ບັນດານາຍຈ້າງສະຫະລັດ ໄດ້ເພີ້ມວຽກງານຂຶ້ນ 217,000 ໜ້າ
ວຽກ ໃນເດືອນພຶດສະພາປີນີ້ ຊຶ່ງເປັນການເພີ້ມຂຶ້ນ 4 ເດືອນ
ລຽນຕິດ ໃນ ຈຳນວນທີ່ເກີນ 200,000 ວຽກ. ແລະການເພີ້ມຂຶ້ນ
ຂອງໜ້າວຽກ ໃນເດືອນພຶດສະພານັ້ນ ໝາຍຄວາມວ່າ ດຽວນີ້
ເສດຖະກິດໄດ້ກູ້ເອົາຄືນ ມາໝົດແລ້ວ ວຽກງານຕ່າງໆ ທີ່ໄດ້ເສຍ
ໄປ ໃນລະຍະທີ່ເສດຖະກິດຫົດ ໂຕເຂົ້ານັ້ນ ແຕ່ອິງຕາມລາຍງານ
ຂອງ Mil Arcega ຜູ້ສື່ຂ່າວວີໂອເອ ກໍແມ່ນວ່າ ອັດຕາຂອງການ
ຫວ່າງງານ ບໍ່ໄດ້ມີການປ່ຽນແປງ ແລະຍັງຢູ່ລະດັບ 6.3 ເປີເຊັນ
ເພາະວ່າມີຊາວອາເມຣິກັນໃນຈຳນວນຫຼາຍຂຶ້ນ ທີ່ພາກັນອອກມາ
ຊອກຫາວຽກເຮັດ ດັ່ງທີ່ ໄຊຈະເຣີນສຸກ ຈະນຳມາສະເໜີທ່ານ.
ຫຼັງຈາກລະດູໜາວທີ່ມີຄວາມຫຍຸ້ງຍາກ ຕະຫຼາດວຽກງານຂອງສະຫະ ລັດ ກໍເລີ້ມສະແດງ
ຮ່ອງຮອຍຂອງ ການມີຊີວິດຊີວາຄືນມາ. ກະຊວງແຮງງານສະຫະລັດ ກ່າວວ່າ ການເພີ້ມ
ຂຶ້ນຂອງວຽກງານ ໃນເດືອນ ພຶດສະພານັ້ນ ແມ່ນມີພື້ນຖານທີ່ກວ້າງຂວາງ ຄືມີການເພີ້ມ
ຂຶ້ນທັງໃນພາກສ່ວນການຮັກສາສຸຂະພາບ ການພັກຜ່ອນຢ່ອນໃຈ ການບໍລິການ ແລະ
ການຜະລິດ.
ຢູ່ທີ່ຕະຫລາດຮຸ້ນ Wall Street ໃນນະຄອນນິວຢອກ ລາຄາ
ເງິນໂດລາໄດ້ຖີບສູງຂຶ້ນ ແລະ ບັນດາດັດຊະນີທີ່ສຳຄັນໆ ກໍມີ
ລາຄາສູງຂຶ້ນຢ່າງເປັນປະຫວັດການ.
ແລະເຖິງແມ່ນວ່າ ໄດ້ມີຄວາມເປັນຫ່ວງກັນວ່າ ຮຸ້ນຕ່າງໆ ຂອງ
ສະຫະ ລັດ ອາດຈະມີການປັບລາຄາຢ່າງສຳຄັນກໍຕາມ ນັກ
ຍຸທະສາດດ້ານ ການລົງທຶນ ນາງ Kate Warne ຈາກບໍລິສັດ
Edward Jones ກ່າວວ່າ ການເປັນໄປຢ່າງຊ້າໆ ແລະສະໝ່ຳ
ສະເໝີ ແມ່ນຈະສົ່ງຜົນດີໃນບັ້ນສຸດທ້າຍ.
ທ່ານນາງ Kate Warne ເວົ້າວ່າ “ນອກນັ້ນ ພວກເຮົາຄິດວ່າ ແທ້ຈິງແລ້ວ ຄວາມຮູ້ສຶກ
ແມ່ນກຳລັງດີຂຶ້ນນ້ອຍໜຶ່ງ. ການບໍ່ແນ່ໃຈ ທີ່ທຸກໆ ຄົນຮູ້ສຶກຢູ່ໃນຂະນະນີ້ ແທ້ຈິງ
ແລ້ວ ແມ່ນເປັນສິ່ງບວກ ເພາະມັນໝາຍຄວາມວ່າ ບໍ່ມີໃຜມີຄວາມຮູ້ສຶກຕື່ນເຕັ້ນ
ຫຼືດີໃຈຫລາຍເກີນໄປ ໃນເວລາຄືຈັ່ງຊີ້.”
ເຖິງແມ່ນວ່າ ພາບພົດຂອງວຽກງານກຳລັງດີຂຶ້ນກໍຕາມ ອັດຕາການຫວ່າງງານກຍັງຄົງຢູ່ໃນລະດັບເດີມ ໃນຂະນະທີ່ບັນດາຊາວອາເມຣິກັນ ທີ່ຫວ່າງງານ ພາກັນອອກໄປຊອກຫາວຽກເຮັດຄືນໃໝ່. ບັນດານັກເສດ ຖະສາດກ່າວວ່າ ນັ້ນແມ່ນຮ່ອງຮອຍຂອງຄວາມໝັ້ນໃຈໃນເສດຖະກິດ. ແຕ່ສິ່ງໜຶ່ງທີ່ໜ້າເປັນຫ່ວງ ກໍແມ່ນວ່າ ຄ່າແຮງງານໂດຍສະເລ່ຍຍັງບໍ່ມີການປັບຂຶ້ນ ເປັນສ່ວນໃຫຍ່ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນໃຈຂອງຜູ້ບໍລິໂພກ ອິງຕາມທ່ານ Mark Hamrick ທີ່ Bankrate.com.
ທ່ານ Mark Hamrick ເວົ້າວ່າ “ສິ່ງ ໜຶ່ງທີ່ຈະຊ່ອຍເຮັດໃຫ້ ບັນດາຜູ້ບໍລິໂພກ ມີອາລົມ
ທີ່ດີຂຶ້ນໄດ້ ຢ່າງແທ້ຈິງນັ້ນ ກໍຄື ຖ້າຫາກວ່າເງິນເດືອນຂອງພວກເຂົາເຈົ້າເພີ້ມຂຶ້ນ
ເຂົາເຈົ້າມີເງິນເພີ້ມຂຶ້ນໃນຖົງຂອງ ເຂົາເຈົ້າ ແລະພວກເຂົາເຈົ້າບໍ່ຕ້ອງໄດ້ໃຊ້ຈ່າຍ
ເງິນນັ້ນ ສຳລັບຄ່ານ້ຳ ມັນລົດ ຄ່າໄຟຟ້າ ຫລືຄ່າແກ໊ສ ເພື່ອສະໜອງຄວາມອຸ່ນ
ພາຍໃນເຮືອນຂອງພວກເຂົາເຈົ້າ ຄືກັນກັບທີ່ພວກເຂົາໄດ້ໃຊ້ຈ່າຍໄປໃນລະດູ
ໜາວທີ່ຜ່ານມານັ້ນ. ຂ້າພະເຈົ້າຄິດວ່າ ສິ່ງນັ້ນແມ່ນຈະຊ່ອຍຄວາມໝັ້ນໃຈຂອງ
ບັນດາຜູ້ບໍລິໂພກໄດ້ແທ້ໆ.”
ຄວາມ ກັງວົນອີກປະການໜຶ່ງ ແມ່ນວ່າ ການຂະຫຍາຍໂຕຂອງວຽກງານນັ້ນ ຍັງບໍ່ສະໝ່ຳສະເໝີ. ລາຍງານໃໝ່ຂອງອົງການ ສະພາແຫ່ງຊາດຂອງຊາວລາຕິນ National Council of La Raza ຫຼື NCLR ກ່າວວ່າ ອັດຕາການຫວ່າງງານ ຂອງຊາວລາຕິນໂດຍສະເພາະ ແມ່ນ ຍັງສູງກວ່າຂອງພົນລະເມືອງທົ່ວໄປ. ນັກວິເຄາະດ້ານນະໂຍບາຍ ທ່ານນາງ Alicia Criado ກ່າວວ່າ ບໍ່ພຽງແຕ່ເທົ່ານັ້ນ ວຽກງານທີ່ໄດ້ມາຂອງຊາວລາຕີນ ໂດຍສ່ວນໃຫຍ່ແລ້ວ ແມ່ນເປັນໜ້າວຽກທີ່ມີຄ່າຈ້າງຕ່ຳ.
ທ່ານນາງ Alicia Criado ເວົ້າວ່າ “ຫຼືບໍ່ ກໍເປັນພວກວຽກງານ ທີ່ບໍ່ເຮັດໃຫ້ບັນດາ
ຄົນງານ ຫລຸດຜົ້ນຈາກຄວາມທຸກຍາກໄປໄດ້. ແລະນັ້ນ ແນ່ນອນ ແມ່ນກໍລະນີ
ຂອງພວກຄົນງານຊາວລາຕີນ ຫຼາຍໆລ້ານຄົນ ທີ່ກຳລັງເຂົ້າໄປເຮັດວຽກຫລາຍ
ຂຶ້ນເລື້ອຍໆ ຢູ່ໃນພາກສ່ວນວຽກງານທີ່ມີຄ່າຈ້າງຕ່ຳ.”
ເຖິງ ແມ່ນວ່າ ດຽວນີ້ເສດຖະກິດໄດ້ກູ້ເອົາ ວຽກງານທີ່ໄດ້ເສຍໄປຕັ້ງແຕ່ເສດຖະກິດຫົດໂຕເຂົ້ານັ້ນ ກັບຄືນມາແລ້ວກໍຕາມ ແຕ່ການເຕີບໂຕຂຶ້ນຂອງຈຳນວນວຽກງານ ກໍຍັງບໍ່ທັນ
ກັບການເຕີບໂຕຂອງຈຳນວນພົນລະ ເມືອງສະຫະລັດ ທີ່ໄດ້ຂະຫຍາຍໂຕຂຶ້ນເກືອບ 7
ເປີເຊັນ ນັບຕັ້ງແຕ່ ສະພາວະເສດຖະກິດຕົກຕ່ຳລົງຄັ້ງໃຫຍ່ ຫຼື the Great Recession
ໃນຊຸມປີ 1930 ໄດ້ສິ້ນສຸດລົງ ເປັນຕົ້ນມາ.