ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ອິສຣາແອລ ປົກປ້ອງພົນລະ ເຮືອນ ແລະ ເພີ້ມການຊ່ວຍເຫຼືອໃຫ້ເຂດກາຊາ


ຮູບຖ່າຍຈາກທາງພາກໃຕ້ຂອງອິສຣາແອລ ຕາມແນວຊາຍແດນຕິດກັບເຂດກາຊາ ສະແດງໃຫ້ເຫັນຄັວນລອຍຂຶ້ນໃນເຂດກາຊາ ໃນວັນທີ 29 ຕຸລາ 2023, ທ່າມກາງການສູ້ລົບທີ່ດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສຊາວປາແລັສໄຕນ໌.
ຮູບຖ່າຍຈາກທາງພາກໃຕ້ຂອງອິສຣາແອລ ຕາມແນວຊາຍແດນຕິດກັບເຂດກາຊາ ສະແດງໃຫ້ເຫັນຄັວນລອຍຂຶ້ນໃນເຂດກາຊາ ໃນວັນທີ 29 ຕຸລາ 2023, ທ່າມກາງການສູ້ລົບທີ່ດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສຊາວປາແລັສໄຕນ໌.

ສະຫະລັດ ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ກົດ​ດັນ​ອິສຣາ​ແອ​ລ​ໃຫ້​ປົກ​ປ້ອງ​ພົນລະ​ເຮືອນ​ໃນ​ເຂດກາຊາ ​ແລະ​ໄດ້ຜັກດັນໃຫ້​ເພີ່ມ​ທະວີ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ໃນ​ທັນທີ ທ່າມກາງການ​ປະ​ທ້ວງທີ່ເພີ້ມ​ຂຶ້ນ ​ກ່ຽວ​ກັບ ການ​ສູນ​ເສຍ​ຊີ​ວິດມະນຸດ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນເຂດກາຊາ ເປັນເວລາສາມ​ອາທິດ​ຂອງ​ອິສຣາ​ແອ​ລ, ອີງຕາມອົງການຂ່າວຣອຍເຕີສ໌.

ປະທານາທິບໍດີໂຈ ໄບເດັນ ກ່າວຕໍ່ນາຍົກລັດຖະມົນຕີອິສຣາແອລ ທ່ານ ເນຕັນຢາຮູ (Netanyahu) ໃນການໂອ້ລົມທາງໂທລະສັບວ່າ ອິສຣາແອລ ມີສິດທີ່ຈະປ້ອງກັນຕົນເອງ ແລະຄວນເຮັດແນວນັ້ນ ໃນລັກສະນະທີ່ສອດຄ່ອງ ກັບກົດໝາຍສາກົນ ວ່າດ້ວຍການປົກປ້ອງພົນລະເຮືອນ,​ ທຳນຽບຂາວກ່າວ.

ທ່ານ ໄບເດັນ ແລະ ທ່ານ ເນຕັນຢາຮູ ໄດ້ຫາລືກັນ ກ່ຽວກັບຄວາມພະຍາຍາມ ໃນການປົກປ້ອງຕົວປະກັນຫຼາຍກວ່າ 200 ຄົນ ທີ່ຖືກກຸ່ມຫົວຮຸນແຮງຮາມາສ ປາແລັສໄຕນ໌ ຈັບໄປໃນການໂຈມຕີອິສຣາແອລ ແບບບໍ່ໄດ້ຄາດຄິດໃນວັນທີ 7 ຕຸລາ ທີ່ເຮັດໃຫ້ 1,400 ຄົນເສຍຊີວິດ.

ທຳນຽບຂາວ​ກ່າວ​ວ່າ ທ່ານ ໄບເດັນ ຍັງ “ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນໃນ ການ​ເພີ່ມ​ການໄຫຼວຽນຂອງ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ໃນ​ທັນ​ທີ ​ແລະ ຢ່າງມີຄວາມໝາຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ ການ​ຂອງ​ພົນລະ​ເຮືອນ​ໃນ​ເຂດກາຊາ ," ​ໃນ​ຂະນະ​ທີ່​ສະ​ບຽງ​ຕ່າງໆ​ໄດ້​ຫລຸດ​ລົງ​ໃນ​ບໍລິ​ເວນ​ແຄມ​ຝັ່ງ​ຂອງ​ດິນ​ແດນທີ່​ຖືກ​ປິດ​ລ້ອມນັ້ນ.

ເນື່ອງຈາກຈຳນວນຜູ້ເສຍຊີວິດຢູ່ໃນເຂດກາຊາມີຈຳນວນຫຼາຍພັນຄົນ ແລະເພີ້ມ ຂຶ້ນເລື້ອຍໆ, ລັດຖະ ບານຂອງທ່ານໄບເດັນ ແມ່ນໄດ້ຕົກຢູ່ພາຍໃຕ້ແຮງກົດດັນ ທີ່ເພີ້ມຂຶ້ນ ເພື່ອເຮັດໃຫ້ຈະແຈ້ງວ່າການສະ ໜັບສະໜຸນຢ່າງບໍ່ຢຸດຢັ້ງຕໍ່ ອິສຣາແອລ ຂອງສະຫະລັດ ບໍ່ໄດ້ໝາຍເຖິງການຮອງຮັບທີ່ກວມເອົາທຸກສິ່ງ ຢ່າງທີ່ພັນທະມິດຂອງສະຫະລັດ ກຳລັງດຳເນີນການຢູ່ໃນເຂດທີ່ທຸກຍາກ.

ໃນການໃຫ້ສໍາພາດທາງໂທລະພາບ ໃນວັນອາທິດທີ່ຜ່ານມາ, ທີ່ປຶກສາດ້ານ ຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລລີວານ (Jake Sullivan) ກ່າວວ່າ ອິສຣາແອລ ມີຄວາມຮັບຜິດຊອບໃນການປົກປ້ອງຊີວິດ ຂອງຜູ້ບໍລິສຸດຢູ່ໃນເຂດກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG