ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຕີ​ໝາຍ​ເລກ​ນຶ່ງ ສະ​ຫະ​ລັດ ແລະ ຢູ​ເຄ​ຣນ ຈະ​ພົບ​ປະ​ກັນ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ


ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈິ​ລ ໄບ​ເດັນ ມອບດອກ​ໄມ້​ສຳ​ລັບ​ວັນ​ແມ່ ໃຫ້​ທ່ານ​ນາງ ໂອ​ເລ​ນາ ເຊ​ເລັນ​ສ​ກາ, ພັນ​ລະ​ຍາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ເມືອງ ອຸ​ສ​ໂຮ​ຣອດ, ຢູ​ເຄ​ຣນ, 8 ພຶດ​ສະ​ພາ, 2022.
ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈິ​ລ ໄບ​ເດັນ ມອບດອກ​ໄມ້​ສຳ​ລັບ​ວັນ​ແມ່ ໃຫ້​ທ່ານ​ນາງ ໂອ​ເລ​ນາ ເຊ​ເລັນ​ສ​ກາ, ພັນ​ລະ​ຍາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ເມືອງ ອຸ​ສ​ໂຮ​ຣອດ, ຢູ​ເຄ​ຣນ, 8 ພຶດ​ສະ​ພາ, 2022.

ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ ຢູ​ເຄ​ຣນ ທ່ານ​ນາງ ໂອ​ເລ​ນາ ເຊ​ເລັນ​ສ​ກາ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ສະ​ຕີ​ໝາຍ​ເລກ​ນຶ່ງ ສະ​ຫະ​ລັດ ທ່ານ​ນາງ ຈິ​ລ ໄບ​ເດັນ ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ອັງ​ຄານມື້ນີ້.

ສະ​ຕີ​ໝາຍ​ເລກ​ນຶ່ງ​ທັງ​ສອງ​ຄົນນັ້ນ​ໄດ້​ພົບ​ກັນ​ຄັ້ງ​ສຸດ​ທ້າຍ​ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ພາກ​ຕາ​ເວັນ​ຕົກ​ຂອງຢູ​ເຄ​ຣນ ໂດຍບໍ່​ໄດ້​ຖືກ​ປະ​ກາດ ​ຂອງ​ທ່ານ​ນາງ ໄບ​ເດັນ ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ ເວ​ລາ​ທີ່​ພວກ​ເພິ່ນ​ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ ແລະ ໄດ້​ເຂົ້າ​ຮ່ວມ​ກັບ​ເດັກ​ນ້ອຍ​ຜູ້​ທີ່​ກຳ​ລັງ​ເຮັດ​ຂອງ​ຂວັນ​ສຳ​ລັບ​ວັນ​ແມ່.

ທ່າ​ນນາງ ເຊ​ເລັນ​ສ​ກາ ໃນ​ວັນ​ຈັນ​ວານ​ນີ້​ໄດ້​ພົບ​ປະ​ກັນ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ເນັດ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ​ທ່ານ​ນາງ ເຊ​ເລັນ​ສ​ກາ ແລະ ທ່ານ ບ​ລິ​ງ​ເຄັນ ໄດ້​ລົມ​ກັນ​ກ່ຽວ​ກັບ “ຄວາມ​ເສຍ​ຫາຍ​ຢ່າງຫຼວງຫຼາຍ ແລະ ກຳ​ລັງ​ເພີ່ມ​ຂຶ້ນ​ຕໍ່​ມ​ະ​ນຸດ​ຈາກ​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ຂອງ ຣັດ​ເຊຍ,” ແລະ ທ່ານ ບ​ລິງ​ເຄັນ ໄດ້​ກ່າວຢ້ຳ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ສະ​ຫະ​ລັດ ທີ່​ຈະ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ.

ທ່ານ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ “ລັດ​ຖະ​ມົນ​ຕີ ບ​ລິງ​ເຄັນ ໄດ້​ຍົກ​ຍ້ອງວຽກ​ງານ​ຂອງ​ສະ​ຕີ​ໝາຍ​ເລກ​ນຶ່ງ ເຊ​ເລັນ​ສ​ກາ ເພື່ອ​ຊ່ວຍ​ເຫຼືອ​ຊາວ​ຢູ​ເຄ​ຣນ ທີ່​ຖືກ​ກະ​ທົບ​ໂດຍ​ສົງ​ຄາມ. ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ ເພື່ອ​ຊ່ວຍ ຢູ​ເຄ​ຣນ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຕໍ່​ເສດ​ຖະ​ກິດ ແລະ ມະ​ນຸດ​ສະ​ທຳ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ປະ​ເຊີນ, ລວມ​ທັງ​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ສຸ​ຂະ​ພາບ​ຈິດ​ເພື່ອ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໂດຍ​ສົງ​ຄາມ​ຂອງ​ສະ​ຕີ​ໝາຍ​ເລກ​ນຶ່ງ​ນັ້ນ.”

ຕາ​ຕະ​ລາງ​ແຜນ​ການ​ຂອງ​ທ່ານ​ນາງ ເຊ​ເລັນ​ສ​ກາ ຍັງ​ລວມ​ມີ​ການ​ເດີນ​ທາງ​ໄປ​ຫໍ​ລັດ​ຖະ​ສ​ະ​ພາ​ໃນ​ວັນ​ພຸດນີ້ ເພື່ອ​ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG