ຕະຫລາດຮຸ້ນສະຫະລັດ ໄດ້ສິ້ນສຸດການຊື້ຂາຍຮຸ້ນ ໃນອາທິດ
ທຳອິດຂອງປີໃໝ່ ໂດຍທີ່ຮຸ້ນມີການຕົກລາຄາປະມານເຄິ່ງເປີ
ເຊັນ ທັງໆທີ່ມີຂ່າວດີ ກ່ຽວກັບເລື່ອງ ວຽກເຮັດງານທຳ.
ອັດຕາການຫວ່າງງານ ໃນສະຫະລັດ ຫລຸດລົງສອງສ່ວນສິບ
ຂອງເປີເຊັນ ໃນເດືອນທັນວາຜ່ານມາ ຊຶ່ງຕ່ຳສຸດໃນຮອບຫົກ
ປີ ເປັນ 5.6 ເປີເຊັນ.
ລາຍງານຊຶ່ງໄດ້ມີການຕິດຕາມເບິ່ງຢ່າງໃກ້ຊິດໃນວັນສຸກວານ
ນີ້ ຈາກກະຊວງແຮງງານຍັງກ່າວວ່າ ເສດຖະກິດໄດ້ເຮັດໃຫ້ມີ
ວຽກການເພີ້ມຂື້ນ 252,000 ໜ້າວຽກ.
ທັງສອງໂຕເລກ ແມ່ນດີກວ່າທີ່ບັນດານັກເສດຖະສາດ ໄດ້ທຳນາຍໄວ້ ແລະເປັນປີທີ່ແຂງ
ແຮງທີ່ສຸດ ໃນການເຕີບໂຕຂອງວຽກງານ ໃນຮອບ 15 ປີ.
ແຕ່ວ່າຂໍ້ມູນຂອງວັນສຸກວານນີ້ ຍັງສະແດງໃຫ້ເຫັນວ່າ ການຂຶ້ນເງິນເດືອນໃນປີ 2014
ແມ່ນພໍແຕ່ລື່ນລະດັບເງິນເຟີ້ພຽງໜ້ອຍດຽວເທົ່ານັ້ນ ແລະສຳຫລັບເດືອນທັນວາຜ່ານມາ
ເງິນເດືອນສະເລ່ຍຂອງພວກທີ່ກິນເງິນເປັນຊົ່ວໂມງ ຄວາມຈິງແລ້ວໄດ້ຫລຸດລົງ.
ບັນດານັກວິເຄາະມີຄວາມເປັນຫ່ວງ ວ່າ ໂຕເລກເງິນເດືອນທີ່ຂຶ້ນຍາກ ອາດເຮັດໃຫ້ການ
ໃຊ້ຈ່າຍຂອງຜູ້ບໍລິໂພກອ່ອນແອລົງ ຊຶ່ງເປັນການຂັບດັນທີ່ສຳຄັນຂອງເສດຖະກິດສະຫະ ລັດນັ້ນ.
ໃນຂະນະ ທີ່ອັດຕາຫວ່າງງານ ໄດ້ຫລຸດລົງເຕັມນຶ່ງເປີເຊັນ ຈາກປີກາຍນີ້ ແຕ່ 8 ລ້ານ 7
ແສນຄົນ ຍັງບໍ່ມີວຽກງານເຮັດແລະອີກ 6 ລ້ານ 8 ແສນຄົນຕ້ອງການຢາກເຮັດວຽກເຕັມ
ເວລາ ແຕ່ກໍສາມາດຊອກໄດ້ແຕ່ວຽກທີ່ບໍ່ເຕັມເວລາເທົ່ານັ້ນ.