ສະຫະລັດກຳລັງຮຽກຮ້ອງໃຫ້ກັບຄືນໄປທັງໝົດ ການນຳສົ່ງອາຫານ ແລະຊ່ວຍເຫລືອ
ດ້ານມະນຸດສະທຳແກ່ເຢເມນ ຮວມທັງການການກໍ່ສ້າງເຄື່ອງຍົກ ໃຊ້ຂົນເຄື່ອງອອກ
ຈາກກຳປັ່ນຢູ່ທ່າ ເຮືອຮູເດດາຮ໌.
ຊາອຸດີ ອາຣາເບຍ ໄດ້ວາງມາດຕະການກີດກັ້ນ ບັນດາທ່າເຮືອເຢເມນ ໃນເດືອນແລ້ວ
ນີ້ ຫລັງຈາກພວກກະບົດຮູຕີ ໄດ້ຍິງອັນທີ່ສົງໄສວ່າ ເປັນລູກສອນໄຟ ທີ່ເຮັດຢູ່ອີຣ່ານ
ເຂົ້າໃສ່ໃກ້ກັບສະໜາມບິນຣີຢາດ.
ການກີດກັ້ນ ເພື່ອຫ້າມການຊ່ວຍເຫລືອ ເຂົ້າໄປສູ່ພວກທີ່ມີຄວາມຕ້ອງການທີ່ສຸດ ຮວມ
ທັງນໍ້າມັນທີ່ຕ້ອງການແລ່ນເຄື່ອງຈັກ ເພື່ອພະລັງງານໃຫ້ແກ່ໂຮງໝໍ ແລະປົວແປງບ່ອນ
ກັ່ນນໍ້າ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງແຮເຕີ ນາວເອີດທ໌ ກ່າວວ່າ ບໍ່ມີການຂົນສົ່ງດ້ານມະນຸດສະທຳ ແລະການຄ້າ ໄດ້ເຂົ້າໄປເຖິງເມືອງ ຮູເດຢາ ນັບແຕ່ທ້າຍເດືອນພະຈິກເປັນຕົ້ນມາ.
ຮອງລັດຖະມົນຕີຕ່າງປະເທດ ທ່ານຈອນ ຊະລິວັນ ແລະຫົວໜ້າອົງການຢູເສດ ທ່ານ
ມາຣກ ກຣີນ ໄດ້ພົບປະ ອາທິດແລ້ວນີ້ ກັບສະຫະປະຊາຊາດ ແລະບັນດາເຈົ້າໜ້າທີ່
ບັນເທົາທຸກ ກ່ຽວກັບສະພາບການໃນເຢເມນ.
ທ່ານຊະລິວັນ ກ່າວວ່າ ມະຕິການເມືອງເປັນພຽງທາງດຽວ ເພື່ອບັນລຸສະຖຽນລະພາຍ
ໄລຍະຍາວໃນເຢເມນ.
ທ່ານກຣີນ ກ່າວວ່າ ສະຫະລັດ “ພ້ອມແລ້ວທີ່ຈະຕອບໂຕ້ຕໍ່ຄວາມຫາຍຍະນະມະນຸດ
ສະທຳດັ່ງກ່າວ” ດ້ວຍການປະກາດຈາກລັດຖະບານປະທານາທິບໍດີທຣໍາໃຫ້ການຊ່ວຍ
ເຫລືອສຸກເສີນອາຫານອີກ 130 ລ້ານໂດລາແກ່ເຢເມນ.
ຊາອຸດີກ່າວວ່າ ເຂົາເຈົ້າໄດ້ສົ່ງການຊ່ວຍເຫລືອ ຈຳນວນໃຫຍ່ ໄປສູ່ເຢເມນ ແຕ່ບໍ່ໄດ້
ສົ່ງໄປເຂດທີ່ຄວບຄຸມໂດຍພວກຮູຕີ. ເຂົາເຈົ້າໄດ້ກ່າວຫາ ພວກກະບົດວ່າລັກເອົາ ແລະ
ຂາຍອາຫານ ແລະຢາປົວພະຍາດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ