ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີສຽງປືນດັງຂຶ້ນ ໃນນະຄອນຫຼວງ ຂອງ ຊູດານໃຕ້ ຫຼັງຈາກ ສະຫະລັດ ຮຽກຮ້ອງໃຫ້ມີ ຄວາມສະຫງົບ


ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir, ກາງ, ຢືນຄຽງຂ້າງອະດີດຫົວໜ້າກຸ່ມກະບົດ ທ່ານ Riek Machar, ຊ້າຍ, ແລະ ເຈົ້າໜ້າທີ່ ລັດຖະບານຄົນອື່ນໆ, ກ່າວຄຳປາໄສ
ໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບປະທານປະເທດໃນນະຄອນຫຼວງ ຈູບາ, ຊູດານໃຕ້. 8 ກໍລະກົດ, 2016.
ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir, ກາງ, ຢືນຄຽງຂ້າງອະດີດຫົວໜ້າກຸ່ມກະບົດ ທ່ານ Riek Machar, ຊ້າຍ, ແລະ ເຈົ້າໜ້າທີ່ ລັດຖະບານຄົນອື່ນໆ, ກ່າວຄຳປາໄສ ໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບປະທານປະເທດໃນນະຄອນຫຼວງ ຈູບາ, ຊູດານໃຕ້. 8 ກໍລະກົດ, 2016.

ການຍິງກັນໄດ້ລະເບີດຂຶ້ນ ອີກເທື່ອໜຶ່ງ ຢູ່ໃນ ນະຄອນຫຼວງຂອງຊູດານໃຕ້ ຫຼັງຈາກເກີດ ຄວາມຮຸນແຮງມາໄດ້ຫຼາຍມື້ ລະຫວ່າງ ພັກຝ່າຍປໍລະປັກຕ່າງໆ ທີ່ໄດ້ເຮັດໃຫ້ມີຜູ້ຄົນ ເສຍຊີວິດ ຫຼາຍກວ່າ 100 ຄົນ.

ພວກເຫັນເຫດການ ໃນນະຄອນຫຼວງ Juba ກ່າວວ່າ ສຽງປືນໄດ້ດັງຂຶ້ນຢູ່ໃນ ຫຼາຍພື້ນ ທີ່ຂອງເມືອງ ໃນວັນອາທິດມື້ນີ້ ຂະນະທີ່ ອະດີດກຸ່ມກະບົດ ແລະ ທະຫານລັດຖະບານ ຍິງຕອບໂຕ້ກັນຢ່າງໜັກ.

ກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ໄດ້ອອກແຈງການ ແລະ ຮຽກຮ້ອງໃຫ້ ມີຄວາມສະຫງົບ ຢູ່ໃນຊູດານໃຕ້ ຫຼັງຈາກທີ່ເກີດການສູ້ລົບ ກັນຢ່າງຮຸນແຮງ ກ່ອນວັນຄົບ ຮອບ 5 ປີ ຂອງການປະກາດເອກະລາດ ຂອງປະເທດນັ້ນ.

ຖະແຫລງການສະບັບ ວັນເສົາວານນີ້ ຂອງສະຫະລັດ ຮຽກຮ້ອງ ພວກນັກລົບ ທີ່ພັກດີ ຕໍ່ປະທານາທິບໍດີ Salva Kiir ແລະ ພວກທີ່ສະໜັບສະໜູນຝ່າຍອະຣິ ຂອງທ່ານ ຄື ຮອງ ປະທານາທິບໍດີ ຜູ້ທີໜຶ່ງ ຄົນປະຈຸບັນ ທ່ານ Riek Machar ໃຫ້ “ຍົກເລີກການປະທະກັນ ແລະ ຍຸຕິການຕໍ່ສູ້ກັນ.”

ການຍິງກັນທີ່ໄດ້ລະເບີດຂຶ້ນ ຄັ້ງທຳອິດ ໃນຕອນແລງວັນພະຫັດຜ່ານມາເມື່ອ ທະຫານ 5 ຄົນ ທີ່ສະໜັບສະໜູນ ປະທານາທິບໍດີ ໄດ້ຖືກຂ້າຕາຍໃນການປະ ທະກັນກັບ ພວກທີ່ພັກດີຕໍ່ທ່ານ Machar ຢູ່ທີ່ດ່ານກວດກາຄວາມປອດໄພ ແຫ່ງໜຶ່ງ ໃກ້ໆກັບຄລີນິກການແພດ ຢູ່ໃນເມືອງດັ່ງກ່າວນັ້ນ.

ຫຼາຍຊົ່ວຫຼັງຕໍ່ມາ ໃນຂະນະທີ່ ເຈົ້າໜ້າທີ່ສອງທ່ານ ໄດ້ພົບປະກັນຢູ່ທີ່ຄະລືຫາດ ປະທານາທິບໍດີ ບັນດາຜູ້ສັງເກດການຂອງສະຫະປະຊາຊາດ ໄດ້ລາຍງານວ່າ ມີການຍິງກັນຢ່າງໜັກ ແລະ ການຍິງປືນໃຫຍ່ ຢູ່ໃກ້ກັບ ສະຖານທີ່ຕັ້ງຄ້າຍ ຢູ່ໃນເມືອງ ສຳລັບພວກອົບພະຍົບ. ພວກທີ່ເຫັນເຫດການອື່ນໆ ໄດ້ລາຍງານວ່າ ມີການຍິງກັນ ຢູ່ທົ່ວພື້ນທີ່ຂອງເມືອງ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ “ປະນາມຢ່າງແຮງ” ຕໍ່ການ ສູ້ລົບກັນ ຢູ່ໃນນະຄອນຫຼວງ ຈູບາ ໃນວັນພະຫັດຜ່ານມາ. ສະພາດັ່ງກ່າວ ໄດ້ຮຽກຮ້ອງໃຫ້ລັດຖະບານ “ສືບສວນສອບສວນ ການໂຈມຕີຕ່າງໆຢ່າງວ່ອງ ໄວ ແລະ ນຳເອົາພວກທີ່ຮັບຜິດຊອບ ສຳລັບການໂຈມນັ້ນມາລົງໂທດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG