ສະຫະລັດ ກຳລັງຈະສົ່ງເງິນຫລາຍລ້ານໂດລາ, ຊຶ່ງເປັນເງິນທີ່ທຳນຽບຂາວໄດ້ງົດໄວ້ໃນເມື່ອກ່ອນ ເພື່ອຊ່ວຍດ້ານການທະຫານນັ້ນ ໄປໃຫ້ແກ່ຢູເຄຣນ.
ພວກເຈົ້າໜ້າທີ່ທຳນຽບຂາວ ໃນວັນພະຫັດວານນີ້ ຢືນຢັນວ່າ ຈະປ່ອຍເງິນ 250 ລ້ານໂດລາ ຈາກທຳນຽບຫ້າແຈ ແລະການຊ່ວຍເຫລືອທາງການເງິນອີກ 141 ລ້ານໂດລາ ຈາກກະຊວງການຕ່າງປະເທດ ໃນເວລາບໍ່ດົນພໍເທົ່າໃດກ່ອນບັນດາສະມາຊິກລັດຖະສະພາມີກຳນົດວ່າ ຈະທຳການເຕືອນຄະນະລັດຖະບານທີ່ຊັກຊ້າໃນການປ່ອຍເງິນດັ່ງກ່າວນັ້ນ.
"ກະຊວງການຕ່າງປະເທດ ແລະກະຊວງປ້ອງກັນປະເທດ ກຳລັງດຳເນີນການ ປະຕິບັດພາລະຂອງຕົນໃນການໃຫ້ຄວາມຊ່ວຍເຫລືອດ້ານການທະຫານ ແລະດ້ານຄວາມໝັ້ນຄົງທັງໝົດໃຫ້ແກ່ຢູເຄຣນ," ອີງຕາມເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ຂອງຄະນະລັດຖະບານ. ທ່ານກ່າວຕໍ່ໄປວ່າ "ລັດຖະບານສະໜັບສະໜຸນການດຳເນີນຄວາມພະຍາຍາມໃນການປະຕິຮູບ ແລະປ້ອງກັນຕົນເອງຂອງຢູເຄຣນ ແລະເງິນຮ່ວງດັ່ງກ່າວນີ້ ຈະຊ່ວຍເຮັດໃຫ້ການດຳເນີນຄວາມພະຍາຍາມຂອງຢູ ເຄຣນກ້າວໄປສູ່ຈຸດນັ້ນໄດ້."
ກ່ອນໜ້ານັ້ນ ໃນວັນພະຫັດວານນີ້, ກະຊວງການຕ່າງປະເທດກໍໄດ້ປະກາດວ່າ ຕົນເອງໄດ້ອະນຸມັດ ໃຫ້ປ່ອຍເງິນຊ່ວຍເຫລືອຈຳນວນ 141 ລ້ານ ໂດລາດັ່ງກ່າວແລ້ວ.
ໃນຂະນະທີ່ກ່າວຕໍ່ບັນດານັກຂ່າວໃນນະຄອນຫລວງວໍຊິງຕັນນັ້ນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານການເມືອງ ແລະການທະຫານ, ທ່ານ ອາ ຄລາກ ຄຸບເປີ (R. Clarke Cooper) ເອີ້ນເງິນຈຳນວນດັ່ງກ່າວວ່າ ເປັນສ່ວນນຶ່ງຂອງ "ການຊ່ວຍເຫລືອ ດ້ານຄວາມໝັ້ນຄົງທັງໝົດທີ່ພວກເຮົາໄດ້ຈັດ ແລະກຳນົດໄວ້ໃຫ້ແກ່ຢູເຄຣນ.”
ການປະກາດດັ່ງກ່າວມີຂຶ້ນລຸນຫຼັງທີ່ໄດ້ມີການແຈ້ງໃຫ້ຊາບວ່າ ມີການປ່ອຍເງິນຊ່ວຍເຫລືອຈາກທຳນຽບຫ້າແຈຈຳນວນ 250 ລ້ານໂດລາ ເພື່ອຊ່ວຍທຳການຝຶກອົບຮົມ ແລະຊື້ອຸປະກອນເພີ້ມ ໃຫ້ແກ່ກຳລັງທະຫານຂອງຢູເຄຣນເຊັ່ນກັນ.
ເຈົ້າໜ້າທີ່ກະຊວງການຕ່າງປະເທດທ່ານນຶ່ງທີ່ບໍ່ປະສົງບອກຊື່ກ່າວວ່າ "ການຊ່ວຍເຫລືອຂອງສະຫະລັດໄດ້ຊ່ວຍກອບກູ້ເອົາຊີວິດຄົນໄວ້ ໃນຂະນະທີ່ຊ່ວຍຍົກລະດັບຄວາມສາມາດດ້ານການປ້ອງກັນຊາດໄລຍະຍາວຂອງຢູເຄຣນ. ທ່ານກ່າວອີກວ່າ "ພວກເຮົາຍັງສືບຕໍ່ມີຄວາມມຸ້ງໝັ້ນໃນການເພີ້ມຄວາມສຳພັນທີ່ເປັນຄູ່ພາຄີກັບຢູເຄຣນຢູ່."
ບັນດາສະມາຊິກລັດຖະສະພາທັງຈາກພັກຣີພັບບລິກັນ ແລະເດໂມແຄຣັດມີຄວາມຮູ້ສຶກບໍ່ພໍໃຈ ແລະຕຳໜິນັບມື້ ນັບແຮງຂຶ້ນກ່ຽວກັບກັນຊັກຊ້າໃນເລື້ອງສົ່ງເງິນຊ່ວຍເຫລືອດັ່ງກ່າວໄປໃຫ້ຢູເຄຣນທີ່ກຳລັງດີ້ນຮົນທຳການຕໍ່ສູ້ກັບພວກແບ່ງແຍກດິນແດນທີ່ໄດ້ຮັບການໜູນຫລັງຈາກມົສກູ ພາຍຫລັງທີ່ມີການບຸກລຸກຂອງຣັດເຊຍ ແລະການປະກາດ ເອົາແຫລມໄຄຣເມຍ ເຂົ້າເປັນຂອງຣັດເຊຍ ໃນປີ 2014.