ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສະໜັບສະໜູນໃຫ້ຕັ້ງ ຄະນະກຳມາທິການ ສືບສວນມຽນມາ


ລັດຖະບານ ຂອງປະທານາທິບໍດີ ໂອບາມາ ໄດ້ກ່າວເນັ້ນ ຢໍ້າ​ ເຖິງການສະໜັບສະໜຸນຂອງຕົນ ຕໍ່ຂໍ້ສະເໜີ​ໃຫ້ສ້າງຕັ້ງ ຄະນະກຳມາທິການ ຂອງອົງການສະຫະປະຊາຊາດ ເພື່ອສືບສວນ ກ່ຽວກັບການກໍ່ໂທດກຳ ຕ້ານມະນຸດຊາດ ຢູ່ໃນມຽນມາ ຕາມທີ່ໄດ້ມີ ການກ່າວຫາກັນນັ້ນ.

ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ທ່ານ P.J. Crowley ກ່າວໃນວັນອັງຄານ ວານນີ້ວ່າ ພວກເຈົ້າໜ້າທີ່ ສະຫະລັດເຊື່ອວ່າ ຄະນະກຳມາທິການ ຂອງນາໆຊາດ ທີ່ມີ​ໂຄງ​ຮ່າງ ສ້າງຕັ້ງຢ່າງຖືກຕ້ອງນັ້ນ ແມ່ນເປັນສິ່ງທີ່ຄວນ ຈະມີຂຶ້ນ ແລະເໝາະສົມທີ່ສຸດ.

ໃນເວລາຕໍ່ມາ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງສະຫະລັດ ໄດ້ກ່າວຕໍ່ພວກນັກຂ່າວວ່າ ເຖິງແມ່ນ ຄະນະກຳມາທິການດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນກໍດີ ສະຫະລັດ ກໍ​ຍັງຈະສືບຕໍ່ ທຳການພົວພັນກັບມຽນມາ ເພື່ອຊອກຫາຊ່ອງທາງ ກົດດັນປະເທດດັ່ງກ່າວ.

ໃນສັບປະດາແລ້ວ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ໃນລັດຖະບານ ທ່ານໂອບາມາ ໄດ້ກ່າວຕໍ່ ວິທຍຸ VOA ວ່າ ສະຫະລັດ​ໄດ້ເລີ້ມປຶກສາຫາລື ກັບບັນດາປະເທດ ທີ່ມີສ່ວນໄດ້ສ່ວນເສຍ ແລະມີບົດບາດສຳຄັນ ໃນຂອບເຂດທີ່ກວ້າງຂວາງ ເພື່ອຕັດສິນໃຈ ກ່ຽວກັບການສ້າງຕັ້ງ ຄະນະກຳມາທິການ ທີ່ວ່ານີ້.

ໃນເດືອນມີນາ ຜ່ານມາ ຜູ້ຕາງໜ້າພິເສດ ຮັບຜິດຊອບກ່ຽວກັບ ເລື່ອງສິດທິມະນຸດ ໃນ ມຽນມາ ຂອງອົງການສະຫະປະຊາຊາດ ທ່ານ Tomas Ojea Quintana ໄດ້ສະເໜີ ແນະ ໃຫ້ມີການສ້າງຕັ້ງ ຄະນະກຳມາທິການ ນາໆຊາດຂຶ້ນມາ.

XS
SM
MD
LG