ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ເພີ້ມຄວາມກົດດັນ ໃສ່ເທີກີ ເລື້ອງການຊື້ ລູກສອນໄຟ ຂອງ ຣັດເຊຍ


ລະບົບລູກສອນໄຟປ້ອງກັນທາງອາກາດ S-400 ຂອງຣັດ
ເຊຍ ທີ່ສະແດງໃຫ້ເຫັນ ໃນມື້ໄຊຊະນະສົງຄາມ ໂດຍການ
ເດີນສວນສະໜາມຄົບຮອບ 71 ປີ ລຸນຫຼັງສົງຄາມໂລກຄັ້ງ
ທີສອງ ວັນທີ 9 ພຶດສະພາ 2016.
ລະບົບລູກສອນໄຟປ້ອງກັນທາງອາກາດ S-400 ຂອງຣັດ ເຊຍ ທີ່ສະແດງໃຫ້ເຫັນ ໃນມື້ໄຊຊະນະສົງຄາມ ໂດຍການ ເດີນສວນສະໜາມຄົບຮອບ 71 ປີ ລຸນຫຼັງສົງຄາມໂລກຄັ້ງ ທີສອງ ວັນທີ 9 ພຶດສະພາ 2016.

ວໍຊິງຕັນ ໄດ້ເລັ່ງລັດອັງກາຣາກ່ຽວກັບການຕັດສີນໃຈຂອງເຂົາ ເລື້ອງການຊື້ລະບົບ
ລູກສອນໄຟຂອງລັດເຊຍທີ່ໄດ້ເນັ້ນຢໍ້າ ໃນເດືອນແລ້ວນີ້ ໂດຍປະທານາທິບໍດີເທີກີ
ທ່ານຣີເຊັບ ໄຕຢິບ ເອີດວນ. ພວກນັກການທູດອາວຸໂສຂອງວໍຊິງຕັນໄດ້ມີປະຊຸມໃນ
ສັບປະດານີ້ ຢູ່ໃນນະຄອນຫລວງ ຂອງເທີກີ ເພື່ອຊັກຊວນໃຫ້ຕໍ່ຕ້ານການຊື້ຂາຍດັ່ງ
ກ່າວ ດັ່ງທີ່ວໍຊິງຕັນໄດ້ເຕືອນວ່າຈະມີ “ຜົນສະທ້ອນຕິດຕາມມາ.”

ຮອງຜູ້ຊ່ອຍລັດຖະມົນຕີ ທ່ານ ແມທີວ ພາລເມີ ໄດ້ພົບປະໃນວັນພຸດວານນີ້ ກັບພວກ
ເຈົ້າໜ້າທີ່ຂັ້ນອາວຸໂສຂອງເທີກີ ໃນຄວາມພະຍາຍາມຂັ້ນສຸດທ້າຍດ້ານການທູດເພື່ອ
ຢັບຢັ້ງການຊື້ຂາຍລະບົບລູກສອນໄຟ ແອັສ 400 ຂອງລັດເຊຍ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG