ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນຄົນຂໍເງິນຫວ່າງງານ ຢູ່ໃນສະຫະລັດ ໄດ້ຫລຸດລົງຕື່ມອີກ ເມື່ອອາທິດແລ້ວນີ້


ໃນພາບນີ້ ຖ່າຍເມື່ອວັນທີ 8 ພຶດສະພາ 2020 ສະແດງໃຫ້ເຫັນເຄື່ອງໝາຍຂອງແອັບປລີເຄຊັນ ການຊ່ອຍເຫຼືອຄົນຫວ່າງງານ ຍ້ອນ COVID-19, ຢູ່ໃນໜ້າຈໍໂທລະສັບມືຖື ເພື່ອໃຫ້ຄົນນຳໃຊ້ຂໍເງິນຫວ່າງງານ, ໃນເມືອງອາລິງຕັນ ລັດເວີຈີເນຍ.
ໃນພາບນີ້ ຖ່າຍເມື່ອວັນທີ 8 ພຶດສະພາ 2020 ສະແດງໃຫ້ເຫັນເຄື່ອງໝາຍຂອງແອັບປລີເຄຊັນ ການຊ່ອຍເຫຼືອຄົນຫວ່າງງານ ຍ້ອນ COVID-19, ຢູ່ໃນໜ້າຈໍໂທລະສັບມືຖື ເພື່ອໃຫ້ຄົນນຳໃຊ້ຂໍເງິນຫວ່າງງານ, ໃນເມືອງອາລິງຕັນ ລັດເວີຈີເນຍ.

ກະຊວງແຮງງານຂອງສະຫະລັດ ໄດ້ລາຍງານໃນວັນພະຫັດວານນີ້ວ່າ ຈຳນວນ ຄົນຂໍເງິນຫວ່າງງານ ຢູ່ໃນສະຫະລັດ ໄດ້ຫລຸດລົງອີກຄັ້ງນຶ່ງ ເມື່ອອາທິດແລ້ວນີ້ ແຕ່ກໍຍັງຢູ່ໃນຂອບເຂດ ທີ່ຂ້ອນຂ້າງແຄບໆຄືເກົ່າ ໃນໄລຍະສອງເດືອນກວ່າໆ.

ລັດຖະບານໄດ້ກ່າວວ່າ ພວກຄົນງານທີ່ບໍ່ມີວຽກເຮັດຈຳນວນ 375,000 ຄົນໄດ້ຍື່ນເອກະສານເພື່ອຂໍເງິນຫວ່າງງານນັ້ນ ໄດ້ຫລຸດລົງ 12,000 ຄົນຈາກຕົວເລກ ທີ່ມີການແກ້ໄຂໃໝ່ ເມື່ອອາທິດກ່ອນ.

ຈຳນວນຂອງຜູ້ຍື່ນເອກະສານຫວ່າງງານປະຈຳສັບປະດາໃໝ່ ຊຶ່ງມີສ່ວນພົວພັນກັບການປົດແຮງງານເມື່ອມໍ່ໆມານີ້ນັ້ນ ມີຢູ່ລະຫວ່າງ 368,000 ຫາ 424,000 ຄົນ ນັບຕັ້ງແຕ່ທ້າຍເດືອນພຶດສະພາ ກໍຍັງຄົງເປັນຕົວເລກ ທີ່ສູງຂຶ້ນຫຼາຍກວ່າ 218,000 ຄົນເມື່ອທຽບໃສ່ປີ 2019 ກ່ອນການລະບາດ ຂອງໄວຣັສໂຄໂຣນາ ໄປທົ່ວສະຫະລັດ ແລະໄດ້ລົບກວນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກຢ່າງໜັກໜ່ວງ.

ໃນເດືອນກໍລະກົດ ສະຫະລັດ ໄດ້ເພີ້ມວຽກງານຈຳນວນ 943,000 ໜ້າວຽກ ຊຶ່ງປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນວັນພຸດທີ່ຜ່ານມາວ່າ ເປັນເດືອນທີເຈັດຂອງການສ້າງວຽງເຮັດທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງສະຫະລັດ ແລະຕາມມາດ້ວຍ 938,000 ໜ້າວຽກໃໝ່ໃນເດືອນມິຖຸນາ. ອັດຕາການຫວ່າງງານໄດ້ຫລຸດລົງມາເປັນ 5.4 ເປີເຊັນ ກໍຍັງສູງກວ່າໃນເມື່ອກ່ອນ ປະມານສອງເປີເຊັນ ກ່ອນທີ່ຈະເລີ້ມເກີດການແຜ່ລະບາດ ໃນເດືອນມີນາ 2020.

ໂດຍລວມແລ້ວ ສະຫະລັດ ໄດ້ສູນເສຍວຽກງານ ປະມານ 22 ລ້ານໜ້າວຽກ ໃນຊ່ວງເດືອນຕົ້ນໆ ຂອງການແຜ່ລະບາດດັ່ງກ່າວ ແລະດຽວນີ້ ໄດ້ສ້າງວຽກການຄືນມາໄດ້ 16 ລ້ານ 7 ແສນໜ້າວຽກ.

ສະຫະລັດກ່າວວ່າ ເສດຖະກິດຂອງຕົນ ໄດ້ຂະຫຍາຍຕົວ ໃນອັດຕາ 6.5 ເປີ ເຊັນຕໍ່ປີໃນລະຫວ່າງເດືອນເມສາ ຫາມິຖຸນາ ຊຶ່ງເປັນອັດຕາການຂະຫຍາຍຕົວທີ່ໄວກວ່າ ໄລຍະສາມເດືອນທຳອິດຂອງປີນີ້.

ຂະໜາດຂອງເສດຖະກິດສະຫະລັດ ຊຶ່ງມີມູນຄ່າເກືອບ 23 ພັນຕື້ໂດລາ ບັດນີ້ ແມ່ນກາຍລະດັບກ່ອນໜ້າການແຜ່ລະບາດແລ້ວ ໃນຂະນະທີ່ປະເທດພວມຟື້ນຕົວຄືນມາ ໄວກວ່າທີ່ນັກເສດຖະສາດຫຼາຍຄົນ ໄດ້ຄາດການໄວ້ ໃນຊ່ວງຂອງເຫດການຮ້າຍແຮງ ທີ່ທຸລະກິດຫຼາຍແຫ່ງ ໄດ້ປິດລົງ ຫຼາຍກວ່ານຶ່ງປີທີ່ຜ່ານມານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG