ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ຝຣັ່ງ ສະແດງຄວາມ ໂມໂຫ ຕໍ່ຂໍ້ຕົກລົງເຮືອດຳນໍ້າ ລະຫວ່າງ ສະຫະລັດ, ອັງກິດ ແລະ ອອສເຕຣເລຍ


ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ສາວ ລີຈຽນ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ປັກກິ່ງ, ຈີນ.10 ກັນຍາ, 2020.
ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ສາວ ລີຈຽນ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ປັກກິ່ງ, ຈີນ.10 ກັນຍາ, 2020.

ຈີນ ແລະ ຝຣັ່ງ ໄດ້ມີປະຕິກິລິຍາຢ່າງໂມໂຫ ຕໍ່ຂໍ້ຕົກລົງລະຫວ່າງ ສະຫະລັດ ແລະ ອັງກິດ ເພື່ອຊ່ວຍເຫຼືອ ອອສເຕຣເລຍ ພັດທະນາເຮືອດຳນໍ້າພະລັງງານນິວເຄລຍ, ຈົນພາໃຫ້ທຳນຽບຂາວພະ ຍາຍາມທີ່ຜ່ອນຄາຍຄວາມເຄັ່ງຕຶງໃນວັນ ພະຫັດວານນີ້.

ຂໍ້ຕົກລົງດັ່ງກ່າວແມ່ນສ່ວນນຶ່ງຂອງການເປັນຄູ່ຮ່ວມດ້ານການຮັກສາຄວາມປອດໄພໃໝ່, ເຊິ່ງຮູ້ຈັກໃນຊື່ຫຍໍ້ວ່າ AUKUS (ອອສເຕຣເລຍ, ສະຫະຣາຊະອານາ ຈັກ ອັງກິດ ແລະ ສະຫະລັດ), ທີ່ເພັ່ງເລັງໃສ່ພາກພື້ນອິນໂດປາຊີຟິກ. ສາມ ປະເທດທີ່ເວົ້າພາສາ ອັງກິດ ດັ່ງກ່າວບໍ່ໄດ້ເວົ້າວ່າເປົ້າໝາຍຂອງເຂົາເຈົ້າແມ່ນເພື່ອຕອບໂຕ້ອິດທິພົນຂອງ ຈີນ, ແຕ່ບັນດານັກວິເຄາະໂດຍທົ່ວໄປເຫັນມັນວ່າ ເປັນການເຄື່ອນໄຫວເພື່ອຕ້ານຢັນການຂະຫຍາຍອິດທິພົນຂອງກອງທັບ ຈີນ ແລະ ຂົງເຂດເທັກໂນໂລຈີ.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວໃນວັນພະຫັດວານນີ້ວ່າ “ການເປັນຄູ່ຮ່ວມທີ່ຖືກປະກາດໃນມື້ວານນີ້ບໍ່ໄດ້ກ່ຽວກັບປະເທດໃດນຶ່ງ. ມັນກ່ຽວກັບການພັດທະນາຜົນປະໂຫຍດຍຸດທະ ສາດຂອງພວກເຮົາ, ຜົນປະໂຫຍດຍຸດທະສາດຂອງ ສະຫະລັດ ໃນການສະໜັບສະໜູນລະບຽບ
ທີ່ອີງໃສ່ກົດເກນສາກົນ ແລະ ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນອິນໂດປາຊີ ຟິກ.”

ຍ້ອນຂໍ້ຕົກລົງນີ້, ອອສເຕຣເລຍ ໄດ້ລົບລ້າງສັນຍາມູນຄ່າ 43 ຕື້ໂດລາກັບ ຝຣັ່ງ ສຳລັບເຮືອດຳນໍ້າທົ່ວໄປທີ່ໃຫຍ່ທີ່ສຸດໃນໂລກ 12 ລຳ ແລະ ກົງກັນຂ້າມໄດ້ຕັດສິນໃຈທີ່ຈະສະແຫວງຫາເຮືອດຳນໍ້າພະລັງງານນິວເຄລຍທີ່ໃຊ້ເທັກໂນໂລຈີຂອງ ອາເມຣິກາ ແທນ. ນາຍົກລັດຖະມົນຕີ ອອສເຕຣເລຍ
ທ່ານ ສກັອດ ມໍຣິສັນ ໄດ້ກ່າວຢໍ້າວ່າ ເທັກໂນໂລຈີຂອງ ສະຫະລັດ ແມ່ນບໍ່ໄດ້ມີໃນເວລາທີ່ສັນຍາ ໄດ້ຖືກສະຫຼຸບ ໃນປີ 2016.

ຂໍ້ຕົກລົງດັ່ງກ່າວໄດ້ກໍ່ໃຫ້ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ ຊັອງ ອີຟ ເລີ ດຣຽງ ຕຳໜິວິ ຈານ ອອສເຕຣເລຍ ແລະ ສະຫະລັດ ໃນການໃຫ້ຄຳເຫັນອອກອາກາດໃນເຄືອຂ່າຍວິທະຍຸຂໍ້ມູນຂອງ ຝຣັ່ງ.

ທ່ານໄດ້ກ່າວວ່າ “ມັນແມ່ນການຫັກຫຼັງ. ພວກເຮົາໄດ້ສ້າງສາຍພົວພັນແຫ່ງຄວາມເຊື່ອຖືກັບ ອອສເຕຣເລຍ, ແລະ ຄວາມເຊື່ອຖືນັ້ນ ແມ່ນໄດ້ແຕກຫັກ ແລ້ວ.”

ທ່ານ ເລີດຣຽງ ຍັງໄດ້ຕຳໜິວິຈານປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ໂດຍປຽບທຽບທ່ານຢ່າງບໍ່ເພິງພໍໃຈໃສ່ອະດີດປະທານາທິບໍດີ ດໍໂນລ ທຣຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG