ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສະຫະລັດ ປະຈໍາ ສປຊ ສາບານຕົວ ເຂົ້າຮັບຕຳແໜ່ງ


ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ທໍາພິທີສາບານຕົວໃຫ້ແກ່ທ່ານນາງ Samantha Power ເຂົ້າຮັບຕຳແໜ່ງເປັນເອກອັກຄະລັດຖະທູດສະຫະລັດຄົນໃໝ່ປະຈໍາ
ອົງການສະຫະປະຊາຊາດ ທີ່ທໍານຽບຂາວ.
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ທໍາພິທີສາບານຕົວໃຫ້ແກ່ທ່ານນາງ Samantha Power ເຂົ້າຮັບຕຳແໜ່ງເປັນເອກອັກຄະລັດຖະທູດສະຫະລັດຄົນໃໝ່ປະຈໍາ ອົງການສະຫະປະຊາຊາດ ທີ່ທໍານຽບຂາວ.
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ໄດ້ທໍາພິທີ
ສາບານຕົວໃຫ້ ແກ່ທ່ານນາງ Samantha Power ເຂົ້າຮັບ
ຕຳແໜ່ງເປັນເອກອັກຄະລັດຖະທູດສະຫະລັດຄົນໃໝ່ປະຈໍາ
ອົງການສະຫະປະຊາຊາດ.

ທ່ານ Biden ໄດ້ເອົາຮູບຖ່າຍພິທີການດັ່ງກ່າວ ລົງໃນເວັບໄຊ
ສື່ສັງຄົມ Twitter. ພິທີນີ້ ໄດ້ຈັດຂຶ້ນນຶ່ງມື້ ຫລັງຈາກສະພາສູງ ໄດ້ໃຫ້ການອະນຸມັດຕໍ່ການແຕ່ງຕັ້ງທ່ານນາງ Power ດ້ວຍ
ຄະແນນສຽງຖ້ວມລົ້ນ 87 ຕໍ່ 10.

ທ່ານນາງ Power ອາຍຸ 42 ປີ ເປັນອະດີດນັກຂ່າວ ແລະນັກຊ່ຽວຊານປະຈຳສະພາຄວາມ
ໝັ້ນຄົງຂອງຊາດ. ທ່ານນາງຖືກຂະໜານນາມໃນວັນພະຫັດຜ່ານມານີ້ ໂດຍທ່ານ
Robert Menendez ປະທານກໍາມະການຄວາມສຳພັນຕ່າງປະເທດຂອງສະພາສູງວ່າ
“ເປັນນັກປົກປ້ອງສິດທິມະນຸດທີ່ບໍ່ຮູ້ອິດຮູ້ເມື່ອຍ.”

ທ່ານນາງ Power ໄດ້ຮັບລາງວັນ Pulitzer Prize ປີ 2003 ຊຶ່ງເປັນລາງວັນດ້ານນັກ
ຂ່າວສູງສຸດອັນນຶ່ງ ສໍາລັບປຶ້ມທີ່ທ່ານນາງໄດ້ພັນລະນາເຖິງ ສິ່ງທີ່ທ່ານນາງເອີ້ນວ່າ ການຮັບ
ມືແບບບໍ່ສົມສັກສີຂອງສະຫະລັດ ຕໍ່ວິກິດການສິດທິມະນຸດ ຊຶ່ງລວມມີການສັງຫານໝູ່ ຢູ່
ໃນປະເທດ Rwanda ແລະ Bosnia ໃນປີຊຸມປີ 1990. ເມື່ອມໍ່ໆ ມານີ້ ທ່ານນາງເອີ້ນ
ຄວາມລົ້ມແຫຼວທີ່ອົງການສະຫະປະຊາຊາດ ບໍ່ສາມາດຍຸຕິການສັງຫານ ປະຊາຊົນໃນ
ຂອບເຂດທີ່ກວ້າງຂວາງຢູ່ໃນສົງຄາມກາງເມືອງຂອງຊີເຣຍນັ້ນວ່າ ເປັນ “ຄວາມອັບອາຍທີ່
ປະຫວັດສາດຈະເປັນຜູ້ຕັດສິນ.”

ຖະແຫລງການຂອງທໍານຽບຂາວ ທີ່ນຳເຜີຍແຜ່ອອກໃນວັນພະຫັດຜ່ານມາ ເອີ້ນທ່ານນາງ
Power ວ່າ “ເປັນຜູ້ສະໜັບສະໜຸນຢ່າງແຮງກ້າ ຕໍ່ສິດທິສາກົນທຸກດ້ານ.” ແລະເປັນນັກ
ຄິດຄົ້ນ ດ້ານນະໂຍບາຍຕ່າງປະເທດທີ່ນໍາໜ້າຂອງອາເມຣິກາຄົນນຶ່ງ.

ທ່ານນາງ Power ແມ່ນໄປຮັບຕໍາແໜ່ງແທນທ່ານນາງ Sudan Rice ຜູ້ທີ່ປັດຈຸບັນ ເປັນທີ່
ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ປະທານາທິບໍດີນັ້ນ.
XS
SM
MD
LG