ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ສປຊ ເປັນຫ່ວງ ສະພາບການ ມະນຸດສະທຳ ໃນມຽນມາ


ພະນັກງານອົງການຊ່ວຍເຫລືອ ທີ່ບໍ່ຂື້ນກັບລັດຖະບານ ກຳລັງເດີນທາງ ຈາກເມືອງ Sittwe ໄປເຖິງນະຄອນຢ່າງກຸ້ງ
ພະນັກງານອົງການຊ່ວຍເຫລືອ ທີ່ບໍ່ຂື້ນກັບລັດຖະບານ ກຳລັງເດີນທາງ ຈາກເມືອງ Sittwe ໄປເຖິງນະຄອນຢ່າງກຸ້ງ
ສະຫະລັດ ຮຽກ​ຮ້ອງ ລັດຖະບານມຽນມາ ຈົ່ງ​ອະນຸຍາດ
​ໃນ​ກຸ່ມ​ຊ່ວຍ​ເຫລືອ​ສາກົນກັບ​ຄືນ​ໄປປະຕິບັດງານ ທີ່ລັດ
Rakhine ທາງພາກຕາເວັນຕົກຂອງ ປະເທດ.

ກຸ່​ມ​ໃຫ້ການ​ຊ່ວຍ​ເຫລືອ​ສາກົນ​ທັງ​ໝົດ ພ້ອມ​ດ້ວຍ ບັນດາ
​ພະນັກງານສະຫະ​ປະຊາ​ຊາດ ​ໄດ້ພາກັນ​ຍົກຍ້າຍ​ອອກ​
ຈາກ​ເຂດ​ດັ່ງກ່າວໃນອາທິດ​ແລ້ວ​ນີ້ ນຶ່ງ​ອາທິດຫລັງ​ຈາກ
ພວກກໍ່​ຄວາມ​ວຸ້ນ​ວາຍ ໄດ້ໂຈມ​ຕີຕຶກ​ອາຄານຕ່າງໆທີ່​ເປັນ​
ຂອງ​ ​ອົງການຊ່ວຍເຫລືອ​ຕ່າງປະ​ເທດ.

​ໂຄສົກສະຖານທູດ​ ສະຫະລັດ ທ່ານ Andrew Leahy ​
ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ໃນ​ຂະນະ​ທີ່ວໍ​ຊິງ​ຕັນຕ້ອງການ​ຢາກ​ເຫັນ​ການຍົກເລີກ ກ່ຽວກັບການຈຳກັດຮັດແຄບໃນການເດີນທາງ ພຽງ​ແຕ່ອະນຸຍາດ​ໃຫ້
ບັນດາ​ພະ ນັກງານ​ຊ່ວຍ​ເຫລືອ​ກັບ​ຄືນ​ໄປ​ຍັງລັດ Rakhine ນັ້ນ ​ແມ່ນບໍ່​ເປັນ​ທີ່​ພຽງພໍ.

“ຂ້າ​ພະ​ເຈົ້າຄິດ​ວ່າສິ່ງທີ່ພວກເຮົາ​ໄດ້​ພົບເຫັນ​ຊຳ້ແລ້ວ​ຊຳ້​ອີກຢູ່​ໃນລັດ Rakhine ກໍຄື​
ສິ່ງ​ແວດ​ລ້ອມ​ທີ່ຍຸ່ງຍາກ​ລຳບາກ ​ໃນ​ການ​ປະຕິບັດ​ງານ ​ສຳລັບ​ບັນດາ​ພະນັກ ງານ​
ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ແລະ​ອົງການ​ສາກົນທີ່​ບໍ່​ຂື້ນ​ກັບລັດຖະບານ. ​ໂດຍ​ສະ​ເພາະຢ່າງ​ຍິງ ​ແມ່ນ​ພວກ​ທີ່​ໃຫ້ການ​ຊ່ວຍ​ເຫ​ລືອ​ແກ່ປະຊາຊົນ​ທີ່ຢູ່​ໃນ​ອັນ​ຕະລາຍ ແລະ
ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ຕ້ອງການ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ອົງການ​ຕ່າງໆ​ເຫລົ່າ​ນີ້
ໄດ້​ຮັບ​ຄວາມ​ປອດ​ໄພ ທີ່​ເຂົາ​ເຈົ້າ​ຕ້ອງການ ​ເພື່ອ​ໃຫ້ ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ
ທຳ ທີ່ມີຄວາມສຳຄັນນັ້ນ.

​ໃນ​ຂະນະ​ດຽວ​ກັນ ຫ້​ອງການປະສານ​ງານ​ດ້ານ​ມະນຸດສະ​ທຳສະຫະ​ປະຊາ​ຊາດ ກ່າວ​
ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບຜົນ​ກະທົບ​ດ້ານ​ມະນຸດສະທຳ ​ແກ່ປະຊາ ຊົນຢູ່​ໃນ​
ລັດ Rakhine. ​ໂຄສົກຂອງຫ້ອງການດັ່ງກ່າວ ທ່ານ Pierre Peron ກ່າວ​ຕໍ່ ວີ​ໂອ​ເອ
ວ່າ ທ່ານ​ໄດ້​ເຫັນ​ຜົນ​ກະທົບ ​ຕໍ່ປະຊາຊົນ ຢູ່​ໃນ Rakhine ນັ້ນ ແລ້ວ.
XS
SM
MD
LG