ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ເກົາ​ຫຼີ​ເໜືອ ຢຸດ​ເຊົາ​ການຍົ້ວ​ຍຸ​ທ້າ​ທາຍ ແລະ​ກັບ​ຄືນ​ເຂົ້າ​ສູ່​ການ​ທູດ


ຈໍ​ໂທ​ລະ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ວີ​ດີ​ໂອ​ລູກ​ສອນ​ໄຟ​ເຫວີ່ນ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້​ ເມື່ອ​ວັນ​ທີ 24 ມັງ​ກອນ 2024.
ຈໍ​ໂທ​ລະ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ວີ​ດີ​ໂອ​ລູກ​ສອນ​ໄຟ​ເຫວີ່ນ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້​ ເມື່ອ​ວັນ​ທີ 24 ມັງ​ກອນ 2024.

ສະ​ຫະ​ລັດ​ ຮຽກ​ຮ້ອງ​ໃຫ້​ເກົາ​ຫຼີ​ເໜືອ ລະ​ເວັ້ນ​ຈາກ​ການ​ເອົາ​ມາດ​ຕະ​ການ ​ທີ່​ພາ​ໃຫ້​ເກີດ​ຄວາມ​ບໍ່​ທຸ່ນ​ທ່ຽງ​ເພີ້ມ​ຂຶ້ນ ແລະ​ກັບ​ຄືນ​ເຂົ້າ​ສູ່​ ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ຫຼັງ​ຈາກ​ເກົາ​ຫຼີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟຄ​ຣູ​ສ​ຫຼາຍໆ​ລູກ ອອກ​ໃສ່​ທະ​ເລນອກ​ເຂດ​ແຄມ​ຝັ່ງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ຕົນ ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້.

“ພວກ​ເຮົາ​ພົບ​ວ່າ ການ​ກະ​ທຳ​ເຫຼົ່າ​ນີ້ ​ແມ່ນ​ເປັນ​ອັນ​ຕະ​ລາຍ​ທີ່​ບໍ່​ໜ້າ​ເຊື່ອ” ​ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ວິ​ແດນ ພາ​ແທ​ລ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ ໃນ​ວັນ​ພຸດ​ວານນີ້ ຂະ​ນະ​ທີ່​ບໍ່​ຍອມ​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ຊັ່ງ​ຊາ​ຕີ​ລາ​ຄາ​ຂອງ​ສະ​ຫະ​ລັດ ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ເກົາ​ຫຼີ​ເໜືອ.

ການ​ຍິງ​ລູກ​ສອນ​ໄຟ​ເທື່ອ​ຫຼ້າ​ສຸດ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ພຽງ​ຢາງ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ ​ລັດ​ສະ​ໝີ​ປານ​ກາງ​ ທີ່​ໃຊ້​ເຊື້ອ​ໄຟ​ແຂງ ທີ່​ສາ​ມາດ​ຕິດ​ຕັ້ງ​ຫົວ​ລະ​ເບີດ​ທີ່​ໄວ​ກວ່າ​ສຽງ ອອກ​ໄປ​ຍັງ​ເຂດ​ນ່ານ​ນ້ຳ​ລະ​ຫວ່າງ​ແຫຼມ​ເກົາ​ຫຼີ​ແລະ​ປະ​ເທດ​ຍີ່​ປຸ່ນ.

“ພວກ​ເຮົາ​ບໍ່​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ທີ່​ເປັນ​ປໍ​ລະ​ປັກ​ຕໍ່ ສ​ປ​ປ ເກົາ​ຫຼີ ແລະ​ຈະ​ສືບ​ຕໍ່​ເປີດ ກວ້າງທາງ​ດ້ານ​ການ​ທູດ​ ໂດຍ​ປາ​ສະ​ຈາ​ກ​ ການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າ” ທ່ານ​ພາ​ແທ​ລ​ກ່າວ​ຕື່ມ. ພວກ​ເຮົາ​ໝາຍ​ເຖິງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ​ເກົາ​ຫຼີ ຊຶ່ງ​ເປັນ​ຊື່​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ຕ້ອງ​ຕິ​ເກົາ​ຫຼີ​ໃຕ້​ຢ່າງ​ແຮງ ໂດຍ​ກ່າວ​ເຖິງ​ຄວາມ​ສຳ​ພັນ​ ລະ​ຫວ່າງ​ສອງ​ເກົາ​ຫຼີ​ວ່າ ເປັນ​ຄວາມ​ສຳ​ພັນ​ລະ​ຫວ່າງ “ສອງ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ຕໍ່​ກັນ​ແລະ​ກັນ.”

ອະ​ນຸ​ສາ​ວະ​ລີ​ ທີ່​ສຳ​ຄັນ​ແຫ່ງ​ນຶ່ງ ຊຶ່ງ​ເປັນ​ສັນ​ຍາ​ລັກ ​ຂອງ​ເປົ້າ​ໝາຍ​ການ​ທ້ອນ​ໂຮມ​ຊາດ​ກັບ​ເກົາ​ຫຼີ​ໃຕ້​ໄດ້​ຖືກ​ທັບ​ມ້າງ ອີງ​ຕາມ​ລາຍ​ງານ​ຂ່າວ​ທີ່​ອ້າງ​ອີງ​ໃສ່​ພາບ​ຖ່າຍ​ຈາກ​ດາວ​ທຽມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG