ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ມີບົດບາດ ໃນການ ເປີດເຜີຍ ການໂອ້ລົມ ຂອງ ນັກການທູດ ສຫລ (ວີດີໂອ)


ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ ສຫລ ທ່ານນາງ Victoria Nuland ແລະເອກອັກຄະລັດຖະທູດ ສຫລ ປະຈຳຢູເຄຣນ ທ່ານ Geoffrey Pyatt (ຂວາ) ພວມຍ່າງ ຜ່ານຈະຕຸລັດເອກກະລາດ ທີ່ນະຄອນ Kyiv (10 ທັນວາ 2013)
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ ສຫລ ທ່ານນາງ Victoria Nuland ແລະເອກອັກຄະລັດຖະທູດ ສຫລ ປະຈຳຢູເຄຣນ ທ່ານ Geoffrey Pyatt (ຂວາ) ພວມຍ່າງ ຜ່ານຈະຕຸລັດເອກກະລາດ ທີ່ນະຄອນ Kyiv (10 ທັນວາ 2013)
ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວຕອບໂຕ້ຄືນ ຕໍ່ຣັດ
ເຊຍ ໃນບົດບາດຂອງປະເທດດັ່ງກ່າວ ຕໍ່ການກ່າວຫາ ກ່ຽວກັບ
ການເປີດເຜີຍຂ່າວໃນອັນທີ່ປະກົດວ່າເປັນການດັກຟັງການໂອ້ ລົມທາງໂທລະສັບກ່ຽວກັບເລື່ອງຢູເຄຣນລະຫວ່າງນັກການທູດ
ອະວຸໂສຂອງສະຫະລັດສອງທ່ານຊຶ່ງມີການກ່າວວ່າ ພວກທ່ານ
ໄດ້ໃຫ້ຄວາມເຫັນທີ່ວິພາກວິຈານໄປໃນທາງລົບກ່ຽວກັບສະຫະ
ພາບຢູໂຣບ.

ສຽງທີ່ບັນທຶກໄວ້ທີ່ນຳອອກເຜີຍແຜ່ທາງຢູທູບແມ່ນຄ້າຍຄືກັນ
ກັບສຽງ ຂອງລັດຖະມົນຕີ ຊ່ອຍວ່າການກະຊວງການຕ່າງປະ
ເທດສະຫະລັດທ່ານນາງ Victoria Nuland ແລະທ່ານ Geof-
frey Pyatt ເອກອັກຄະລັດຖະທູດສະຫະລັດ ປະຈຳຢູເຄຣນ. ບຸກຄົນທີ່ຖືກກ່າວຫາ ທັງ
ສອງໄດ້ຫາລືກັນ ກ່ຽວກັບການດຳເນີນຄວາມພະຍາຍາມ ຂອງນາໆຊາດ ເພື່ອແກ້ໄຂວິ ກິດການທາງດ້ານການເມືອງທີ່ກຳລັງດຳເນີນຢູ່ໃນຢູເຄຣນເວລານີ້ ແລະໃນຈຸດນຶ່ງ ສຽງ ທີ່ຄ້າຍຄືກັນກັບທ່ານນາງ Nuland ໄດ້ໃຊ້ຄຳເວົ້າທີ່ບໍ່ຄ່ອຍສຸພາບ ເພື່ອສະເໜີແນະວ່າ
ທ່າທີ ຂອງສະຫະພາບຢູໂຣບບໍ່ຄວນຈະເອົາໃຈໃສ່.

ທ່ານນາງ Jen Psaki ໂຄສົກ ກະຊວງການຕ່າງປະເທດສະຫະລັດ ກ່າວໃນວັນພະຫັດ
ວານນີ້ ທີ່ກຸງວໍຊິງຕັນວ່າ “ນີ້ແມ່ນລະດັບຕໍ່າສຸດໃໝ່ກ່ຽວກັບເທັກນິກສືບລັບຂອງຣັດເຊຍ ຖ້າເວົ້າເຖິງການນຳເຜີຍແຜ່ທາງອິນເຕີແນັດ. ຂ້າພະເຈົ້າບໍ່ມີລາຍລະອຽດທີ່ເປັນອິດສະ ຫຼະອື່ນໆ ກ່ຽວກັບທີ່ມາຂອງວີດີໂອໃນຢູທູບນັ້ນ ແມ່ນຖືກຕ້ອງແລ້ວ. ນີ້ແມ່ນຈະແຈ້ງໄດ້ ເກີດຂຶ້ນພຽງເວລາຂ້າມຄືນ ແລະເປັນເລື່ອງທີ່ຂ້ອນຂ້າງໃໝ່. ແຕ່ນີ້ ແມ່ນສິ່ງທີ່ພວກເຂົາ ໄດ້ທຳການຊຸກຍູ້ຢ່າງຂຸ້ນຂ້ຽວ ນຳເຜີຍແຜ່ ສົ່ງອອກທາງ tweeter ແລະແນ່ນອນ ພວກ ເຮົາຮູ້ສຶກວ່າ ມັນເປັນລະດັບຕໍ່າສຸດໃໝ່.”

ທັງທ່ານນາງ Psaki ແລະໂຄສົກຂອງທຳນຽບຂາວ ທ່ານ Jay Carney ຕ່າງກໍຊີ້ໄປຍັງ
ການສົ່ງ tweeter ຂອງຜູ້ຊ່ອຍຄົນນຶ່ງຂອງຮອງນາຍົກລັດຖະມົນຕີຣັດເຊັຍທ່ານ Dmitry Rogozin ທີ່ທ່ານນາງ Psaki ເວົ້າວ່າ ເປັນຜູ້ທຳອິດທີ່ຊຸກຍູ້ວີດີໂອດັ່ງກ່າວ.

Ukraine
please wait
Embed

No media source currently available

0:00 0:00:22 0:00
XS
SM
MD
LG