ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດສະໜັບສະໜູນໃຫ້ ສືບສວນຜູ້ນໍາມຽນມາ


ລາຍງານໜັງສືພິມສະບັບນຶ່ງແຈ້ງວ່າ ສະຫະລັດຕັ້ງໃຈທີ່
ຈະໃຫ້ການສະໜັບສະໜຸນ ຕໍ່ການສ້າງຕັ້ງຄະນະກຳມາ
ທິການຂອງອົງການສະຫະປະຊາຊາດ ເພື່ອສືບສວນເບິ່ງ
ການກ່າວຫາກ່ຽວກັບການກໍ່ໂທດກຳຕ້ານມະນຸດຊາດ
ແລະການກໍ່ອາດຊະຍາກຳສົງຄາມ ຢູ່ໃນປະເທດມຽນມາ.

ໜັງສືພິມ Washington Post ສະບັບທີ່ອອກໃນວັນພຸດ
ມື້ນີ້ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ ທີ່ກ່າວວ່າ
ລັດຖະບານທ່ານໂອບາມາຍັງໄດ້ພິຈາລະນາທີ່ຈະຮັດເຄັ່ງ
ການລົງໂທດທາງດ້ານການເງິນຕໍ່ຄະນະນຳພາຂອງມຽນມາໃນຄວາມພະຍາຍາມ ເພື່ອ
ບັງຄັບໃຫ້ມີການເປີດກວ້າງ ລະບົບການເມືອງ​ແບບຜະເດັດການຢູ່ໃນມຽນມາ ແລະ​
ປ່ອຍພວກນັກໂທດການເມືອງ ຫຼາຍພັນຄົນ.

ມຽນມາປົກຄອງໂດຍລັດຖະບານທະຫານ ພາຍໃຕ້ການນຳພາຂອງນາຍພົນອະວຸໂສ
Than Shwe ທີ່ໄດ້ຖືກກ່າວຫາວ່າເປັນຜູ້ນຳພາ ໃນການປາບປາມພວກຊົນກຸ່ມນ້ອຍ
ແລະພວກຄັດຄ້ານທາງການເມືອງ ຢ່າງໂຫດຮ້າຍປ່າເຖື່ອນ.

ເຈົ້າໜ້າທີ່ສະຫະລັດຄົນນຶ່ງເວົ້າວ່າການສືບສວນແລະການລົງໂທດທີ່ວ່ານີ້ແມ່ນແນໃສ່
ນາຍພົນ Than Shwe ແລະສະມັກພັກພວກຂອງຜູ້ກ່ຽວບໍ່ແມ່ນປະຊາຊົນຊາວມຽນມາ.
ລັດຖະບານທະຫານມຽນມາມີແຜນຈະຈັດການເລືອກຕັ້ງໃນເດືອນພະຈິກທ້າຍ​ປີ​ນີ້ ແຕ່
ພວກຕຳໜິຕິຕຽນກ່າວວ່າປາກົດວ່າກົດໝາຍໃໝ່ ກ່ຽວກັບການໂຄສະນາຫາສຽງ ແມ່ນຮ່າງຂຶ້ນເພື່ອໃຫ້ລັດຖະບານທະຫານໄດ້ກຳອຳນາດຕໍ່ໄປ.

XS
SM
MD
LG