ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ສະແດງ ຄວາມຮູ້ບຸນຄຸນຕໍ່ ການຊ່ວຍເຫຼືອ ດ້ານອາວຸດຂອງ ສະຫະລັດ


ທະຫານ ຢູເຄຣນ ຢືນຢູ່ເທິງລົດທະຫານໃກ້ກັບເມືອງ ອາເຕມິບ, ພາກຕາເວັນອອກ ຢູເຄຣນ. 23 ກຸມພາ, 2015.
ທະຫານ ຢູເຄຣນ ຢືນຢູ່ເທິງລົດທະຫານໃກ້ກັບເມືອງ ອາເຕມິບ, ພາກຕາເວັນອອກ ຢູເຄຣນ. 23 ກຸມພາ, 2015.

ປະທານາທິບໍດີ ຢູເຄຣນ ໄດ້ຂອບໃຈ ສະຫະລັດ ໃນວັນເສົາວານນີ້ ທີ່ໄດ້ຕັດສີນໃຈ
ມອບອາວຸດສັງຫານໃຫ້ແກ່ປະເທດຕົນ ໃນຂະນະທີ່ພວກນັກການທູດ ຣັດເຊຍ ເຕືອນ
ວ່າ ການເຄື່ອນໄຫວດັ່ງກ່າວ ພຽງແຕ່ຈະສ້າງການນອງເລືອດຕື່ມຂຶ້ນເທົ່ານັ້ນ.

ການຕອບໂຕ້ທີ່ໂມໂຫ ໄດ້ມີໄປຈາກ ມົສກູ ນຶ່ງມື້ ລຸນຫຼັງ ສະຫະລັດ ໄດ້ປະກາດວ່າ ຕົນ
ຈະມອບອາວຸດສັງຫານໃຫ້ແກ່ ຢູເຄຣນ ໃນຄວາມພະຍາຍາມຊ່ອຍເຫຼືອປະເທດດັ່ງ
ກ່າວ ໃນການຕໍ່ສູ້ກັບພວກຫົວແບ່ງແຍກດິນແດນທີ່ ຣັດເຊຍ ໜູນຫຼັງ ຢູ່ທາງພາກຕາ
ເວັນອອກຂອງປະເທດນັ້ນ. ທ່ານ ເຊີເກ ຣີຢັບກັອຟ ຮອງ ລັດຖະມົນຕີການ ຕ່າງປະ
ເທດ ຣັດເຊຍ ກ່າວວ່າ “ເປັນທີ່ແຈ້ງຂາວວ່າ ມື້ນີ້ ສະຫະລັດ ໄດ້ຊຸກຍູ້ໃຫ້ອຳນາດຂອງ
ຢູເຄຣນ ເຂົ້າໄປຫາການນອງເລືອດຕື່ມຂຶ້ນ. ອາວຸດຂອງ ອາເມຣິກັນ ອາດສາມາດນຳ
ໄປສູ່ການມີຜູ້ໄດ້ຮັບເຄາະຕື່ມຂຶ້ນ” ຢູ່ໃນປະເທດໄກ້ຄຽງ.

ເຖິງຢ່າງໃດກໍດີ ນະຄອນຫຼວງ ຄຽບ ກໍໄດ້ເຄື່ອນໄຫວ ໂດຍການຕອບສະໜອງດ້ວຍ
ຄວາມກະຕັນຍູ ໂດຍຂອບໃຈປະທານາທິບໍດີ ດໍໂນລ ທຣຳ ໃນການ “ນຳພາ” ຂອງ
ທ່ານ ແລະ ເວົ້າເນັ້ນວ່າ ອາວຸດດັ່ງກ່າວ ບໍ່ແມ່ນເພື່ອຈຸດປະສົງເພື່ອການບຸກລຸກ.

ທ່ານ ເປໂຕຣ ໂປໂຣເຊັນໂກ ປະທານາທິບໍດີ ຢູເຄຣນ ໄດ້ກ່າວຢູໃນເຟດບຸກເປັນພາ
ສາອັງກິດ ວ່າ “ອາວຸດຂອງ ອາເມຣິກັນ ໃນກຳມືຂອງທະຫານ ຢູເຄຣນ ບໍ່ແມ່ນມີຈຸດ
ປະສົງເພື່ອທຳການບຸກລຸກ ແຕ່ເພື່ອຕໍ່ຕ້ານຢ່າງແຂງແກ່ນ ຕໍ່ສູ້ກັບພວກຮຸກຮານ
ປ້ອງກັນທະຫານແລະພົນລະເຮືອນຢູເຄຣນ ແລະເພື່ອປ້ອງກັນຕົນເອງໃຫ້ມີປະສິດ
ທິຜົນ. ນອກນັ້ນ ມັນຍັງຈະເປັນການສັກຢາປ້ອງກັນພະຍາດຂ້າມມະຫາສະໝຸດ
ອັດແລນຕິກ ຕ້ານພະຍາດຮຸກຮານຂອງ ຣັດເຊຍ ອີກດ້ວຍ.”

ສ່ວນກະຊວງການຕ່າງປະເທດ ສະຫະລັດ ກໍໄດ້ກ່າວໃນຖະແຫຼງການໃນວັນສຸກວ່າ
ການຕັດສິນໃຈມອບໃຫ້ ຢູເຄຣນ “ສົ່ງເສີມຄວາມສາມາດໃນການປ້ອງກັນ” ກໍຄືໃຫ້
ທັນການ ຄວາມພະຍາຍາມຊ່ອຍເຫຼືອຢູເຄຣນ ເພື່ອກໍ່ສ້າງຄວາມສາມາດໃນດ້ານ
ປ້ອງກັນໄລຍະຍາວ ເພື່ອປ້ອງກັນອະທິປະໄຕແລະເຂດນໍ້າແດນດິນຂອງຕົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG