ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງໃຫ້ ຜູ້ນຳຄົນໃໝ່ ຂອງອີຈິບ ເລີ້ມທຳການ ປະຕິຮູບ (ວີດີໂອ)

Migrants carry a raft, after being rescued by the Libyan coastguard, at a naval base near the capital Tripoli, Libya. The bodies of 85 migrants have been found washed up on the coast of Libya, a major departure point for the sea crossing to Europe, the Red Crescent said.

ສະຫະລັດ ຮຽກຮ້ອງ​ໃຫ້ ປະທານາທິບໍດີ ທີ່​ເລືອກ​ຖືກ​ເລືອກ
ໃໝ່ຂອງອີຈິບ ທ່ານ Abdel Fattah el-Sissi ເລີ້ມທຳ​ການ
​ປະຕິ​ຮູບເພື່ອ​ຄໍ້າາປະກັນ​ວ່າ ລັດຖະບານມີ​ຄວາມ​ຮັບ​ຜິດ​ຊອບ
​ແລະ​ໂປ່ງໃສໃນ​ຂະນະ​ທີ່ທຳການ​ປົກ​ປ້ອງ “ສິດທິ​ສາກົນຂອງ​
ຊາວ​ອິຈິບທັງມວນ."

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ ທຳນຽບຂາວ ​ໃນ​ວັນ​ພຸດ​ມື້​ນີ້
ກ່າວ​ວ່າ ປະທານາທິ ບໍດີີ Barack Obama ມີແຜນ​ທີ່​ຈະ
​ໂອ້​ລົມ​ກັບ ທ່ານ Sissi ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ຫຼັງຈາກ
ອີຈິບ ໄດ້​ປະກາດ​ຢ່າງເປັນ​ທາງ​ການວ່າ ອະດີດ​ຜູ້ບັນຊາກາ
ທະຫານ ​ໄດ້​ຮັບຄະແນນສຽງ 97 ​ເປີ​ເຊັນ ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ອາ ທິດ​ແລ້ວ​ນີ້.

ຄະນະ​ກຳມະການ​ເລື​ອກຕັ້ງຂອງ ອີຈິບ ກະປະມານ​ວ່າ 47 ​ເປີ​ເຊັນ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ
​ໄດ້​ເຂົ້າ​ຮ່ວມ​ໃນການ​ເລືອກ​ຕັ້ງ ຊື່​ງຮວມ​ທັງການຕໍ່ເວລາໃນການປ່ອນ ບັດຕື່ມອີກນຶ່ງມື້
ແລະການບອຍຄອດບໍ່ເຂົ້າຮ່ວມ ຂອງກຸ່ມມຸສລິມພະລາດອນ ພາບ ທີ່ຖືກທາງການຫ້າມ
ຂອງ​ປະທານາທິບໍດີ Mohammed Morsi ທີ່​ຖືກ​ໂຄ່ນລົ້ມນັ້ນ.

ຖະແຫລ​ງການຂອງທຳນຽບຂາວ ​ໄດ້​ຍ້ອງຍໍ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຜູ້ສັງ​ເກ​ດການ
ນາໆ​ຊາດ ​ແຕ່​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ “​ບັນຍາກາດ ທີ່ຈຳກັດ ຮັດແຄບທາງ​
ດ້ານ​ການ​ເມືອງ” ທີ່​ຫ້ອມລ້ອມການປ່ອນບັດ​ດັ່ງກ່າວ. ​
EGYPT ELECTIONS SOTVO
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG