ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ຖືກ​ຮຽກ​ຮ້ອງ ໃຫ້ຄວາມ​ແຈ່ມ​ແຈ້ງ​ຕື່ມ​ຂຶ້ນ ​ກ່ຽ​ວ​ກັບ​ນະ​ໂຍ​ບາຍ ທີ່​ເຮັດ​ໃຫ້​ກຳ​ປູ​ເຈຍ​ ​ອຽງໄປ​ຫາຈີນຫລາຍ​ຂຶ້ນ

ພາບ​ເກັບ​ໄວ້​ໃນ​ຟາຍ ສະ​ແດງ​ໃຫ້​ເຫັນ​ວ່າ ນາຍົກລັດຖະມົນຕີ ຮຸນເຊນ ທີ່ໄດ້ປົກຄອງກໍາປູເຈຍກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ເປີດ​ໂຮງ​ໝໍມິດ​ຕະ​ພາບ Preah Kossamak ລະ​ຫວ່າງ​ກຳ​ປູ​ເຈຍ ແລະ​ຈີນ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 21 ມີ​ນາ, 2022.

ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ສະ​ຫະ​ລັດ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ຕັດ​ສິນ​ໃຈໄດ້​ຍາກລະ​ຫວ່າງ "ຄວາມ​ຂຸ່ນ​ເຄືອງ​ທີ່​ຊອບ​ທໍາ" ແລະ "ການ​ຖອຍ​ຫລັງ​ຂອງປະຊາ​ທິ​ປະ​ໄຕ​ແລະການ​ມີ​ສ່ວນ​ພົວ​ພັນທີ່​ອີງ​ໃສ່​ສະ​ພາບຕົວ​ຈິງ” ໃນ​ການ​ປະ​ຕິ​ບັດຂອງ​ຕົນຕໍ່ກຳ​ປູ​ເຈຍ, ອີງ​ຕາມ​ການ​ລາຍ​ງານເມື່ອມໍ່ໆມາ​ນີ້ ​ທີ່ໄດ້​ຕ້ອງ​ຕິວໍ​ຊິງ​ຕັນ​ທີ່​ໄດ້​ອອກ​ມາດ​ຕະ​ການ​ລົງ​ໂທດຕໍ່​ກໍາ​ປູ​ເຈຍເພື່ອ​ເປັນ​ວິ​ທີ​ການ​ໃນ​ການ​ຕ່າວ​ປີ້ນການ​ຊຸດ​ໂຊມ​ລົງຂອງ​ສະ​ພາບ​ດ້ານ​ສິດທິ​ມະນຸດ ​ແລະ​ນຳ​ເອົາປະ​ເທດກັບ​ຄືນ​ສູ່​ເສັ້ນທາງ​ປະຊາທິປະ​ໄຕອີກ.

ບັນດາ​ຜູ້​ຊ່ຽວຊານ​ຢູ່​ສູນ​ຍຸດ​ທະ​ສາດ ​ແລະ​ການ​ສຶກສາ​ສາກົນ (CSIS) ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ໄດ້​ຍົກ​ເອົາ​ບັນ​ຫາ​ມາ​ສົນ​ທະ​ນາ​ຢູ່​ໃນ​ລາຍ​ງານ​ຂອງ​ເຂົາ​ເຈົ້າ​ວ່າ “ຄົນ​ລົນ​ເລ​ບໍ ຫຼືຄົນ​ທີ່​ເປັນ​ຄູ່​ຮ່ວມ​ມື? ທີ່​ໃຫ້ເຮັດ​ໃຫ້​ວິ​ທີ​ທາງ​ຂອງ​ສະ​ຫະ​ລັດຕໍ່​ກຳ​ປູ​ເຈຍກະ​ຈ່າງ​ແຈ້ງ​ຂຶ້ນ ຊຶ່ງວ່າ ມາດການ​ລົງ​ໂທດຕໍ່​ນາ​ຍົກລັດ​ຖະ​ມົນ​ຕີ ຮຸນ​ເຊນ ທີ່​ໄດ້ປົກຄອງກໍາປູເຈຍນັບຕັ້ງແຕ່ປີ 1985 ມານັ້ນມີ​ຜົນ​ໃນ​ທາງ​ກົງ​ກັນ​ຂ້າມ ໃນຂະນະທີ່ທ່ານ​ຮຸນ​ເຊນ ຫັນໄປຫາຈີນເພື່ອຂໍການຊ່ວຍເຫຼືອ.

ສະຫະລັດ​ໄດ້​ເລີ້ມລົງ​ໂທດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ກຳປູ​ເຈຍ ​ໃນ​ຂໍ້​ຫາການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເປັນ​ລະບົບ, ທຳລາຍ​ປະຊາທິປະ​ໄຕ​ໃນ​ກຳປູ​ເຈຍ ​ແລະ​ຍັງ​ສືບ​ຕໍ່​ລະ​ເມີດ​ສິດທິ​ມະນຸດ ​ແລະ​ສິດໃນ​ການ​ຮວມ​ຕົວ​ກັນ ພາຍຫຼັງ​ການ​ຍຸບ​ພັກກູ້​ຊາດ​ກຳປູ​ເຈຍ ຫລື ​CNRP ຊຶ່ງ​ເປັນ​ພັກຝ່າຍ​ຄ້ານ​ໃນ​ເດືອນ​ພະຈິກ 2017.

ພາບ​ສະ​ໜອງ​ໃຫ້​ໂດຍ​ອົງ​ການ​ຂ່າວ Fresh News ສະ​ແດງ​ໃຫ້​ເຫັນ​ວ່າເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນປະ​ຈຳ​ກໍ​ປູ​ເຈຍ, ທ່ານ​ຫວາງ ເວນ​ທຽນ ລົມ​ກັບ​ພວກ​ນັກ​ຂ່າວ ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ Tea Banh, (ທີ​ 2 ນັບ​ຈາກ​ຂວາ) ຟັງ​ຢູ່​ໃນ​ພິ​ທີ​ວາງ​ສີ​ລາ​ເລີກການ​ສ້ອມ​ແປງ​ອູ່​ໄວ້​ກຳ​ປັ່ນ ແລະຟື້ນ​ຟູ​ອູ່ໄວ້​ກຳ​ປັ່ນໃນ​ຖານ​ທັບ​ເຮືອ ຣຽມ​ຂອງ​ເມືອງ​ສີ​ຫາ​ນຸກ, ວັນ​ທີ 8 ມິ​ຖຸ​ນາ, 2022.

ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ໄດ້​ແນ​ເປົ້າ​ໝາຍໃສ່​ນາຍ​ພົນ​ທະ​ຫານ ແລະ​ນັກ​ທຸ​ລະ​ກິດ​ທີ່​ໃກ້​ຊິດ​ກັບ​ທ່ານຮຸນ​ເຊນ, ລວມ​ທັງ​ນາຍ​ພົນ ຫິງ ບຸນ ແຮງ (Hing Bun Heang) ຫົວ​ໜ້າ​ຜູ້​ອາ​ລັກ​ຂາຂອງທ່ານ​ຮຸນ​ເຊນ; ນາຍ​ພົນຄຸນ ຄິມ (Kun Kim) ແລະ​ຄອບຄົວ​ຂອງ​ທ່ານ ​ແລະ ມະຫາ​ເສດຖີໄທ​ຣ​ພຽບ (Try Pheap) ​ສຳ​ລັບ​ການ​ລົງ​ໂທດ​ພາຍ​ໃຕ້​ກົດໝາຍຄວາມ​ຮັບ​ຜິດ​ຊອບ​ດ້ານ​ສິດ​ທິ​ມະ​ນຸດໂລກ ແມັກ​ນິດ​ສ​ກີ ຫລື Global Magnitsky Human Rights Accountability Act (GMA).

ນີ້​ແມ່ນ​ກ່ອນໜ້າ​ທີ່​ລັດ​ຖະ​ບານຂອງ​ທ່ານໄບ​ເດັນເລີ້​ມ​ສຸມ​ຄວາມ​ສົນໃຈໃສ່​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ​ເພື່ອ​ຕ້ານ​ການ​ແຜ່ອິດ​ທິພົນ​ທີ່​ເພີ່ມ​ຂຶ້ນ​ຂອງ​ຈີນ​ຢູ່ໃນຂົງ​ເຂດນັ້ນ​. ​ໃນ​ກາງ​ເດືອນ​ພຶດສະພາຜ່ານ​ມາ, ທຳນຽບຂາວ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ກັບຜູ້​ນຳຂອງ​ປະ​ເທດ​ສະມາຊິກ​ສະ​ມາ​ຄົມຂອງ​ປະ​ເທດຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ອາ​ຊຽນໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ໂຄສົກຂອງສະຖານທູດສະຫະລັດປະຈໍາພະນົມເປັນ, ທ່ານນາງສະ​ເຕັບ​ຟາ​ນີ ອາ​ຊາ​ເຕ (Stephanie Arzate) ກ່າວຕໍ່ວີໂອເອພະ​ແນກພາສາຂະແມ ຜ່ານທາງອີເມລວ່າ “ສະຫະລັດຍັງຍຶດໝັ້ນຕໍ່ປະຊາຊົນກຳປູເຈຍ ແລະຄວາມມຸ້ງມາດປາດຖະໜາຂອງເຂົາເຈົ້າ ທີ່ຈະເປັນປະເທດຈະເລີນຮຸ່ງເຮືອງ, ມີປະຊາທິ ປະໄຕ ແລະເປັນເອກະລາດ ທີ່ການ​ອອກ​ປາກ​ອອກສຽງຂອງ​ທຸກ​ຄົນ ຖືກ​ຮັບ​ຟັງ ແລະໄດ້​ຮັບ​ການເຄົາລົບ. ອະທິປະໄຕຂອງລາຊະອານາຈັກ ໄດ້​ຮັບ​ການປົກປ້ອງ.”

ລັດຖະບານ​ກຳປູ​ເຈຍ​ກ່າວ​ວ່າ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ​ແມ່ນ​ສ້າງ​ມິດຕະພາບ​ກັບ​ທຸກ​ປະ​ເທດ, ບໍ່​ແມ່ນ​ເລືອກ​ເອົາ​ລະຫວ່າງ​ຈີນ​ກັບ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG