ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ອັຟການິສຖານ ແລະ ປາກິສຖານ ຮ່ວມມືກັນ


ຕຳຫຼວດ ອັຟການິສຖານ ເຝົ້າຍາມສະຖານທີ່ຖືກໂຈມຕີ ຫຼັງຈາກການຕໍ່ສູ້ຂ້າມຄືນ ຢູ່ນອກຖານທັບ ໃນນະຄອນຫຼວງກາບູລ, ອັຟການິສຖານ.8 ສິງຫາ, 2015.
ຕຳຫຼວດ ອັຟການິສຖານ ເຝົ້າຍາມສະຖານທີ່ຖືກໂຈມຕີ ຫຼັງຈາກການຕໍ່ສູ້ຂ້າມຄືນ ຢູ່ນອກຖານທັບ ໃນນະຄອນຫຼວງກາບູລ, ອັຟການິສຖານ.8 ສິງຫາ, 2015.

ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ອັຟກາ​ນິສຖານ ​ແລະປາ​ກິ​ສ​ຖານ ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ເອົາ​ຊະນະ​ພວກ​ຫົວ​ຮຸ​ນ​ແຮງ, ໂດຍຫວັງ​ວ່າການ​ໂຈມ​ຕີ​ຂອງ​ພວກ​ຕາ​ລີ​ບານ ​ເ​ມື່ອບໍ່​ດົນ​ມາ​ນີ້​ຈະບໍ່ເຮັດໃຫ້ ການດຳເນີນຄວາມ​ພະຍາຍາມ​ທີ່​ແນ​ໃສ່​ເພື່ອຊຸກຍູ້ສັນຕິ​ພາບ ​ແລະ ຄວາມ​ປອງ​ດອງ​ຊາດ ຢູ່ໃນອັຟການິສຖານນັ້ນຢຸດຊະງັກລົງ.

​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ ທ່ານ John Kirby ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ວໍ​ຊິ​ຕັນ ບໍ່​ມີ “ຂໍ້ມູນ​ລັບ​ສະ​ເພາະໃດໆ” ​ເພື່ອ​ສະຫຼຸບວ່າ ປາ​ກິ​ສຖານ ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ ຢູ່ໃນ​ເຂດ​ຊາຍ​ແດນຟາກ​ຂອງອັຟກາ​ນິສຖານ ຫຼື ບໍ່.

ທ່ານ​ໄດ້​ກ່າວ​ພຽງ​ບໍ່​ເທົ່າໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ປະທານາທິບໍດີ ອັຟກາ​ນິສ​ຖານ ທ່ານ Ashraf Ghani ໄດ້ຖິ້ມໂທດໂດຍກົງໃສ່ ປາກິສຖານວ່າ ພົວພັນຢູ່ເບື້ອງຫຼັງຂອງການໂຈມຕີດ້ວຍ ລະເບີດສະຫຼະຊີບ ໃນທ້າຍອາທິດອາທິດທີ່ຜ່ານມາ ແລະ ວັນຈັນວານນີ້ ຢູ່ນະຄອນຫຼວງ ກາບູລ.

ທ່ານ Kirby ກ່າວວ່າ “ມັນເປັນສິ່ງທີ່ຕ້ອງເອົາໃຈໃສ່ຢ່າງຮິີບດ່ວນ ສຳລັບປະເທດ ທັງສອງ ເພື່ອກຳຈັດບ່ອນຫຼົບລີ້ ແລະ ຫຼຸດຜ່ອນຄວາມສາມາດໃນການປະຕິບັດ ງານຂອງພວກ ຕາລີບານ ຢູ່ເຂດຊາຍແດນຂອງ ທັງສອງຝ່າຍ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ວໍຊິງຕັນ ຫວັງວ່າຄວາມ ຮຸນແຮງຂອງພວກ ກະບົດຈະບໍ່ທັບມ້າງ ຄວາມພະຍາຍາມ ເພື່ອຊອກຫາຊ່ອງທາງເຮັດໃຫ້ ບັນຫາຂັດແຍ້ງໃນ ອັຟການິສຖານ ສິ້ນສຸດລົງ ດ້ວຍການເຈລະຈາແບບ ສັນຕິວິທີ.

ທ່ານ Kirby ໄດ້ກ່າວວ່າ “ພວກເຮົາແນ່ນອນ ຢາກເຫັນຂັ້ນຕອນການສ້າງຄວາມ ປອງດອງ ທາງດ້ານການເມືອງກ້າວຕໍ່ໄປອີກ. ພວກເຮົາຢາກເຫັນຄວາມ ສັນຕິພາບ. ແລະ ການເຂົ້າ ຮ່ວມເມື່ອບໍ່ດົນມານີ້ ໃນການ ເຈລະຈາປອງດອງຊາດນັ້ນເມື່ອສອງ ສາມທິດທີ່ຜ່ານມາ ແນ່ນອນເປັນສັນຍານທີ່ເຮັດໃຫ້ມີກຳລັງໃຈ. ພວກເຮົາຢາກ ເຫັນສິ່ງນີ້ມີຄວາມກ້າວໜ້າຕໍ່ໄປ.”

ເຈົ້າໜ້າທີ່ ຈີນ ແລະ ສະຫະລັດ ໄດ້ເຂົ້າຮ່ວມໃນຖານະເປັນ “ຜູ້ສັງເກດການ” ໃນການ ເຈລະຈາສັນຕິພາບຄັ້ງທຳອິດຈັດໂດຍປາກິສຖານ ລະຫວ່າງ ລັດຖະບານ ອັຟການິສຖານ ແລະ ຜູ້ແທນ ຕາລິບານ ໃນວັນທີ 7 ກໍລະກົດທີ່ຜ່ານມາ.

XS
SM
MD
LG