່​ໄດ້​ຂຽນ​ບົດ​ຄວາມ​ຫຼາຍ​ເລື້ອງ​ຕ້ອ​ງ​ຕິ​ອົງ​ມົງ​ກຸດ​ຣາ​ຊະ​ກຸມມານ ເຈົ້າ​ຟ້າ​ຊາຍ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ ແຫ່ງ​ຊາ​ອຸ​ດີນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG