ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານບ​ລິງ​ເກັນ ກ່າ​ວວ່າ ສະ​ຫະ​ລັດ ເປັນ​ຫ່ວງ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ ຂອງ​ຣັດ​ເຊຍ ໃກ້ໆ​ຢູ​ເຄ​ຣນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ການ​ເຈ​ລະ​ຈາ ໃນ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ ທີ່​ວໍ​ຊິງ​ຕັນ ເມື່ອ​​ວັນ ​10 ພະ​ຈິກ 2021.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ການ​ເຈ​ລະ​ຈາ ໃນ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ ທີ່​ວໍ​ຊິງ​ຕັນ ເມື່ອ​​ວັນ ​10 ພະ​ຈິກ 2021.

ໃນ​ການ​ໃຫ້​ຄວາມ​ເຫັນ ຫຼັງ​ຈາກ​ໄດ້​ພົບ​ປະ ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ແລ້ວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າ​ວ​ວ່າ ສະ​ຫະ​ລັດ​ມີ​ຄວາມ​ເປັນຫ່ວງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍ ຢູ່​ໃນ​ຂົງ​ເຂດ.

ທ່ານບ​ລິງ​ເກັນ​ກ່າວ​ໃນ​ລະ​ຫວ່າງ​ການ​ປາກົດ​ໂຕ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ໃນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ທີ່​ຜິດ​ປົກ​ກະ​ຕິ​ຂອງ​ຣັດ​ເຊຍ” ແລະ​ທ່ານ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ “ພວມ​ຕິດຕາມ​ຢ່າງ​ໃກ້​ຊິດ” ເບິ່ງ​ກິດ​ຈະ​ກຳ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍ.

“ດັ່ງ​ທີ່​ພວກ​ເຮົາ​ເຄີຍ​ໄດ້​ເຮັດ​ມາ ພວກ​ເຮົາ​ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ຢ່າງ​ໃກ້​ຊິດ​ເຊັ່ນ​ດຽວ​ກັນ​ກັບ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບັນ​ຫາ​ດັ່​ງ​ກ່າວນີ້” ນັ້ນຄື​ຄຳ​ເວົ້າ​ ຂອງ​ທ່ານບ​ລິງ​ເກັນ ແລະ​ທ່ານ​ເວົ້າ​ວ່າ “ດັ່ງ​ທີ່​ພວກ​ເຮົາ​ໄດ້​ສ​ແດງ​ໃຫ້ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວນັ້ນ ການ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງຫຼື​ການ​ກະ​ທຳ​ແບບ​ຮຸກ​ຮານ​ໃດໆ​ກໍ​ຕາມແມ່ນ​ຈະ​ສ້າງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ສະ​ຫະ​ລັດ.”

ທ່ານ​ກ່າ​ວ​ວ່າ ສະ​ຫະ​ລັດ​ພວມ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ນອກນັ້ນ​ແລ້ວ ຍັງ​ໄດ້​ມີ​ການ​ຫາ​ລື​ກັນ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ສອງ​ຝ່າຍ​ກໍ​ຄື​ການ​ຄ້ຳ​ປະ​ກັນ​ໃນ​ການ​ສະ​ໜອງ​ພະ​ລັງ​ງານ​ໃຫ້​ແກ່​ຢູ​ເຄ​ຣນ ແລະ​ປະ​ເທດ​ທັງ​ສອງ​ໄດ້​ລົງ​ນາມໃນເອກ​ກະ​ສານຂອງ​ກົດ​ບັດການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຢູ​ເຄ​ຣນ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານບ​ລິງ​ເກັນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານຂອງ​ຣັດ​ເຊຍ​ກໍ​ໄດ້​ມີ​ການ​ສະ​ທ້ອນ​ໃຫ້​ເຫັນ​ຢູ່​ທີ່​ທຳ​ນຽບ​ຫ້າ​ແຈ.

ທ່ານ​ຈອນ​ ເຄີ​ບີ ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ໄດ້​ເປັນ​ຈຸດ​ສົນ​ໃຈ​ຂອງ​ພວກ​ເຮົາ ບໍ່​ມີ​ຄຳ​ຖາມ​ໃດໆເລີຍ​ກ່ຽວ​ກັບ​ເລື້ອງດັ່ງ​ກ່າວນັ້ນ.”

ທ່ານ​ເຄີ​ບີ ກ່າວ​ຕື່ມ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຍັງ​ເຫັນ​ຢູ່​ຕໍ່​ມາ ກໍ​ຄື​ການ​ເຄື່ອນ​ໄຫວທາງ​ທະ​ຫານແບບ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ຣັດ​ເຊຍ ແຕ່​ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ຢູ​ເຄ​ຣນ ແລະພວກ​ເຮົາ​ຍັງ​ສືບ​ຕໍ່​ມີ​ຄວາມ​ກັງ​ວົນໃນ​ເລື້ອງ​ນັ້ນ. ມັນ​ຜິດ​ປົກ​ກະ​ຕິ​ທັງໃນ​ເລື້ອງ​ຂະ​ໜາດ ​ແລະເລື້ອງ​ຂອບ​ເຂດ​.”

ທ່ານ​ຍັງ​ກ່າວ​ເພີ້ມ​ອີກວ່າ “ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ​ແມ່ນ​ຫຍັງ​ຄື​ຄວາມ​ຕັ້ງ​ໃຈ​ຂອງ​ຣັດ​ເຊຍ ແລະ​ພວກ​ເຮົາ​ບໍ່​ຕ້ອງ​ການ​ ທີ່​ຈະ​ເຫັນ​ການ​ເຄື່ອນ​ໄຫວເພື່ອ​ສ້າງຄວາມ​ບໍ່​ທຸ່ນ​ທ່ຽງ​ໃດໆ​ຕື່ມ​ອີກຕໍ່ເຂດ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ສູງ​ຢູ່​ແລ້ວນັ້ນ ​ໃນ​ພູ​ມີ​ພາກ​ສ່ວນນີ້​ຂອງ​ໂລກ.”

ຣັດ​ເຊຍ ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ພວກ​ແບ່ງ​ແຍກ​ດິນ​ແດນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນນັບ​ຕັ້ງ​ແຕ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ປະ​ກາດ​ຮວມ​ເອົາ​ເຂດ​ໄຄ​ຣ​ເມຍເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ ​ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ. ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ​ຕົນ​ບໍ່​ມີ​ກຳ​ລັງ​ທະ​ຫານ​ຢູ່​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG