ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງ ໃຫ້ມີການ ແລກປ່ຽນ ຂໍ້ມູນລັບ ຫຼາຍຂຶ້ນ ຫຼັງຈາກ ຖືກໂຈມຕີ


ທະຫານ Belgium ຢືນເຝົ້າຍາມຢູ່ທາງຂ້າງ ບ່ອນໄວ້ອາໄລຈຸດໜຶ່ງຂອງຜູ້ເຄາະຮ້າຍ ໃນການໂຈມຕີນະຄອນຫຼວງ Brussels ເມື່ອບໍ່ດົນມານີ້ ທີ່ Place de la Bourse ໃນນະຄອນຫຼວງ Brussels, 27 ມີນາ, 2016.
ທະຫານ Belgium ຢືນເຝົ້າຍາມຢູ່ທາງຂ້າງ ບ່ອນໄວ້ອາໄລຈຸດໜຶ່ງຂອງຜູ້ເຄາະຮ້າຍ ໃນການໂຈມຕີນະຄອນຫຼວງ Brussels ເມື່ອບໍ່ດົນມານີ້ ທີ່ Place de la Bourse ໃນນະຄອນຫຼວງ Brussels, 27 ມີນາ, 2016.

ສະຫະລັດ ກ່າວວ່າ ມີຫຼາຍຢ່າງທີ່ “ສາມາດ ແລະ ຕ້ອງເຮັດໃຫ້ ສຳເລັດໄດ້” ກ່ຽວກັບ ການເພີ່ມການແບ່ງປັນຂໍ້ມູນລັບໃນ ຢູໂຣບ ຫຼັງຈາກການໂຈມຕີກໍ່ການຮ້າຍທີ່ຮ້າຍແຮງ ໃນນະຄອນຫຼວງ Brussels ເມື່ອສັບປະດາທີ່ຜ່ານມາ.

ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວວ່າ ການໂຈມຕີ ທີ່ສະໜາມບິນ ແລະ ສະຖານີລົົດໄຟໃຕ້ດິນຂອງນະຄອນຫຼວງ Brussel ແມ່ນການເຕືອນໃຫ້ຮູ້ວ່າມັນມີຄວາມ ສຳຄັນແນວໃດສຳ ລັບ “ຂໍ້ມູນຂັ້ນພື້ນຖານຂອງໜ່ວຍສືບລັດຖະການລັບ ແລະ ລະ ບຽບ ການຂອງຄວາມໝັ້ນຄົງແຫ່ງຊາດ” ທີ່ຕ້ອງປະຕິບັດຕາມ ນັ້ນ.

ຮູບພາບເປີດເຜີຍໂດຍຕຳຫຼວດລັດຖະບານກາງ Belgium ຕາມການ ຮຽກຮ້ອງຂອງໄອຍະການລັດຖະບານກາງ ສະແດງໃຫ້ເຫັນພາບຂອງຜູ້ ຕ້ອງສົງໄສໃນການໂຈມຕີ ສະໜາມບິນ Brussels ທີ່ເມືອງ Zaventem. 22 ມີນາ 2016.
ຮູບພາບເປີດເຜີຍໂດຍຕຳຫຼວດລັດຖະບານກາງ Belgium ຕາມການ ຮຽກຮ້ອງຂອງໄອຍະການລັດຖະບານກາງ ສະແດງໃຫ້ເຫັນພາບຂອງຜູ້ ຕ້ອງສົງໄສໃນການໂຈມຕີ ສະໜາມບິນ Brussels ທີ່ເມືອງ Zaventem. 22 ມີນາ 2016.

ທ່ານໄດ້ກ່າວຢ້ຳ ​ເຖິງການສະໜັບສະໜູນຂອງສະຫະລັດຕໍ່ Belgium ໃນລະຫວ່າງ ການສືບສວນສອບສວນຂອງພວກເຂົາ ເຈົ້າ.

ໄອຍະການລັດຖະບານກາງຂອງ Belgium ໄດ້ກ່າວໃນວັນຈັນມື້ ນີ້ວ່າ ບັນດາເຈົ້າໜ້າທີ່ ຕ້ອງໄດ້ເປີດເຜີຍຂໍ້ມູນຂອງຜູ້ຊາຍຄົນໜຶ່ງ ທີ່ໄດ້ຖືກລາຍງານຢ່າງກວ້າງຂວາງວ່າ ເປັນຜູ້ ຕ້ອງສົງໄສຄົນສຳ ຄັນເພາະວ່າ ມັນບໍ່ມີເຫດຜົນທີ່ຈະກັກລາວໄວ້. ກ່ອນການປ່ອຍ ລາວ ນັ້ນ, ຜູ້ຊາຍຄົນດັ່ງກ່າວໄດ້ຖືກລະບຸຊື່ວ່າທ້າວ Faycal C ​ໄດ້​ປະ​ເຊີນ​ກັບຂໍ້ຫາເບື້ອງຕົ້ນ ກ່ຽວກັບ “ການເຂົ້າຮ່ວມໃນກຸ່ມກໍ່ການ ຮ້າຍ, ການຄາດຕະກຳກໍ່ການຮ້າຍ ແລະ ໄດ້ພະຍາຍາມທີ່ຈະ ຂ້າຄົນດ້ວຍການກໍ່ການຮ້າຍ.”

ລາຍງານຂອງສື່ມວນຊົນ​ແຈ້ງວ່າ ຊື່ຂອງລາວແມ່ນທ້າວ Faycal Cheffou ແລະ ເຊື່ອວ່າ ລາວເປັນຄົນທີ 3 ທີ່ຖືກພົບເຫັນໃນກ້ອງວົງຈອນປິດຂອງສະໜາບິນ ຍ່າງຄຽງຂ້າງຜູ້ຊາຍ 2 ຄົນທີ່ໄດ້ລະເບີດຕົນເອງຢູ່ທີ່ນັ້ນ.

ມັນຍັງບໍ່ທັນຊັດເຈນເທື່ອວ່ານັກສືບສວນສອບສວນເຊື່ອວ່າ ລາວອາດເປັນຜູ້ຊາຍທີ່ໄດ້ຖືກ ພົບເຫັນໃນຮູບພາບຂອງກ້ອງວົງ​ຈອນ​ປິດ​ທີ່​ບໍ່​ແຈ້ງ ປານ​ໃດ, ທີ່ຖືກຖ່າຍໄວ້ກ່ອນ ລະເບີດແຕກ ຫຼື ບໍ່.

XS
SM
MD
LG